Norkhame
ສຸກສຳເລັດ ສຸກສຳເລັດ
ຄວາມສໍາເລັດຄືຄວາມລົ້ມແຫຼວທີ່ຍັງບໍ່ປະກົດ. ມັນບໍ່ມີເຫດຜົນພໍຈະເຮັດໃຫ້ເຮົາເປັນທຸກ. ກົງກັນຂ້າມ, ມັນແມ່ນ ກົນໃກການເຮັດວຽກ ປະກອບກັບ ທັກສະອື່ນໆໃນການ ເຮັດວຽກ. ເມືອເຮັດວຽກແລ້ວ ຖ້າອອກມາດີເຮົາບໍພຽງແຕ່ດີໃຈທີ່ວຽກແລ້ວເທົ່ານັ້ນ ຫາກຍັງອົດບໍ່ໄດ້ທີ່ຈະພູມໃຈໃນຜົນງານ. ເຫັນວ່າວຽກນັ້ນສຸດຍອດແລ້ວ ຫຼື ພູມໃຈ ໃນຄວາມເກັ່ງກາດຂອງຕົນເອງ. ໂລກປ່ຽນໄປໄວຫຼາຍ. ການຢຸດທີ່ຈຸເກົ່າ, ເຮັດແນວເກົ່າຄືວັນວານ, ຜູ້ກ້າວໜ້າໃນວັນນີ້ ອາດເປັນຄົນດ້ອຍໃນວັນ ໜ້າ. ເມືອເວລາຜ່ານໄປເມືອເບີ່ງຍ້ອນກັບໄປ ທ່ານອາດເຫັນວ່າວຽກນັ້ນບໍ່ດີຄືເຮົາຄິດ. ທ່ານຕ້ອງຊື່ສັດກັບໂຕເອງ.... ສຸກສຳເລັດ

ຄວາມສໍາເລັດຄືຄວາມລົ້ມແຫຼວທີ່ຍັງບໍ່ປະກົດ. ມັນບໍ່ມີເຫດຜົນພໍຈະເຮັດໃຫ້ເຮົາເປັນທຸກ. ກົງກັນຂ້າມ, ມັນແມ່ນ ກົນໃກການເຮັດວຽກ ປະກອບກັບ ທັກສະອື່ນໆໃນການ ເຮັດວຽກ. ເມືອເຮັດວຽກແລ້ວ ຖ້າອອກມາດີເຮົາບໍພຽງແຕ່ດີໃຈທີ່ວຽກແລ້ວເທົ່ານັ້ນ ຫາກຍັງອົດບໍ່ໄດ້ທີ່ຈະພູມໃຈໃນຜົນງານ. ເຫັນວ່າວຽກນັ້ນສຸດຍອດແລ້ວ ຫຼື ພູມໃຈ ໃນຄວາມເກັ່ງກາດຂອງຕົນເອງ.

ໂລກປ່ຽນໄປໄວຫຼາຍ. ການຢຸດທີ່ຈຸເກົ່າ, ເຮັດແນວເກົ່າຄືວັນວານ, ຜູ້ກ້າວໜ້າໃນວັນນີ້ ອາດເປັນຄົນດ້ອຍໃນວັນ ໜ້າ. ເມືອເວລາຜ່ານໄປເມືອເບີ່ງຍ້ອນກັບໄປ ທ່ານອາດເຫັນວ່າວຽກນັ້ນບໍ່ດີຄືເຮົາຄິດ. ທ່ານຕ້ອງຊື່ສັດກັບໂຕເອງ. ແລ້ວຈະເຫັນວ່າມັນມີຂໍ້ອ່ອນ ມີຂໍ້ບົກພ່ອງຢູ່ບໍ່ໜ້ອຍ. ເຖີງຕອນນັ້ນໃຈຂອງໂຕເອງ ກໍຈະເຮັດໃຫ້ຈຽມເນື້ອຈຽມໂຕຫຼາຍຂື້ນ. ບໍ່ຫຼົງຄິດວ່າຕົວເຮົາເອງເປັນທີ່ສຸດຂອງຂະແໜງນັ້ນໆ ຫຼື ເປັນເອກ.

ໃນຂະນະດຽວກັນ, ຫາກບໍ່ໄດ້ດັ່ງເປົ້າໝາຍວາງໄວ້ ກະບໍ່ໝາຍວ່າຈະຖືຕົນເອງດ້ອຍ. ນັກວິທະຍາສາດທາງດ້ານ ການແພດ, ເຕັກໂນໂລຍີໃໝ່ ແລະ ສາຂາທາງສັງຄົມ ກໍ່ຕ້ອງໃຊ້ເວລາຮຽນຮູ້ ຈາກຄວາມຜິດພາດ ໃນການ ເຮັດວຽກ. ກວ່າຈະຄົ້ນພົບດອກໄຟ, ສ້າງຍົນ, ຂື້ນອາວະກາດ ແລະ ອື່ນໆ; ນັກປະດິດເຫຼົ່ານັ້ນ ຕ່າງຕ້ອງໄດ້ຮັບມື ກັບຄວາມລົ້ມເຫຼວໃນການເຮັດວຽກ ມາຫຼາຍປີ.

ບໍ່ຢາກໃຊ້ຄຳວ່າ ລົ້ມເຫຼວ, ຢາກເອີ້ນວ່າ ເປັນ ການຮຽນຮູ້ສູ່ ຄວາມສຳເລັດ. ລັກສະອັນໜຶ່ຂອງຄົນເຫຼົ່ານັ້ນ ແມ່ນເຂົາບໍ່ມານັ່ງຈົ່ມທຸກໃຫ້ກັນຟັງ, ແຕ່ເຂົາຖາມຄຳຖາມວ່າ: ເປັນຫຍັງ? ເຮັດແນວໃດໃໝ່ໆ? ປະເມີນຜົນເຮັດວຽກ, ສ້າງແຜນ, ເສີມທັກສະ ແລະ ອື່ນໆ. ຖ້າໃນກໍລະ ນີສຳເລັດ, ມີຄົນຊືນຊົມກໍຢ່າໄດ້ໄປຫຼົງໄຫຼກັບຄວາມສຳເລັດ. ເຮົາໜ້າຈະພູມໃຈ ແລະ ຊອກຫົນທາງສ້າງ ສັນຂື້ນຕື່ມ.

ເປີດໃຈຂອງທ່ານເຂົ້າສູ່ຄວາມສຸກ-ທຸກ ໃນປັດຈຸບັນ. ປະທັບໃຈໃນທີ່ນີ້ເປັນຮູບແບບປະທັບໃຈກັບທຸກໆຄວາມ ພະຍາຍາມ ແລະ ເຕືອນໃຈພວກເຮົາໄດ້ເຮັດສິ່ງທີ່ດີຂື້ນອີກ. ຄົນເຮົາບໍ່ວ່າຈະທຸກຍາກລຳບາກຊຳໄດ້ ກໍ່ຢາກເກັບ ກຽ່ວຄວາມສຸກທີ່ຈະເກີດຂື້ນໃນສະເພາະໜ້າ. ເວົ້າໄປແລ້ວຄວາມສຸກ ມີໃຫ້ເຮົາສຳພັດຕະຫຼອດເວລາ ຢູ່ທີ່ວ່າໃຈເຮົາຈະເປີດຮັບ ຫຼື ບໍ່? ຄົນສ່ວນຫຼາຍ ເວລາມີບັນຫາກໍຈະຈົມຢູ່ກັບຄວາມເສົ້າ-ຄວາມທໍແທ້, ຄວາມເມືອຍລ້າ, ຈົນຍໍ່ຮັບຮູ້ຮອດຄວາມສຸກທີ່ປະກົດຢູ່ຕໍ່ໜ້າ. ເຮົາບໍ່ຄວນຍອມປ່ອຍໃຈໃຫ້ຈົມຢູ່ກັບຄວາມທຸກ ພໍມີຄວາມສຸກເຂ້າມາຊົນ. ໃຫ້ເປີດໃຈຮັບຄວາມສຸກເຕັມທີ່ ຮັບເອົາພະລັງທີ່ຈະຟັນຝ່າຄວາມທຸກຍາກລຳບາກອີກຕໍ່ໄປ.

ເປັນບໍ່? ເວລາເຮົາຄິດວ່າ: ຈົບປະລິນຍາຕີ, ແຕ່ງງານ, ມີລູກ, ເລື່ອນຂັ້ນ, ໄດ້ຂື້ນເງີນ ເດືອນ…ສິ່ງດັ່ງ ກ່າວເປັນການ ຄາດຫວັງຈາກຄວາມສຳເລັດ. ຄົນມັກຕັ້ງເປົ້າ ແລະ ຖືວ່າການໄປໃຫ້ເຖິງນັ້ນ, ເປັນຄວາມສຸກ. ແນວຄິດດັ່ງກ່າວ ມັນກະເປັນການພັກດັນໃຫ້ມີການເຮັດວຽກແບບຈູບຈ້າວຫ້າວຫັນ. ບໍ່ມີວັຮອິດເມື່ອຍ. ຫາກໃຈບໍ່ລົນລະກັບສິ່ງທີ່ ຄາດຫວັງ, ເຮົາອາກສູນເສຍການມີອິດສະຫຼະທາງແນວຄິດທີ່ເກາະກິນໃນໃນວ່າ: ມື້ນັ້ນ ແມ່ນວັນໃດຈະມາເຖິງ. ການຄິດແນວນັ້ນ, ໃນການບັນລຸເປົ້າໝາຍ ອາດເຮັດໃຫ້ເຮົາ ຍິ່ງເກີດມີຄວາມກັງວົນ, ມີຄວາມຈົດຈໍກັບ້າທີ່ ແລະ ຂາດການຢູ່ກັບປະຈຸບັນ.

ພວກເຮົາໜ້າຈະຖືເອົາການ ການດຳລົງຊີວິດໃນແຕ່ລະວັນເປັນຄວາມສຸກ ເພື່ອສ້າງສັນເພື່ອເປົ້າໝາຍ ທີ່ເຮົາຕ້ອງການ. ບໍ່ວ່າສິ່ງທີ່ຄາດຝັນຈະຍັງມາບໍ່ເຖິງ, ເຮົາກໍ່ຈະຍັງເປັນສຸກໄດ້. ຈາກແນວຄິດດັ່ງກ່າວ, ມັນຈະຊ່ວຍໃຫ້ທ່ານມີແນວຄິດສຸມໃສ່ການເຮັດວຽກແບບສ້າງສັນ, ເປັນອິດສະຫຼະ ແລະ ຄົ້ນຫາຫົນທາງໃໝ່ ສູ່ຄວາມສຳເລັດ ໄປພ້ອມໆກັບການມີຄວາມສຸກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.