Norkhame
ວິທີຄົ້ນຫາຕົນເອງ ວິທີຄົ້ນຫາຕົນເອງ
ເຮົາມັກຄົ້ນຫາຄວາມຮູ້ສຶກຄົນອື່ນ. ເປັນຫວ່ງຢ້ານເຂົາເຈົ້າຄິດແນວໃດກັບເຮົາ, ມັກ ຫຼືບໍ່ມັກ, ແລະ ຄິດຈະເຮັດແນວໃດໃຫ້ເຂົາເຈົ້າມັກ. ລອງມາເບິ່ງຕົນເອງເບິ່ງ. ເຮົາເປັນຄົນແນວໃດແທ້ໆ. ເພື່ອໃຫ້ຮູ້​ຈັກ​ກັບ​ຕົວ​ເອງ​,​ ທ່ານລອງຕັ້ງຄຳ​ຖາມ​ ຖາມ ແລະ ຫາ​ຄຳ​ຕອບ​ແກ່ທຸກໆຂໍ້ລຸ່ມນີ້ເບິ່ງວ່າ:​ ທ່ານ​ຕ້ອງ​ການ​ຫ​ຍັງ​ໃນ​ຊີ​ວິດ? ເປັນ​ຫ​ຍັງ​ທ່ານ​ຈຶ່ງ​ຢາກ​ໄດ້ສິ່ງນັ້ນໆ? ທ່ານ​ຢາກ​ເປັນ​ໃຜ ເປັນ​ຄົນ​ແບບ​ໃດ? ໃນສະຖານທີ່ໃດ ທ່ານຕ້ອງການຢູ່? ກຳ​ນົດ​ເວ​ລາ​ທີ່​ທ່ານ​ຕ້ອງ​ການ​ປ່ຽນ​ແປງ ແກ່ເປົ້າໝາຍຊີວິດຂອງທ່ານ? ທ່ານຈະເຮັດມັນຂື້ນມາດ້ວຍວິທີໃດ? ທ່ານມີຄວາມສຸກ ກັບເລື່ອງແບບໃດ?... ວິທີຄົ້ນຫາຕົນເອງ

ເຮົາມັກຄົ້ນຫາຄວາມຮູ້ສຶກຄົນອື່ນ. ເປັນຫວ່ງຢ້ານເຂົາເຈົ້າຄິດແນວໃດກັບເຮົາ, ມັກ ຫຼືບໍ່ມັກ, ແລະ ຄິດຈະເຮັດແນວໃດໃຫ້ເຂົາເຈົ້າມັກ. ລອງມາເບິ່ງຕົນເອງເບິ່ງ. ເຮົາເປັນຄົນແນວໃດແທ້ໆ. ເພື່ອໃຫ້ຮູ້​ຈັກ​ກັບ​ຕົວ​ເອງ​,​ ທ່ານລອງຕັ້ງຄຳ​ຖາມ​ ຖາມ ແລະ ຫາ​ຄຳ​ຕອບ​ແກ່ທຸກໆຂໍ້ລຸ່ມນີ້ເບິ່ງວ່າ:​

  1. ທ່ານ​ຕ້ອງ​ການ​ຫ​ຍັງ​ໃນ​ຊີ​ວິດ?
  2. ເປັນ​ຫ​ຍັງ​ທ່ານ​ຈຶ່ງ​ຢາກ​ໄດ້ສິ່ງນັ້ນໆ?
  3. ທ່ານ​ຢາກ​ເປັນ​ໃຜ ເປັນ​ຄົນ​ແບບ​ໃດ?
  4. ໃນສະຖານທີ່ໃດ ທ່ານຕ້ອງການຢູ່?
  5. ກຳ​ນົດ​ເວ​ລາ​ທີ່​ທ່ານ​ຕ້ອງ​ການ​ປ່ຽນ​ແປງ ແກ່ເປົ້າໝາຍຊີວິດຂອງທ່ານ?
  6. ທ່ານຈະເຮັດມັນຂື້ນມາດ້ວຍວິທີໃດ?
  7. ທ່ານມີຄວາມສຸກ ກັບເລື່ອງແບບໃດ?       
  8. ຈຸ​ດ​ເດັ່ນ​ແລະ​ຈຸດ​ດີ​ຂອງ​ທ່ານ​ແມ່ນ​ຫ​ຍັງ?
  9. ຈຸດ​ອ່ອນ ​ແລະ ສິ່ງຕ້ອງປັບປຸງ ​ ​ຂອງ​ທ່ານ​ແມ່ນ​ຫ​ຍັງ?

​ທ່ານ​ຕ້ອງ​ຫາ​ຄຳ​ຕອບທີ່ມາຈາກຄວາມຮູ້ສຶກທາງໃນຂອງຄວາມນຶກຄິດແທ້ໆ ແກ່ຄຳຖາມຂ້າງເທິງ.  ຄຳ​ຕອບເຫຼົ່ານີ້ ​ຄື​ຈຸດ​ປະ​ສົງ​ໃນ​ຊີ​ວິດ​ຂອງ​ທ່ານ. ຫລາຍ​ຄົນ​ບໍ່​ເຄີຍ​ຕັ້ງ​ຄຳ​ຖາມ. ​ກໍ​ເລີຍ​ບໍ່​ເຄີຍ​ມີ​ຈຸດ​ມຸ່ງ​ຫມາຍ​ໃນ​ຊີ​ວິດ. ແນ່ນອນຄຳຖາມ ໃນການຄົ້ນຫາຄວາມຕ້ອງການຕົນເອງ ອາດມີຫຼາກຫຼາຍກວ່ານີ້. ສິ່ງທີ່ຍົກຂື້ນມາ ແມ່ນເປັນຄຳຖາມພື້ນຖານທີ່ ສາມາດນຳໃຊ້ໄດ້ຂ້ອນຂ້າງດີ. ເມື່ອໃດທ່ານໄດ້ຄຳຕອບ, ລອງປ່ອຍ ຊີ​ວິດ​​ໄປ​ຕາມ​ຄຳຕອບທີ່ທ່ານພົບເຫັນ. ແລະ ບໍ່ໃຊ້ຊີວິດ​ຕາມມີຕາມ​ເກີດ​ ຕາມ​ຍັດ​ຖາ​ກຳ ອີກຕໍ່ໄປ ຫຼື ເຮັດ​ຕາມ​​ການ​ກຳ​ນົດ ຂອງຄອບຄົວ ແລະ ຄວາມຕ້ອງການຄົນ​ອື່ນ​ຕ້ອງ​ການ. ເວົ້າແນວນີ້ບໍ່ໝາຍວ່າ ທ່ານຕ້ອງເຮັດຜິດກົດໝາຍ ຫຼື ຂັດກັບຊີວິດຄົນອື່ນ. ພຽງແຕ່​ຖ້າ​ເຈົ້​າ​ຮູ້ຄຳ​ຕອບກ່ຽວກັບສິ່ງທີ່ທ່ານຕ້ອງການແລ້ວ, ທ່ານ​ຈະ​ໄດ້​ຮູ້ ວິທີໃຊ້ຊີວິດຕົນເອງ ເຊິ່ງໃນສາຍຕາ ຫຼື ຄວາມຄິດຂອງຄົນ ອື່ນອາດບໍ່ມັກໃຫ້ຊີວິດທ່ານເປັນໄປ ໃນທາງທີ່ທ່ານຕ້ອງການ.

ບາງຄັ້ງ ເຮົາອາດ ​ເບິ່ງ​ຄື​ວ່າ​ບໍ່​ມີ​ຫ​ຍັງ​ປ່ຽນ​ແປງ​ຫລາຍ. ຖ້າ​ທ່ານ​ເບິ່ງ​ຍ້ອນ​ກັບ​ໄປ​ໃນ​ອາ​ດີດ ຫລາຍ​ຢ່າງ​ມັນ​ຈະ​ແຕກ​ຕ່າງ​ກັນ​ຫລາຍ​ໃນ​ປັດ​ຈຸ​ບັນ ໃນເມື່ອທ່ານເລີ່ມຫັນປ່ຽນກິດຈະກຳ ແຕ່​ລະ​ມື້​ ໃຫ້ໄດ້ເຮັດໃນສິ່ງທີ່​​ທ່ານ​ຮັກ ແລະ ເດີນ​ຕາມ​ເສັ້ນ​ທາງ​ທີ່​ຝັນ. ທ່ານຈະຍອມ ໃຊ້​ເວ​ລາ​ຢູ່​ໃກ້​ຄົນ​ທີ່ທ່ານຮູ້ສຶກດີໆ, ຢູ່​ໃນ​ສ​ະ​ຖານ​ມັກ, ເຮັດ​ສິ່ງທີ່ເຮັດໃຫ້ເຮົາມີແຮງ ບັນດານໃຈ ແລະ ເລີ່ມມີການຕັດ​ສິນ​ໃຈ​ໃນ​ທຸ​ກະ​ເລື່ອງຢ່າງມີສະຕິ ຕາມອຸດົມການ. ​ການດຳລົງຊີວິດແບບນັ້ນ, ຈະ​ພາ​ທ່ານ​ໄປ​ທາງ​ໃດ​ທາງ​ຫ​ນຶ່ງ​ ທີ່ວາງແຜນໄວ້ ​ສະ​ເຫມີ.  

ເລື່ອງ​ບໍລິຫານ ​ເວ​ລາ​ຈຶ່ງ​ເປັນ​ເລື່ອງ​ທີ່​ທ່ານ​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ. ຖ້າ​ທ່ານ​ຈັດ​ການ​ເວ​ລາ​ບໍ່​ໄດ້ ທ່ານ​ກໍ​ຈະ​ກາຍ​ເປັນ​ຄົນ​ລົ້ມ​ເຫລວ​ເພາະ​ບໍ່ສາມາດ ໃຊ້ເວລາໄປຕາມກິດຈະກຳທີ່ວາງແຜນໄວ້. ຈົນເຮັດໃຫ້ທ່ານ ບໍ່ສາມາດສຳ ເລັດກິດຈະວັດ ປະຈຳວັນ. ເຖິງ​ເວ​ລາ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ບໍ່​ຕ້ອງ​ຊື້​, ແຕ່​ມັນ​ມີ​ຄຸນ​ຄ່າ​ຫລາຍກວ່າເງິນທອງ. ຖ້າ​ເຮົາ​ປ່ອຍ​ໃຫ້​ເວ​ລາ​ຜ່ານ​ໄປ​ໂດຍ​ບໍ່​ໄດ້​ຈັດ​ການ​ໃນ​ສິ່ງ​ດີໆເກີດ​ຂຶ້ນ​ໃນ​ຊີ​ວິດ​ກໍ​ເທົ່າ​ກັບ​ເຮົາ​ເສຍ​ເວ​ລາ​ແລະ​ປ່ອຍ​ໃຫ້​ຊີ​ວິດ​ເສຍ​ຊ່ວງ​ເວ​ລາ​ຫ​ນຶ່ງ​ໄປ. ໃນ​ເມື່ອ​ເວ​ລາ​ມີ​ຄູນ​ຄ່າ​ຂະ​ຫ​ນາດ​ນີ້, ຈົ່ງ​ເລືອກ​ຄົນ​ ແລະ ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຫມາ​ະ​ກັບ​ຄຸ​ນ​ຄ່າ​ຂອງ​ເວ​  ລ​າ​ ເພາະ​ສິ່ງ​ທີ່​ທ່ານ​ເຮັດ​ວັນ​ນີ້​ ຈະ​ສົ່ງ​ຜົນ​ກັບ​ວັນ​ຂ້າງ​ຫ​ນ້າ​ ແລະ ​ອາ​ນາ​ຄົດ​ຂອງ​ທ່ານ​ສະ​ເຫມີ.

ຈົ່ງພະຍາຍາມ​ເລືອກ​ເຮັດ​ສິ່ງ​ທີ່​ດີ​ ແລະ ​ຖືກ​ຕ້ອງ​ສະ​ເຫມີ, ເພາະ​ທ່ານ​ຈະ​ບໍ່​ຕ້ອງ​ເສຍ​ເວ​ລາ​ໃນ​ການ​ແກ້​ໄຂ​ໃຫ້​ມັນ​ຖືກ​ຕ້ອງ​ໃນ​ວັນ​ຂ້າງ​ຫ​ນ້າ. ກ່ອນຈະເຮັດຫຍັງ,​ ທ່ານຕ້ອງຖາມ​ເບິ່ງ​ຈຸດ​ປະ​ສົງ​ຂອງ​ຕົວ​ເອງ,​ເວ​ລາທີ່​ທ່ານຕ້ອງການນຳໃຊ້. ພວກເຮົາ​ທຸກ​ຄົນ​ຢູ່​ທີ່​ນີ້​ດ້ວຍ​ເຫດ​ຜົນ​ບາງ​ຢ່າງ ຫາກ​ຮູ້​ສຶກວ່າ​ຕົນ​ເອງ​ໄຮ້​ຄ່າ, ບໍ່​ຫມັ້ນ​ຄົງ, ສັບ​ສົນ, ບໍ່​ມີ​ຄວາມ​ສຸກ ແລະ ສ່ວນ​ໃຫ່​ຍ​ມັກ​ມີ​ເຫດ​ຜົນ​ຈາກ​ການ​ຫາ​ຈຸດ​ມຸ້ງ​ຫມາຍ​ບໍ່​ເຫັນ. ດັ່ງ​ນັ້ນ​ເຮົາ​ຄວນ​ຈະ​ຫາ​ ເປົ້າ​ຫມາຍ​ຂອງ​ຊີ​ວິດ​ແລະ​ຄຸນ​ຄ່າ​ຂອງ​ຕົວ​ເອງ​ໃຫ້ພົບ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.