Norkhame
ຫົນທາງພົບສຸກ ຫົນທາງພົບສຸກ
ການ​ເຄື່ອນ​ໄຫວ​ສູ່​ຄວາມ​ເຂົ້າ​ໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍ​ໃຈ​ກັບ​ສິ່ງ​ທີ່​ຄິດ​ວ່າສາມາດ ຄຸມ ​ສະຖານະການ​ທີ່​ເຄີຍ​ເຝົ້າ​ເບິ່ງ​ ກາຍ​ເປັນ​ຄວາມ​ນິ້ງ​ເສີຍ ​ແລະ ​ປ່ອຍ​ປະ​ລະ​ເລີຍ​ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ ​ບໍ່​ຫ​ນ້າ​ຈະ​ເຮັດ​ໃຫ້​ຊີ​ວິດ​ປ່ຽນ​ໄປ​ ກໍ່ຕ້ອງ​ກັບມາ​ເສຍ​ໃຈ​. ເພາະ​ເຮົາ​ປະ​ມາດ​ເອງ. ​ຄວາມ​ທຸກ​ທີ່​ບໍ່​ເຄີຍ​ຄິດ​ວ່າ ​ຈະ​ເກີດ​ກໍ່ຈະເຂົ້າມາ​ທັບ​ຖົມ​ຢ່າງ​ເຕັມ​ທີ່​ ຈົນ​ເຮົາ​ອາດ​ຕັ້ງ​ຮັບ​ບໍ່​ທັນ​. ຄວາມ​ສຸກ​ທີ່​ເຄີຍ​ຄິດ​ວ່າ​ຈະ​ຢູ່​ກັບ​ເຮົາ​ດົນໆ ​ກໍ​ກາຍ​ເປັນ​ຄວາມ​ທຸກ​ທີ່​ມີ​ກຳ​ລັງ​ທີ່​ຫລາຍກວ່າ​ສະ​ເຫມີ. ມັກພົບເຫັນ ​ຄວາມຮັກບ່າວສາວ​ ທີ່​ຕົນ​ຮັກ​ມາ​ເປັນ​ເວ​ລາຫຼາຍປີ​. ຫຼາຍຄູ່​ຄິດ​ວ່າ​ ​ຈະ​ຝາກ​ຊີ​ວິດ​ນຳ​ກັນ​ໄດ້ ​ແລະ ​ຄົງ​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທັງ​ຄູ່​ມີ​ຄວາມ​ສຸກ​ແນ່ນອນ. ແຕ່​ຊີ​ວິດ​ກໍ​ມີ​ຄວາມ​ບໍ່​ແນ່ນອນ​ມາ​ເປັນ​ຕົວ​ປ່ຽນ ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ​ສະ​ເຫມີ.... ຫົນທາງພົບສຸກ

ການ​ເຄື່ອນ​ໄຫວ​ສູ່​ຄວາມ​ເຂົ້າ​ໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍ​ໃຈ​ກັບ​ສິ່ງ​ທີ່​ຄິດ​ວ່າສາມາດ ຄຸມ ​ສະຖານະການ​ທີ່​ເຄີຍ​ເຝົ້າ​ເບິ່ງ​ ກາຍ​ເປັນ​ຄວາມ​ນິ້ງ​ເສີຍ ​ແລະ ​ປ່ອຍ​ປະ​ລະ​ເລີຍ​ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ ​ບໍ່​ຫ​ນ້າ​ຈະ​ເຮັດ​ໃຫ້​ຊີ​ວິດ​ປ່ຽນ​ໄປ​ ກໍ່ຕ້ອງ​ກັບມາ​ເສຍ​ໃຈ​. ເພາະ​ເຮົາ​ປະ​ມາດ​ເອງ.

​ຄວາມ​ທຸກ​ທີ່​ບໍ່​ເຄີຍ​ຄິດ​ວ່າ ​ຈະ​ເກີດ​ກໍ່ຈະເຂົ້າມາ​ທັບ​ຖົມ​ຢ່າງ​ເຕັມ​ທີ່​ ຈົນ​ເຮົາ​ອາດ​ຕັ້ງ​ຮັບ​ບໍ່​ທັນ​. ຄວາມ​ສຸກ​ທີ່​ເຄີຍ​ຄິດ​ວ່າ​ຈະ​ຢູ່​ກັບ​ເຮົາ​ດົນໆ ​ກໍ​ກາຍ​ເປັນ​ຄວາມ​ທຸກ​ທີ່​ມີ​ກຳ​ລັງ​ທີ່​ຫລາຍກວ່າ​ສະ​ເຫມີ. ມັກພົບເຫັນ ​ຄວາມຮັກບ່າວສາວ​ ທີ່​ຕົນ​ຮັກ​ມາ​ເປັນ​ເວ​ລາຫຼາຍປີ​. ຫຼາຍຄູ່​ຄິດ​ວ່າ​ ​ຈະ​ຝາກ​ຊີ​ວິດ​ນຳ​ກັນ​ໄດ້ ​ແລະ ​ຄົງ​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທັງ​ຄູ່​ມີ​ຄວາມ​ສຸກ​ແນ່ນອນ. ແຕ່​ຊີ​ວິດ​ກໍ​ມີ​ຄວາມ​ບໍ່​ແນ່ນອນ​ມາ​ເປັນ​ຕົວ​ປ່ຽນ ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ​ສະ​ເຫມີ. ການປ່ຽນໃຈ ​ໃນສິ່ງທີ່ທັງຄູ່ ​​ຫລົງ​ໄວ້​ໃຈ​ຍິ່ງ​ ກັບ​ມາ​ເຮັດ​ໃຫ້​ຫຼາຍຄູ່ຕ້ອງບອບຊ້ຳ​ຮັກ​ຢ່າງ​ແສນ​ສາ​ຫັດ​ ດ້ວຍ​ການ​ຕີ​ຈາກ​ໄປ​ມີ​ຄົນ​ຮັກ​ໃຫ່​ມ.

ຊາຍ ຫຼື ຍິງ ​ທີ່​ເຄີຍ​ມີ​ຄວາມ​ຝັນ​ອັນ​ງົດ​ງາມ​ຕ້ອງ​ເຈັບ​ປວດດວງ​ໃຈ. ​ສະພາບເສຍໃຈ, ​ຕ້ອງນອນ​ຮ້ອງ​ໃຫ້​ໃຈ​ຈະ​ຂາດ​ຢູ່​ທຸກ​ຄະ​ນະ​ວິ​ນາ​ທີ​ ເພາະ​ບໍ່​ສາ​ມາດຍອມ​ຮັບ​ໄດ້​ຕໍ່​ເຫດ​ການ​ທີ່​ຜ່ານ​ເຂົ້າມາ ແລະ​ ບໍ່​ຄິດ​ວ່າ​ມັນ​ຈະ​ເກີດ​ຂຶ້ນ​ກັບ​ຕົວ​ເອງ. ທີ່ຕ່າງປະເທດ, ບາງຄົນກາຍເປັນຄົນຂ້າງຖະໜົນ. ເພາະໃຈບໍ່ຢາກເຮັດຫຍັງ. ບາງຄົນລາ​ອອກ​ຈາກວຽກ​ທີ່​ລາວ​ເຮັດ​ແລ້ວ​ມາ​ຈົມ​ຢູ່​ກັບ​ຄວາມ​ທຸກ​ເປັນ​ເວ​ລາ​ດົນ. ກາຍເປັນຄົນຈອນຈັດ, ນອນທົນໜາວນຳທາງ, ມີສະພາບໂຣກ ຈິດອ່ອນໆ.  ເພາະບໍ່ມີ​ຜູ້​ທີ່​ຄອຍ​ຫ່ວງ​ໃຍ​. ໄພຈາກ​ຄວາມ​ຮັກ​ເຮັດໃຫ້ຄົນປ່ຽນໄປເປັນຄົນຂ້າງຖະໜົນໄດ້. ການທຳ ຈິດໃຈໃຫ້ສະຫງົບ ບໍ່ວ່າຈະເປັນການເຂົ້າຫາສິນທຳ, ຫຼື ອອກສັງຄົມ ຈຳເປັນຫຼາຍ. ​ເພື່ອບໍ່ໃຫ້ຈົດຈໍ່ກັບ​ຄວາມ​ທຸກ​ທໍ​ລະ​ມານ​. ຍອມ​ຮັບ​ທີ່​ຈະ​ແກ້​ໄຂ​ຊີ​ວິ​ດ​ຈິດ​ໃຈ​ຂອງ​ຕົວ​ເອງ​ໃຫ້​ດີ​ຂຶ້ນ ​ກັບ​ການ​ເວລາທີ່ປ່ຽນໄປ.

ຊີ​ວິດ​ທີ່​ຢຸດ​ນິ້ງ​ກໍ່ຄືກັນ​ຊີ​ວິດ​ທີ່​ຕາຍ​ແລ້ວ. ຫາກ​ຕ້ອງ​ການ​ປ່ຽນ​ຊີ​ວິດ​ທີ່​ຈົມຢູ່​ກັບ​ຄວາມ​ທຸກ​ໃຫ້​ກັບ​ກາຍ​ເປັນ​ຄວາມ​ສຸກ​ເຮົາ​ກໍ​ຕ້ອງ​ຮູ້​ຈັກ ເຄື່ອນ​ໄຫວ​ຕົວ​ເອງ​ໃຫ້​ອອກ​ຈາກ​ມັນ​ໃຫ້​ໄດ້. ​ເພາະ​ເມື່ອ​ຍັງ​ມີ​ຊີ​ວິດ​ຢູ່​ເຮົາ​ກໍ​ຕ້ອງ​ສູ້​ຕໍ່​ໄປ ​ແລະ ​ຕ້ອງ​ເຮັດ​ໃຫ້​ດີກວ່າ​ເກົ່າ. ​ບໍ່​ແມ່ນ​ຊ້ຳ​ເຕີມ​ໃຫ້​ຕົວ​ເອງ​ຕ້ອງ​ຈົມ​ຢູ່​ກັບ​ຄວາມ​ຫ​ນ້າ​ສົງ​ສານ​ຕະ​ຫລອດ​ໄປ. ຄຳວ່າເຄື່ອນທີ່ອອກຈາກຄວາມທຸກ ຄວນຖືກນຳ​ເຂົ້າ​ໄປ​ປຸກ​ໃຈ​ຂອງ​ທຸກໆຊີວິດທີ່ອາດມີປັນຫາ. ເຮັກ​ໃຫ້​ຕື່ນ​ຕົວ​ຂຶ້ນ​ມາ ພ້ອມທີ່ຈະ​ເຄື່ອນ​ໄຫວ​ຊີ​ວິດ​ໃຫ້​ຕື່ນ​ຕົວ ​ແລະ ພ້ອມ​ຈະ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ທີ່​ມີ. ເມື່ອ​ເວົ້າ​ເຖິງວິ​ທີ​ທີ່​ຈະ​ເຄື່ອນ​ໄຫວ​ອອກ​ໄປ​ຈາກ​ຄວາມ​ທຸກ​ຈົນ ​ພວກເຮົາ​ສາ​ມາດ​ຈັບ​ໃຈ​ຄວາມ​ຂອງ​ຄຳ​ຕອບ​ທີ່​ພໍ​ຈະ​ນຳ​ໄປ​ໃຊ້​ເປັນ​ແນວ​ທາງ​ໄດ້​. ຈຶ່ງ​ກັບ​ໄປ​ປັບ​ພ້ອມ​ຕັ້ງ​ໃຈ​ໃຫ່​ມ​ທີ່​ຈະ​ແກ້​ໄຂ​ຊີ​ວິດ​ຈິດ​ໃຈ​ໃຫ້​ດີກວ່າ​ເກົ່າ. ຈົ່ງພ້ອມ​​ປ່ອ​ຍ​ຖິ້ມ​ສິ່ງທີ່ເຮັດໃຫ້​ຈິດໃຈຮົກ​ເຮື້ອ ໃຫ້​ກັບ​ມາ​ເປັນ​ຫ້ອງ​ຫວ່າງເປົ່າ ແລະ ສະ​ອາດ​ສະ​ອ້ານ​ຄື​ເກົ່າ. ເພື່ອສິ່ງດີໆຈະໄດ້ເຂົ້າມາ.

​ເບິ່ງ​ແຍງ​ຮ່າງ​ກາຍ​ຂອງ​ຕົນ​ເອງ​ໃຫ້​ດູ​ດີ​ຂຶ້ນ. ​ແທນ​ທີ່​ຈະ​ຢຸດ​ຢູ່​ກັບ​ຄວາມ​ຫມອງ​ເສົ້າ​ທີ່​ມາ​ກ່ຽວ​ພັນ ​ຈົນ​ເບິ່ງວ່າ​ຂາດ​ຄວາມ​ໃສ່​ໃຈ​ທີ່​ຈະ​ຖະ​ນຸ​ຖະ​ຫນອມ​ຊີ​ວິດ​ທີ່​ໄດ້​ມາ. ການ​ເຄື່ອນ​ໄຫວ​ທີ່​ຈ​ະ​ໄປ​ເຮັດ​ວຽກ​ອີກ​ຄັ້ງ​ ແທນ​ທີ່​ຈະ​ຢຸດ​ດ້ວຍ​ການນອນ​ໂຊມ​ຢູ່​ກັບ​ບ້ານ​ເຊັ່ນ​ເຄີຍ. ໃຫ້​ກັບ​ມາ​ເປັນ​ທີ່​ພຶ່ງ​ທີ່​ພຽງ​ພໍ​ສຳ​ລັບ​ຕົວ​ເອງ​ອີກ​ຄັ້ງ. ທີ່​ສຳ​ຄັນ​ຄົນເຮົາຄວນ ທີ່​ຈະ​ໃຫ້​ໃຈ​ຂອງ​ຕົວ​ເອງ​ຍ່າງ​ອອກ​ຈາກກອບ​ຂອງ​ຄວາມ​ທຸກ​ ​ທີ່ຕົນເອງ​ເຄີຍ​ຢຸດ ແລະ​ ຈົມ​ຢູ່​ກັບ​ມັນ​ມາ​ດົນ. ​ດ້ວຍ​ການ​ຮູ້​ຈັກ​ຍອມ​ຮັບ ​ແລະ ​ປັບ​ໃຈ​ໃຫ້​ດີ​ຂຶ້ນກວ່າ​ເກົ່​າ. ແລະ​ໃນ​ວັນ​ນີ້​ລາວ​ສາ​ມາດ​ຍິ້ມ​ຮັບ​ກັບ​ບັນ​ຫາ​ນັ້ນ​ໄດ້ ​ແລະ ​ເບິ່ງ​ຊີ​ວິດ​ທີ່ ເຄື່ອນ​ໄຫວ​ໄປ​ຂ້າງ​ຫ​ນ້າ​ຢ່າງ​ລະ​ວັງ​ຕົວ​ຫລາຍ​ຂຶ້ນ​. ແຕ່​ເລື່ອງ​ລາວ​ໃນ​ອາ​ດີດທີ່ຜ່ານມາ ​ຈະຍັງຊືມ​ໃນ​ຄວາມ​ຊົງ​ຈຳ​ຢູ່​ບາງ​ຄັ້ງ​ກໍ​ຕາມ. ຊີ​ວິດ​ຂອງ​ຄົນ​ເຮົາ​ກໍ​ເຊັ່ນ​ດຽວ​ກັນ ບາງ​ຄັ້ງ​ທີ່​ເຮົາ​ຄາດ​ຫວັງ​ກັບ​ຕົວ​ເອງ​ຫລາຍ​ເປັນ​ພິ​ເສດ​ ບໍ່​ວ່າ​ຈະ​ເປັນ​ຄວາມ​ຝັນ​ທີ່​ເຄີຍ​ຫມ​າຍ​ປອງ​ ຫລື​ ສີ່ງ​ທີ່​ຕ້ອງ​ການ​ມາ​ຄອງ​ໃນ​ທຸກ​ຢ່າງ.

ເມື່ອ​ຄິດ​ວ່າ​ຈະ​ສົມ​ຫວັງ​ໃນ​ສິ່ງ​ທີ່​ວາດພາບ​ໄວ້, ເຮົາ​ຈົ່ງ​ທຸ່ມ​ເທ​ດ້ວຍ​ພະ​ລັງ​ເກີນ​ຮ້ອຍ. ​ແຕ່​ເມື່ອ​ໃດ​ໄດ້​ຄອບ​ຄອງ​ສິ່ງ​ທີ່​ຄາດ​ຫວັງ​, ບາງ​ຄັ້​ງ​ເຮົາ​ກັບ​ຕາຍ​ໃຈ​ວ່າ​ມັນ​ຈະ​ຢູ່​ກັບ​ເຮົາ​ແທ້ໆ​ ຕະຫຼອດໄປ. ໂດຍ​ລືມ​ເພື່ອ​ໃຈ​ເຈັບ​ວ່າ​ທຸກ​ຢ່າງ​ໃນ​ໂລກ​ນີ້​ບໍ່​ມີ​ຫ​ຍັງ​ທ່ຽງ​ແທ່​ຈັກ​ຢ່າງ​ດຽວ. ​ຄວາມຄິດ​ນິ້ງ​ເສີຍ ​ແລະ ​ປ່ອຍ​ປະ​ລະ​ເລີຍ​ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ​ບໍ່ ຫ​ນ້າ​ຈະ​ເຮັດ​ໃຫ້​ຊີ​ວິດ​ປ່ຽນ​ໄປ ກໍ​ຕ້ອງ​ມາ​ເສຍ​ໃຈ​ເພາະ​ເຮົາ​ປະ​ມາດ​ເອງ.

ຄວາມ​ທຸກ​ທີ່​ບໍ່​ເຄີຍ​ຄິດ​ວ່າ​ຈະ​ເກີດ​ ອາດ​ເຂົ້າ​ມາ​ທັບ​ຖົມ​ຢ່າງ​ເຕັມ​ທີ່ ​ຈົນ​ເຮົາ​ເກືອບຈະ​ຕັ້ງ​ຮັບ​ບໍ່​ທັນ. ຄວາມ​ທຸກ​ທີ່​ເຄີຍ​ຄິ​ດ​ວ່າ​ຈະ​ຢູ່​ກັບ​ເຮົາ​ດົນໆ​ກໍ​ກາຍ​ເປັນ​ຄວາມ​ທຸກ ​ທີ່​ມີ​ກຳ​ລັງ​ຫລາຍກວ່າ​ເຮົາຈະຢັບຢັ້ງ. ​ຫາກ​ຊີ​ວິດ​ຍອມ​ຮັບ​ວ່າ ເຮົາສາມາດເລືອກທີ່ຈະບໍ່ຈົມທຸກ​ຢູ່​ກັບ​ຄວາມ​ນ້ອຍ​ໃຈ​ ໃນ​ໂຊກ​ຊະ​ຕາ​ ເປັນ​ວິ​ທີ​ຢຽວ​ຢາ​ຮັກ​ສາ​ໃຫ້ໂຊກຮ້າຍ ກະເຮັດ ໃຫ້ໃຈສຸກສະບາຍໄດ້. ​ເມື່ອ​ຮູ້​ຈັກສະພາບການ, ການ​ເຄື່ອນ​ໄຫວ​ຕົວ​ເອງ​ຈະພາ​ອອກຈາກກອບ​ຂອງ​ຄວາມ​ທຸກ​ທີ່​ມີ. ເຮົາກໍ່​ປຽບ​ເຊັ່ນ​ກັບ​ຄົນ​ໄຂ້ ​ທີ່ຍອມ​ຮັບ​ການ​ຮັກ​ສາ​ຈາກ​ໝໍຜູ້ຊ່ຽວ​ຊານ. ​ເຮັດ​ໃຫ້​ໂອ​ກາດ​ທີ່​ຈະ​ຫາຍ​ປ່ວຍ​ເປີດ​ຊ່ອງ​ທາງ​ໃຫ້​ເດີນ​ ໄປ​ເປັນ​ການ​ເຄື່ອນ​ໄຫວ​ເພື່ອ​ຈະ​ແກ້​ໄຂ​ສິ່ງ​ຮ້າຍ​ ໃຫ້​ກາຍ​ເປັນ​ດີ​ ແລະ ​ເພື່ອ​ໃຫ້​ຕົວ​ເອງ​ຮູ້​ຈັກ​ຕື່ນ​ຕົວ​ທີ່​ຈະ​ເດີນ​ອອກ​ໄປ​ຈາກ​ຄວາມ​ທຸກ​ອັນ​ເປັນ​ຄວາມ​ເຈັບ​ປ່ວຍ​ນັ້ນ. ຈຶ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ໂອ​ກາດ​ຟື້ນ​ໄຂ້​ໄດ້​ໄວ ​ແລະ​ ຮູ້​ຈັກ​ຮຽນ​ຮູ້​ທີ່​ຈະ​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ໃນ​ຄັ້ງ​ໃຫ່​ມ ​ດ້ວຍ​ໃຈ​ທີ່​ຮູ້​ຈັກ​ປະ​ຄອງ​ເລື່ອງ​ທີ່​ເຄີຍ​ຫ​ນັກ​ໃຫ້​ມີ​ຈຸດ​ພັກ​ຫລາຍ​ຂຶ້ນກວ່າ​ເກົ່າ.

ດັ່ງ​ນັ້ນ​, ຄົນເຮົາຈຶ່ງ​ຄວນ​ຮູ້​ຈັກ ​ພາ​ຕົວ​ເອງ​ເຂົ້າ​ໃກ້​ວິທີ​ເພື່ອ​ພັດ​ທະ​ນາ​ຕົວ​ເຮົາ ​ໃຫ້​ເຕີບ​ໂຕ​ຢ່າງ​ຜູ້​ເຂົ້າ​ໃຈ​. ໃນຂະ​ນະ​ດຽວ​ກັນ ​ກໍ່​ຄວນ​ຮູ້​ຈັກ​ທີ່​ຈະ​ອອກ​ຈາກ​ຄວາມ​ທຸກ​ທີ່​ພັດ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ຕົນຢ່າງ​ມີ​ສະ​ຕິ​ ໃນ​ທຸກ​ກໍ​ລະ​ນີ. ແລ້ວ​ເຮົາ​ເຊື່ອ​ວ່າ​ ມີ​ວິ​ທີ​ຂັບ​ເຄື່ອນ​ຊີ​ວິດ​ຕົວ​ເອງ​ໃຫ້​ເປັນ​ໄປ​ໃນ​ທຸກ​ທິດ​ທາງ​ ທີ່​ນຳ​ໄປ​ສູ່​ຄວາມ​ສະ​ຫງົບ​ເຢັນ​ ແລະ​ ກໍ​ພ້ອມ​ຈະ​ຍອມ​ຮັບ​ ເມື່ອ​ທຸກ​ຢ່າງ​ບໍ່​ເປັນ​ໄປ​ດັ່ງ​ໃຈ​ຫວັງ​ ດ້ວຍ​ກຳ​ລັງ​ຂອງ​ຄວາມ​ເຂົ້າ​ໃຈ​ທີ່​ຫລາຍກວ່າ​ເກົ່າ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.