ຄົນຄິດເປັນເຫດ

ລອງມາທົດສອບຄວາມຄິດການເບິ່ງໂລກນຳກັນເບິ່ງ. ຖ້າຫາກມີຂ່າວທີ່ແນ່ນອນແຈ້ງມາວ່າ ມື້ອື່ນຄືວັນສູນພັນມະນຸດໂລກ ເພາະຈະມີດາວຫາງມາຕຳ. ທ່ານຄິດວ່າ ຄົນເຮົາໃນທຸກໆມູມໂລກຈະເປັນແນວໃດ? ຫຼື ຄົນຈະມີປະກົດການແນວໃດກັບຂ່າວ ດັ່ງກ່າວ?

ຄົນສ້າງເງື່ອນໄຂຄວາມສຸກ

ຫຼາຍໆຄົນເຮັດວຽກເພື່ອຢາກໄດ້ສິ່ງຕອບແທນ ຫຼື ຄອງຄອຍຫາສິ່ງໃດໜຶ່ງ ເຊັ່ນ: ວັນຢຸດພັກປະຈຳປີ,  ຫຼື ວັນພັກເສົາທິດ. ການຄິດແນວນັ້ນຈະເຮັດໃຫ້ເຮົາຂາດສະຕິໃນການມີຊີວິດໃນປະຈຸບັນ.

ຄົນມີຄວາມຢ້ານ

ທາງທີ່ດີທີ່ສຸດທີ່ຈະຮຽນຮູ້ບັນຫາກໍ່ຄືຕ້ອງໄດ້ເປີດໃຈຮັບເອົາບັນຫາວ່າມີຈິງ, ຮັບຮູ້ຄວາມເຈັບປວດ, ແລະ ຄວາມຮູ້ສຶກຕ່າງໆ. ເຊັ່ນ: ຄວາມທຸກທໍລະມານ, ຄວາມລັງເລໃຈ ແລະ ຄວາມສັບສົນ.

ໃຊ້ໃນຊີວິດຕົວຈິງ

ຄົນທີ່ປະສົບຜົນສຳເລັດ ນັ່ງສະມາທິ່ກ່ອນນອນ ແລະ ຄິດຫາພາບຂອງຄວາມສຳເລັດ. ຄິດວ່າສິ່ງທີ່ຢາກໄດ້ນັ້ນເກີດຂື້ນ ເປັນຈິງ. ຕ້ອງໄດ້ເຝິກຄິດຫາຄວາມສຳເລັດ ໃນໜ້າທີ່ວຽກງານ.

ຢູ່ກັບປະຈຸບັນຢ່າງມີສະຕິ

ທັກສະນີ້ ເປັນການເຂົ້າໄປຢູ່ໃນປະຈຸບັນເຕັມຕົວ. ເຮັດທຸກສິ່ງທຸກຢ່າງເຕັມທີ່ ແລະ ບໍ່ຢຶດຕິດກັບສິ່ງໃດທັງນັ້ນ.ຕົວຢ່າງ ທີ່ດີອັນໜຶ່ງກ່ຽວກັບ ການດຳລົງຊີວິດກັບປະຈຸບັນ ແມ່ນເລື່ອງເລົ່າ ຂອງຄູບາທີ່ໄປກຳມະຖານໃນປ່າເລິກ ແຕ່ຕິດກັບວົງລ້ອມຂອງເສືອ.

ຮູ້ຈິດໃຈຂອງຕົນເອງ

ການຮັບຮູ້ຄວາມຮູ້ສຶກພາຍໃນວ່າກຳລັງຄິດຫຍັງ ແລະ ຕ້ອງການຫຍັງ ຈະເປັນແນວທາງໃນການສ້າງກິດຈະກຳ ຫຼື ການກະທຳໃນຕົວຈິງ. ການສຶກສາຄວາມຮູ້ສຶກພາຍໃນ ທຸກໆຄົນສາມາດຮຽນຮູ້ໄດ້. ເຊິ່ງເປັນຄວາມຮູ້ສຶກປະສາດສຳພັດທີ່ທຸກໆຄົນມີມາແຕ່ກຳເນີດ.

ຊອກຫາຄວາມປາດຖະໜາ

ສິ່ງໃດທີ່ເຮັດໃຫ້ທ່ານມີຄວາມເພີດເພີນ ແລະ ມັກເຮັດທີ່ສຸດ? ສິ່ງດັ່ງກ່າວບໍ່ຈຳເປັນວ່າຈະຕ້ອງເປັນເລື່ອງໃຫຍ່. ຄວາມປາດຖະໜາສິ່ງນ້ອຍໆກໍ່ສາມາດນຳມາເຮັດໄດ້. ບໍ່ຈຳເປັນວ່າຕ້ອງປ່ຽນໂລກທັງໂລກ ຫຼື ເຮັດໃຫ້ໂລກມີແຕ່ຮອຍຍີ້ມ.

ຄິດໃນທາງທີ່ຖືກຕ້ອງ

ຄວາມຄິດຂອງຄົນເຮົາເປັນໃຫຍ່ຫຼາຍ ດຄດັ່ງທີ່ໄດ້ສະເໜີມາກ່ອນໜ້ານີ້. ມັນສາມາດສ້າງຈິນຕະນາການໃນອານາຄົດ ແລະ ຫວນກັບສູ່ອາດີດ. ຖ້າປ່ອຍໃຫ້ຄວາມຄິດເປັນໄປຕາມທີ່ຕ້ອງການແລ້ວ ຈະເຮັດໃຫ້ເຮົາຂາດສະຕິ.

ແນວໃດກໍ່ເປັນສຸກ

ເມື່ອເຮົາເປີດຕົວເອງຫາການດຳລົງຊີວິດໃນແຕ່ລະວັນ ຫຼື ການປະຕິບັດໜ້າທີ່ໃນແຕ່ລະວັນແລ້ວເຮົາຈະເຫັນວ່າ, ໃນປະຈຸບັນທີ່ເຮັດວຽກ ຫຼື ນັ່ງທີ່ໃດໜຶ່ງ ເຮົາສາມາດເປັນສຸກໄດ້.

Copy Protected by Chetan's WP-Copyprotect.