Norkhame
ທ່ານມີ “ທັກສະ” ທ່ານມີ “ທັກສະ”
“ທັກສະ” ເປັນຕົວກໍານົດພື້ນຖານ ດ້ານວິຊາການໃຫ້ແກ່ການ ສຶກສາຫາຄວາມຮູ້. ມັນໄດ້ມາຈາກປະສົບການເຮັດວຽກຕົວຈິງ. ຫມາຍຄວາມວ່າແນວໃດ? ຫມາຍຄວາມວ່າບໍ່ວ່າຈະເປັນກິດຈະກໍາໃດໆ ຄົນທີ່ສະຫລາດຈະຕ້ອງສະຫລະເວລາມາຍຸດຄິດແລ້ວຈັດລະບົບຄວາມຮູ້ທີ່ສະສົມມາເປັນຂັ້ນຕອນ ແລ້ວນຳໃຊ້ໃນວຽກງານຕົວຈິງ. ເຊິ່ງຫາກປະຕິບັດຕາມ ກໍ່ຈະເຮັດໃຫ້ເກີດຜົນງານ ທີ່ອາດຈະບໍ່ດີເລີດແຕ່ກໍ່ຍອມຮັບໄດ້. ເພື່ອໃຫ້ເຫັນພາບ ລອງກັບມາເບິ່ງ ນັກບັນຍາຍຜູ້ຄ່ອງແຄ້ວໃນຫົວຂໍ້ວິຊາການຕ່າງໆ, ມັນເປັນການບອກໃຫ້ເຮົາຮູ້ວ່າ: ນັກບັນຍາຍ ທີ່ດີເລີດ ຈະເລີ່ມດ້ວຍການບອກຜູ້ຟັງກ່ອນ. ເຂົາຮູ້ວ່າຈະເວົ້າຫຍັງ? ຈາກນັ້ນກໍ່ຈະເຮັດຕາມທີ່ເວົ້າ ແລ້ວຈົບດ້ວຍການເຕືອນຄວາມຈໍາຜູ້ຟັງວ່າ ເພິ່ນໄດ້ຍິນຫຍັງແນ່ ຂັ້ນຕອນນີ້ກາຍເປັນທັກສະພື້ນຖານທີ່ສຸດໃນການເວົ້າໃນທີ່ຊຸມຊົນ.... ທ່ານມີ “ທັກສະ”

“ທັກສະ” ເປັນຕົວກໍານົດພື້ນຖານ ດ້ານວິຊາການໃຫ້ແກ່ການ ສຶກສາຫາຄວາມຮູ້. ມັນໄດ້ມາຈາກປະສົບການເຮັດວຽກຕົວຈິງ. ຫມາຍຄວາມວ່າແນວໃດ? ຫມາຍຄວາມວ່າບໍ່ວ່າຈະເປັນກິດຈະກໍາໃດໆ ຄົນທີ່ສະຫລາດຈະຕ້ອງສະຫລະເວລາມາຍຸດຄິດແລ້ວຈັດລະບົບຄວາມຮູ້ທີ່ສະສົມມາເປັນຂັ້ນຕອນ ແລ້ວນຳໃຊ້ໃນວຽກງານຕົວຈິງ.

ເຊິ່ງຫາກປະຕິບັດຕາມ ກໍ່ຈະເຮັດໃຫ້ເກີດຜົນງານ ທີ່ອາດຈະບໍ່ດີເລີດແຕ່ກໍ່ຍອມຮັບໄດ້. ເພື່ອໃຫ້ເຫັນພາບ ລອງກັບມາເບິ່ງ ນັກບັນຍາຍຜູ້ຄ່ອງແຄ້ວໃນຫົວຂໍ້ວິຊາການຕ່າງໆ, ມັນເປັນການບອກໃຫ້ເຮົາຮູ້ວ່າ: ນັກບັນຍາຍ ທີ່ດີເລີດ ຈະເລີ່ມດ້ວຍການບອກຜູ້ຟັງກ່ອນ. ເຂົາຮູ້ວ່າຈະເວົ້າຫຍັງ? ຈາກນັ້ນກໍ່ຈະເຮັດຕາມທີ່ເວົ້າ ແລ້ວຈົບດ້ວຍການເຕືອນຄວາມຈໍາຜູ້ຟັງວ່າ ເພິ່ນໄດ້ຍິນຫຍັງແນ່ ຂັ້ນຕອນນີ້ກາຍເປັນທັກສະພື້ນຖານທີ່ສຸດໃນການເວົ້າໃນທີ່ຊຸມຊົນ.

  1. ເລີ່ມດ້ວຍການບອກວ່າທ່ານຈະບອກຫຍັງສະເຫມີ
  2. ແລ້ວບອກເລົ່າເລື່ອງລາວຢ່າງເປັນລະບົບ
  3. ບອກວ່າທ່ານໄດ້ບອກຫຍັງໄປແລ້ວ

ຖ້າເຮັດຕາມຂັ້ນຕອນນີ້ ທ່ານກໍຈະເວົ້າໃນທີ່ຊຸມຊົນໄດ້ເກັ່ງກວ່າທີ່ເຄີຍບັນຍາຍຜ່ານໆມາ. ຖ້າທ່ານຕ້ອງການມີທັກສະຫຼາຍຂື້ນ, ທ່ານຄວນສຶກສາເພີ່ມເຕີມອີກຫນ້ອຍຫນຶ່ງ. ບໍ່ຊ້າທ່ານກໍ່ຈະຮູ້ວ່າ ການເປັນຜູ້ບັນຍາຍ ໃນທີ່ຊຸມຊົນ ໄດ້ກຽມການມາລ່ວງຫນ້າ. ທ່ານຈະຮຸ້ ຮູ້ຊັດເຈນວ່າ ຈະເວົ້າເລື່ອງຫຍັງ ແລະເກືອບບໍ່ໄດ້ສົງໃສວ່າລາວຝຶກເລົ່າເລື່ອງພວກນີ້ອອກມາດັງໆ ຕາມລໍາພັງ, ທົດລອງຄໍາເວົ້າ, ການເນັ້ນຈັງຫວະການລົງສຽງ, ຈາກນັ້ນທ່ານຈະກາຍເປັນຜູ້ບັນຍາຍທີີ່ມີປະສົບການ. ທ່ານອາດນໍາເອົາທັກສະເຫຼົ່ານີ້ ມາເຝິກແອບເບິ່ງ, ເພື່ອເຮັດໃຫ້ຕົນເອງມີ ຄວາມເຂົ້າໃຈ ແລະ ມີທັກສະການເວົ້າໃນທີ່ປະຊຸມ ຫຼື ທີ່ພົບປະອື່ນໆ. ເປັນຕົ້ນ:

  1. ຂຽນເລື່ອງ ຫຼື ຂໍ້ມູນ ຫລື ຕົວຢ່າງທີ່ປະທັບໃຈທ່ານ
  2. ຝຶກເລົ່າເລື່ອງອອກມາດັງໆ ແລ້ວຟັງສິ່ງທີ່ຕົວເອງເວົ້າ
  3. ສ້າງຄວາມກົມກືນ ແລະ ສອດຄ່ອງ ແຕ່ລະຫົວຂໍ້ ຫຼື ເຫດການ ໃຫ້ມີການກ່ຽວພັນກັນ
  4. ຈັດລຳດັບເຫດການ ທີ່ທ່ານຕ້ອງບັນລະຍາຍ ຄືຮ້ອຍລູກປັດໃຫ້ຖືກລໍາດັບ. ແລ້ວທ່ານກໍຈະບັນລະຍາຍໄດ້ເປັນທໍາມະຊາດຄືກັບສົນທະນາ.
  5. ໃຊ້ເຈ້ຍບັນທຶກ ຫລື ແຟ້ມເອກະສານເພື່ອເພີ່ມລຸກປັດໃຫມ່ໆ ໃຫ້ສາຍຄໍຂອງຕົນເອງ

ຖ້າທ່ານຢາກສ້າງຈຸດແຂງ ບໍ່ວ່າຈະເປັນດ້ານການຂາຍ, ການຕະຫລາດ, ການວິເຄາະທາງການເງິນ, ການຂັບຍົນ ຫຼືການຮັກສາພະຍາບານ, ທ່ານຈໍາເປັນຕ້ອງຮຽນຮູ້ ແລະ ຝຶກຝົນທັກສະທີ່ກ່ຽວຂ້ອງທັງຫມົດ. ການຮຽນໄວຍາກອນບໍ່ໄດ້ຊ່ວຍໃຫ້ທ່ານຂຽນຂໍ້ຄວາມໄດ້ສວຍງາມ, ການຮຽນຮູ້ທັກສະຂອງກິດຈະກໍາຕ່າງໆ  ກໍ່ບໍ່ແນ່ວ່າຈະເຮັດໃຫ້ປະຕິບັດໄດ້ເກືອບສົມບູນແບບ, ຖ້າຂາດການດັດປັບເຂົ້າກັບທັກສະໃໝ່ໆ ທີ່ຈະມີມາສະເໜີ.  

ສະຫລຸບເລື່ອງທັກສະມີຢູ່ບ່ອນວ່າ: ທັກສະນັ້ນອອກແບບເພື່ອໃຫ້ຖ່າຍທອດເຄັດລັບຂອງຄົນເກັ່ງໄດ້ງາຍໆ  ຖ້າທ່ານຮຽນຮູ້ທັກສະໃນເລື່ອງຫນຶ່ງ ກໍ່ຈະຊ່ວຍໃຫ້ທ່ານແຂງແກ່ນຂຶ້ນເລັກນ້ອຍ. ທັກສະສາມາດ ກາຍເປັນຄວາມສາ ມາດເຮັດໜ້າທີ່ໄດ້ດີກວ່າພອນສະຫວັນທີ່ບໍ່ມີການເຝິກແອບ. ແນວໃດກະບໍ່ປະຕິ ເສດພອນ ສະຫວັນ. ຖ້າທ່ານມີ ພອນສະຫວັນ, ທັກສະມີຄຸນຄ່າຫລາຍທີ່ສຸດຕອນທີ່ນໍາມາຜະສົມຜະສານ ກັບພອນສະຫວັນທີ່ແທ້ຈິງຕອນທີ່ທ່ານສ້າງຈຸດແຂງໃນຕົນເອງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.