Norkhame
ນັກຂາຍຍຸກໃໝ່ ນັກຂາຍຍຸກໃໝ່
ການຂາຍອອນໄລຜ່ານສື່ສັງຄົມອອນໄລ, ການຂາຍຜ່ານເວັບໄຊ໊ ແລະ ການໂຄສະນາຕ່າງໆຜ່ານທາງ ເຄື່ອງມືທີ່ນຳໃຊ້ ອິນເຕີເນັດ ເປັນຕົ້ນ ແອ໋ບ (Application) ເປັນການນຳໃຊ້ເຕັກນິກ ການຕະຫຼາດທາງເອເລັກໂທຼນິກ (Electronic Marketing – eMarketing). ຈຸດປະສົງສະແດງຜົນ ທີ່ພົ້ນເດັ່ນໃນການເຮັດທຸລະກິດໃນອິນເຕີເນັດ ແມ່ນການໂຄສະນາຜ່ານທາງເອເລັກໂທຼນິກ ໂດຍມີບາງ ເຕັກນິກພື້ນຖານ ຈາກການຕະຫຼາດແບບເກົ່າ. ເຊັ່ນ: ການສ້າງເນື້ອໃນໂຄສະນາ ແລະ... ນັກຂາຍຍຸກໃໝ່

ການຂາຍອອນໄລຜ່ານສື່ສັງຄົມອອນໄລ, ການຂາຍຜ່ານເວັບໄຊ໊ ແລະ ການໂຄສະນາຕ່າງໆຜ່ານທາງ ເຄື່ອງມືທີ່ນຳໃຊ້ ອິນເຕີເນັດ ເປັນຕົ້ນ ແອ໋ບ (Application) ເປັນການນຳໃຊ້ເຕັກນິກ ການຕະຫຼາດທາງເອເລັກໂທຼນິກ (Electronic Marketing – eMarketing). ຈຸດປະສົງສະແດງຜົນ ທີ່ພົ້ນເດັ່ນໃນການເຮັດທຸລະກິດໃນອິນເຕີເນັດ ແມ່ນການໂຄສະນາຜ່ານທາງເອເລັກໂທຼນິກ ໂດຍມີບາງ ເຕັກນິກພື້ນຖານ ຈາກການຕະຫຼາດແບບເກົ່າ. ເຊັ່ນ: ການສ້າງເນື້ອໃນໂຄສະນາ ແລະ ການເຂົ້າໃຈລູກຄ້າເປົ້າໝາຍ ໂດຍການ ນຳໃຊ້ເຄື່ອງມືແບບໃໝ່ ໃນການສົ່ງຂໍ້ຄວາມໂຄສະນາກ່ຽວກັບຜະລິດຕະພັນ ແລະ ການບໍລິການເຂົ້າສູ່ລູກຄ້າ. ທ່ານອາດ ເຫັນຫຼາຍຂໍ້ຄວາມໂຄສະນາຜ່ານທາງອີເມວ, ທາງສື່ສັງຄົມອອນໄລ ຜ່ານເຂົ້າມາໃນໜ້າຈໍຂອງທ່ານ. ໝາຍວ່າ: ບໍ່ໄດ້ມີສິ່ງໃດມີການປ່ຽນແປງໃນດ້ານປັດໃຈ ມັນເປັນການໝູນໃຊ້ອິນເຕີເນັດ ເຂົ້າມາເປັນຊ່ອງທາງໃໝ່ ສຳລັບວຽກງານດ້ານການຕະຫຼາດ.

ການຕະຫຼາດເປັນໜ່ວຍງານໜຶ່ງໃນອົງການຈັດຕັ້ງ ຫຼື ບໍລິສັດ ແລະ ເປັນກຸ່ມຂອງຂະບວນການທີ່ສ້າງສັນເນື້ອໃນ, ສ້າງຮູບການສື່ສານ ແລະ ກະຈາຍຂໍ້ມູນຕ່າງໆ ໄປໃຫ້ລູກຄ້າ ເພື່ອຕິດຕໍ່ພົວພັນກັບລູກຄ້າ ແລະ ຫາຜົນປະໂຫຍດອັນເປັນຜົນດີແກ່ອົງການຈັດຕັ້ງ ແລະ ບັນດາຫຸ້ນສ່ວນຂອງບໍລິສັດ.

ຂອບເຂດວຽກງານຂອງການຕະ ຫຼາດຜ່ານທາງເອເລັກໂທຼນິກ, ຈິ່ງລວມເອົາ ເຄື່ອງມືທີ່ສາມາດສື່ສານກັບລູກຄ້າ ກັບແຕ່ລະບຸກຄົນດ້ວຍ. ລະບົບເຄື່ອຄ່າຍໃນຮູບແບບດິຈິຕໍ້ ແລະ ສະພາບແວດລ້ອມຂອງການພົວພັນເຊິ່ງກັນ ແລະ ກັນ. ການປະສົມປະສານກັນ ສາມາດຂະຫຍາຍ ຂອບເຂດການຂາຍຫຼາຍກວ່າສິນຄ້າຈັບຕ້ອງໄດ້ ມາໃນຮູບແບບການຂາຍຜະລິດຕະພັນ ໃນຮູບແບບດິຈິຕໍ້ ເຊັ່ນ: ແຜນທີ່, ເຄື່ອງສິນລະປະ (ຮູບ, ວີດີໂອ໊), ຂ່າວ, ຊອບແວ່, ປີ້, ປື້ມເອກະສານຂຽນ, ຂ່າວສານ, ດົນຕີ, ໜັງ ແລະ ອື່ນໆ. 

“ຕະຫຼາດ” ເຮັດໜ້າທີ່ເປັນສູນກາງ ໃນການອຳນວຍຄວາມສະດວກສຳລັບເສດຖະກິດ ໃນການແລກປ່ຽນຂໍ້ມູນ, ສິນຄ້າ, ການບໍລິການ, ແລະ ການຊຳລະ. ຕະຫຼາດສ້າງມູນຄ່າດ້ານເສດຖະກິດສຳລັບຜູ້ຊື້, ຜູ້ຂາຍ, ຕະຫຼາດນາຍໜ້າ ແລະ ໃນສັງຄົມຂະ  ໜາດກ້ວາງ. ສາມໜ້າທີ່ຫຼັກຂອງ “ຕະຫຼາດ” ປະກອບມີ:

  1. ຈັດການພົບປະໃຫ້ຜູ້ຊື້ ແລະ ຜູ້ຂາຍ
  2. ອຳນວຍຄວາມສະດວກໃນການແລກປ່ຽນ ຂ່າວສານ, ສິນຄ້າ, ການບໍລິການ ແລະ ການຊຳລະ ປະສົມປະສານກັບ ການຈ່າຍຜ່ານທາງຕະຫຼາດ ແລະ
  3. ສະຖາບັນ ສະໜອງສິ່ງອຳນວຍຄວາມສະດວກ ເຊັ່ນ: ທາງດ້ານໝາຍ ແລະ ໂຄງ ຮ່າງຂອງດຳລັດ, ເພື່ອໃຫ້ຕະຫຼາດສາມາດເຮັດໜ້າທີ່ໄດ້ຢ່າງມີປະສິດທິຜົນ

ສິ່ງທີ່ຄ້າຍຄືກັນຂອງຕະຫຼາດທາງອອນໄລ ກໍ່ບໍ່ຕ່າງຫຍັງກັບຕະຫຼາດຮູບແບບເກົ່າ. ອົງປະກອບຂອງຕະຫຼາດທາງເອເລັກໂທຼນິກ ປະກອບມີຫຼັກໆຄື:

  • ລູກຄ້າ (ຜູ້ຊື້),
  • ຜູ້ຂາຍ,
  • ຜະລິດຕະພັນ,
  • ສິ່ງອຳນວຍຄວາມສະດວກ,
  • ດ້ານໜ້າ – ໃຊ້ເປັນທາງຜ່ານໃນການຕິດຕໍ່ກັບລູກຄ້າ, ເຊິ່ງລວມເອົາເວັບໄຊ໊ຂອງຄົນຂາຍເຄື່ອງ, ແລະ ທາງສື່ສັງຄົມ ອອນໄລ. ເປັນບ່ອນທີ່ທ່ານສາມາດສະແດງ ກາຕາລອກໃນຮູບແບບເອເລັກໂທຼນິກ, ບ່ອນປ້ອນຂໍ້ມູນບັດຊືື້ເຄື່ອງ, ເຄື່ອງຄົ້ມືນຫາ ແລະ ຊ່ອງທາງການຊຳລະເຂົ້າໃນຈຸດດຽວກັນ ທາງໜ້າຈໍເວັບໄຊ໊,
  • ດ້ານຫຼັງ – ແມ່ນກິດຈະກຳທີ່ສະໜັບສະໜູນພາຍຫລັງການຮັບເອົາການສັ່ງຊື້ຜ່ານທາງ ອອນລາຍ. ລວມເອົາ ສິ່ງທີ່ລູກຄ້າມີຄວາມປາດຖະໜາ, ການບໍລິຫານສາງສິນຄ້າ, ການຊື້ຈາກຜູ້ສະໜອງ, ຂະບວນການຊຳລະ, ການຫຸ້ມຫໍ່ ແລະ ການຂົນສົ່ງ,
  • ນາຍໜ້າ: ບຸກຄົນທີ່ສາມ ທີ່ຈັດຕັ້ງປະຕິບັດລະຫວ່າງຜູ້ຊື້ ແລະ ຜູ້ຂາຍ,
  • ຄູ່ຄ້າທາງທຸລະກິດອື່ນໆ,
  • ການສົ່ງເສີມການບໍລິການເພີ່ມເຕີ່ມ ເປັນຕົ້ນການພົບປະ ກັບຜູ້ຊື້ຂາຍໃນງານສັງຄົມຕ່າງໆ,
  • ຜະລິດຕະພັນດິຈິຕໍ້ (ເຊັ່ນ: ຮູບພາບ, ເພງ, ໜັງ), ສິນຄ້າທີ່ສາມາດປ່ຽນແປງຮູບແບບຈາກ ດິຈິຕໍ້ ແລະ ສົ່ງຜ່ານທາງ ອິນເຕີເນັດ.

ອາຊີບນັກການຕະຫຼາດ ໃນຍຸກດິຈິຕໍ ຈະຍັງເປັນທີ່ຕ້ອງການຫຼາຍໃນການຄ້າ ຍຸກຕໍ່ໄປ. ທັກສະການເຮັດຕົວຈິງ ສຳລັບບໍລິສັດ ຂະໜາດນ້ອຍ ແລະ ສຳລັບຄົນທີ່ມີຮ້ານຂາຍເຄື່ອງຍ່ອຍ ຈຳເປັນຫຼາຍ ຕ້ອງຮູ້-ເຂົ້າໃຈທັກສະພື້ນຖານ ໃນການໂຄສະນາ ສິນຄ້າ ແລະ ການບໍລິການຕົນເອງ. ສຳລັບບໍລິສັດຂະໜາດໃຫຍ່ ກໍ່ຍິ່ງຈຳເປັນຕ້ອງໄດ້ນຳໃຊ້ເຕັກນິກ ການໂຄສະນາຜ່ານທາງ ອິນເຕີເນັດ. ບໍ່ແມ່ນແຕ່ຈະປະຫຍັດຄ່າໃຊ້ຈ່າຍ ຫາກມັນເປັນການເຂົ້າຫາລູກຄ້າ ໄດ້ງ່າຍ, ໄວ ແລະ ກວດສອບໄດ້. ທ່ານ ພ້ອມແລ້ວຫຼືຍັງ ທີ່ຈະເລີ່ມສຶກສາ ວິທີການເຮັດໂຄສະນາທາງອອນໄລ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.