Norkhame
ເນັດປ່ຽນຈິດ ເນັດປ່ຽນຈິດ
ຜູ້ປົກຄອງເດັກ ມັກຄດວ່າ: ອິນເຕີເນັດປ່ຽນຄວາມຕ້ອງການຂອງເຮົາໄປໃນທິດທາງໃດ? ໂດຍສະເພາະພຶດຕິກຳຂອງລູກໆເຂົາເຈົ້າ. ອິນເຕີເນັດຄືກ່ອງຂອງຫຼິ້ນທີ່ຊ່ວຍເຕີມເຕັມຄວາມຕ້ອງການ ໃນຍາມພໍ່ແມ່ບໍ່ມີເວລາໃສ່ໃຈລູກໆ. ຂ້າພະເຈົ້າ ເຊື່ອວ່າ ຄົນເຮົາທຸກຄົນລ້ວນມີຊີວິດຢູ່ທ່າມກາງຂໍ້ມູນຫຼາກຫຼາຍ ທີ່ພ້ອມຈະກະຕຸ້ນຄວາມຕ້ອງການ ແລະ ສິ່ງທີ່ຊວນໃຫ້ຄິດເຖິງສະເໝີວ່າປະໂຫຍດ ນີ້ກໍ່ຄື ອິນເຕີເນັດ ແມ່ນການບໍລິການຈໍາໜ່າຍສິນຄ້າອອນລາຍ ເຮັດໃຫ້ເຮົາຊື້ສິ່ງທີ່ ຕ້ອງການ ໄດ້ແບບທັນໃຈ ແລະ ຄົ້ນຫາຂໍ້ມູນທີ່ ຢາກຮູ້ ໄດ້ໃນພິບຕາ. ອີກທັງຍັງຊ່ວຍໃຫ້ເຮົາສະແດງຄວາມເຫັນພ້ອມ ກັບບົດຄວາມໜ້າສົນໃຈໃນເວັບບລ໊ອກຕ່າງໆໄດ້ຢ່າງງ່າຍດາຍ... ເນັດປ່ຽນຈິດ

ຜູ້ປົກຄອງເດັກ ມັກຄດວ່າ: ອິນເຕີເນັດປ່ຽນຄວາມຕ້ອງການຂອງເຮົາໄປໃນທິດທາງໃດ? ໂດຍສະເພາະພຶດຕິກຳຂອງລູກໆເຂົາເຈົ້າ. ອິນເຕີເນັດຄືກ່ອງຂອງຫຼິ້ນທີ່ຊ່ວຍເຕີມເຕັມຄວາມຕ້ອງການ ໃນຍາມພໍ່ແມ່ບໍ່ມີເວລາໃສ່ໃຈລູກໆ. ຂ້າພະເຈົ້າ ເຊື່ອວ່າ ຄົນເຮົາທຸກຄົນລ້ວນມີຊີວິດຢູ່ທ່າມກາງຂໍ້ມູນຫຼາກຫຼາຍ ທີ່ພ້ອມຈະກະຕຸ້ນຄວາມຕ້ອງການ ແລະ ສິ່ງທີ່ຊວນໃຫ້ຄິດເຖິງສະເໝີວ່າປະໂຫຍດ ນີ້ກໍ່ຄື ອິນເຕີເນັດ ແມ່ນການບໍລິການຈໍາໜ່າຍສິນຄ້າອອນລາຍ ເຮັດໃຫ້ເຮົາຊື້ສິ່ງທີ່ ຕ້ອງການ ໄດ້ແບບທັນໃຈ ແລະ ຄົ້ນຫາຂໍ້ມູນທີ່ ຢາກຮູ້ ໄດ້ໃນພິບຕາ. ອີກທັງຍັງຊ່ວຍໃຫ້ເຮົາສະແດງຄວາມເຫັນພ້ອມ ກັບບົດຄວາມໜ້າສົນໃຈໃນເວັບບລ໊ອກຕ່າງໆໄດ້ຢ່າງງ່າຍດາຍ ຫຼື ຫາກເກີດຄວາມຕ້ອງການ ຢາກສື່ສານກັບເພື່ອນມິດຂຶ້ນມາ ກໍ່ສາມາດຂຽນຂໍ້ຄວາມ ຫຼື ໂທຫາໄດ້ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍຄ່າໂທແພງໆຄືເກົ່າ. ເຖິງວ່າບາງເທື່ອອິນເຕີເນັດຈະຖືກໃຊ້ເປັນເວທີ ດ້ານລົບ ເພື່ອວ່ານຳໃຊ້ຫຼອກຫຼວງ ຫຼື ໂຈມຕີໃຜສັກຄົນ ແຕ່ກໍ່ຕ້ອງຍອມຮັບວ່າອິນເຕີເນັດພຽບພ້ອມດ້ວຍສັກກະຍະພາບສໍາລັບຕອບະໜອງຄວາມຕ້ອງການຂອງເຮົາທຸກຄົນ.

ປະເດັນທີ່ໜ້າຄິດກໍ່ຄື ອິນເຕີເນັດສົ່ງຜົນກະທົບຢ່າງໃດຕໍ່ສະໝອງຂອງເຮົາ ແລະ ມີຂໍ້ສັງເກດໃດແດ່ທີ່ບໍ່ຄວນເບິ່ງຂ້າມ. ຂໍ້ສັງເກດໃຫຍ່ໆກ່ຽວກັບຜົນກະທົບທີ່ອິນເຕີເນັດມີຕໍ່ສະໝອງມີດັ່ງຕໍ່ໄປນີ້:

ວິທີໃຊ້ສະໝອງເກີດການເສຍສົມດຸນ

ອັນດັບທໍາອິດຂໍຖາມກ່ອນວ່າ ແມ່ນຫຍັງຄືສິ່ງທີ່ຂາດບໍ່ໄດ້ ຕໍ່ການຈະເລີນເຕີບໂຕຂອງສະໝອງ ອອກຊີເຈນ? ຫຼື ກົດແອມິໂນ?ຫາກຂາດອອກຊິເຈນການເຮັດວຽກຂອງສະໝອງຈະອ່ອນດ້ອຍລົງ ສ່ວນກົດແອມິໂນຖືເປັນຕົວແປທີ່ສໍາຄັນສໍາລັບສື່ປະສາດ ຈຶ່ງເວົ້າໄດ້ວ່າທັງສອງຢ່າງນີ້ຄືສິ່ງຈໍາເປັນຕໍ່ສະໝອງ ແຕ່ເຈົ້າຮູ້ບໍວ່າຍັງມີອີກສິ່ງໜຶ່ງທີ່ຂາດບໍ່ໄດ້ເຊັ່ນກັນ ສິ່ງນັ້ນຄື ຂໍ້ມູນ ຊຶ່ງຄໍາວ່າຂໍ້ມູນໃນທີ່ນີ້ໝາຍເຖິງສິ່ງກະຕຸ້ນຕ່າງໆທີ່ໄດ້ຮັບຜ່ານທາງປະສາດ-ສໍາຜັດທັງຫ້າ ຍິ່ງມີຂໍ້ມູນຫຼາຍປານໃດສະໝອງກໍ່ຈະຍິ່ງຮັບເຂົ້າ ຫຼາຍເທົ່ານັ້ນ ແລະເຕີບໂຕຂຶ້ນຕາມຈໍານວນຂອງຂໍ້ມູນທີ່ໄດ້ຮັບ

ອິນເຕີເນັດຊ່ວຍເພີ່ມຄວາມສະດວກສະບາຍດ້ານການຄົ້ນຄວ້າຂໍ້ມູນທີ່ຢາກຮູ້ໃນຄລິກດຽວ ແຕ່ວ່າຂໍ້ມູນຊຶ່ງໄດ້ຮັບຜ່ານປະສາດສໍາຜັດທາງກາຍກັບໜ້ອຍລົງຫຼາຍເຖິງຫຼາຍທີ່ສຸດ.

ໃນການພົບປະສົນທະນາກັບຜູ້ອື່ນ ເຈົ້າຈະໄດ້ຮັບຂໍ້ມູນສາລະພັດທີ່ບໍ່ໄດ້ມາຈາກຄໍາເວົ້າພຽງຢ່າງດຽວເຊັ່ນ ການສະແດງອອກທາງສີໜ້າຂອງຄູ່ສົນທະນາ, ນໍ້າສຽງ, ລັກສະນະການເຄື່ອນໄຫວຮ່າງກາຍ ແລ້ວຖ້າເປັນການຮັບຂໍ້ມູນແບບດຽວກັນຈາກທາງອິນເຕີເນັດ ການພົບປະເວົ້າກັບຜູ້ອື່ນແບບຕໍ່ໜ້າແລ້ວ ສະໝອງສ່ວນທີ່ຖືກໃຊ້ງານຈະຖືກກໍໍາຈັດເຫຼືອພຽງສ່ວນໜ້ອຍ ຊຶ່ງສະໝອງສ່ວນທີ່ໃຊ້ຈະໄດ້ຮັບການຂັດເກົາໃຫ້ມີຄວາມຫຼຽມຄົມແຂງແກ່ນ ໃນຂະນະທີ່ສ່ວນທີ່ບໍ່ໄດ້ໃຊ້ຈະເຂົ້າສູ່ສະພາວະຫຼັບໄຫຼ ດັ່ງນັ້ນການໃຊ້ອິນເຕີເນັດໄລຍະຍາວຈະເຮັດໃຫ້ສະໝອງສ່ວນທີ່ຮັບຮູ້ຂໍ້ມູນຂ່າວສານຜ່ານຕົວໜັງສືໄດ້ຮັບການຂັດເກົາ ໃນຂະນະທີ່ສ່ວນອື່ນໆບໍ່ໄດ້ຮັບແຮງກະຕຸ້ນຫຼາຍເທົ່າທີ່ຄວນ.

ຜົນລັບທີ່ໄດ້ກໍ່ຄື ເສົາຮັບສັນຍານສໍາລັບຂໍ້ມູນຕົວໜັງສຶືມີຄວາມແຂງແກ່ນຂຶ້ນ ແຕ່ວ່າເສົາອາກາດສໍາລັບຂໍ້ມູນຈາກແຫຼ່ງອື່ນອ່ອນແຮງລົງ ຄໍາວ່າ”ເສົາອາກາດອ່ອນແຮງລົງ”ໃນທີ່ນີ້ໝາຍເຖິງການທີ່ສະໝອງບໍ່ຕອບສະໜອງຕໍ່ຂໍ້ມູນຊຶ່ງປະກົດຢູ່ເບື້ອງໜ້ານັ້ນເອງ ໂດຍປົກກະຕິແລ້ວຫາັສີໜ້າຂອງຄູ່ສົນທະນາເຄັ່ງຂຶມ ສະໝອງກໍ່ຈະເຮັດການຕີຄວາມແລະສົ່ງສັນຍານວ່າ”ເອ໋! ເລີ່ມຮູ້ສຶກບໍ່ຄ່ອຍດີແລ້ວນິ” ແຕ່ຫາກເສົາອາກາດສ່ວນນີ້ອ່ອນແຮງ ເຈົ້າກໍ່ຈະບໍ່ມີທາງສັງເກດເຫັນເຖິງການປ່ຽນແປງເລັກນ້ອຍໃນສີໜ້າຂອງອີກຝ່າຍ ຫຼືເວົ້າອີກຢ່າງໜຶ່ງ ເມື່ອເຈົ້າຈົດຈໍ່ແຕ່ເລື່ອງໃດເລື່ອງໜຶ່ງຫຼາຍເກີນໄປ ການເຮັດວຽກຂອງສະໝອງກໍ່ຈະເສຍສົມດຸນຈົນເປັນເຫດໃຫ້ເກີດຜົນເສຍຕາມມາ.

ໄລ່ຕາມຄວາມຕ້ອງການຢ່າງບໍ່ສິ້ນສຸດ

ຂໍ້ສັງເກດນີ້ມີ ຄື”ອຸບາຍ” ຂອງອິນເຕີເນັດ ໃນອິນເຕີເນັດມີອຸບາຍຫຼາກຫຼາຍສໍາລັບເຕີມເຕັມຄວາມຕ້ອງການຂອງຜູ້ໃຊ້ ແລະ ອຸຸບາຍອັນແນບນຽນເຫຼົ່ານີ້ເອງທີ່ເຮົາຄວນລະວັງ ຍົກຕົວຢ່າງເຊັ່ນ ເມື່ອເຈົ້າເບິ່ງຂໍ້ມູນໂມງ ຈາກເວັບໄຊໜຶ່ງ ແລ້ວຍ້າຍໄປອີກເວັບໜຶ່ງ ຈາກນັ້ນກໍ່ມີໂຄສະນາຂອງໂມງ ທີ່ຫາກະເບິ່ງມື້ກີ້ປະກົດໃຫ້ເຫັນ ເຊື່ອໄດ້ວ່າເກືອບທຸກຄົນຕ້ອງເຄີຍປະສົບເຫດການທໍານອງນີ້ມາແລ້ວ ຫຼືຫຼັງຈາກການທີ່ຄົ້ນຫາຂໍ້ມູນໜັງສືເຫຼັ້ມໜຶ່ງໃນເວັບໄຊຈໍາໜ່າຍໜັງສືທາງອອນລາຍ ພໍເປີດອີກເວັບໄຊໜຶ່ງກັບພົບກັບໜັງສືລັກສະນະຄ້າຍຄືກັນປະກົດຂຶ້ນ ພ້ອມຂໍ້ຄວາມວ່າ ສິນຄ້າແນະນໍາ ທັງໝົດນີ້ຄືເທັກນິກວິເຄາະປະຫວັດການຄົ້ນຄວ້າ ເພື່ອຄາດເດົາວ່າ”ຖ້າສົນໃຈສິ່ງນີ້ກໍ່ໜ້າຈະສົນໃຈນີ້ດ້ວຍ” ແລ້ວຢິບຍົກຂໍ້ມູນທີ່ກ່ຽວຂ້ອງຂຶ້ນມານໍາສະເໜີໂດຍອັດຕະໂນມັດ ແລະເມື່ອ ສິນຄ້າແນະນໍາ ຊຶ່ງຖືກຢິບຈັບມານໍາສະເໜີຢູ່ໃນຂອບເຂດຄວາມສົນໃຈ ເຈົ້າຍ່ອມຍາກຮູ້ກ່ຽວກັບສິນຄ້ານັ້ນໃຫ້ຫຼາຍຂຶ້ນເປັນທໍາມະດາ.

ຄວາມຢາກຮູ້ເຮັດໃຫ້ທ່ານຕັດສິນໃຈ ເດີນໜ້າ ແຕ່ຫຼັງຈາກຄລິກເຂົ້າໄປເບິ່ງ ກັບພົບວ່າຍັງມີ ສິນຄ້າແນະນໍາ ອັນອື່ນ ລວມເຖິງລິ້ງສໍາລັບເຊື່ອມຕໍ່ໄປເບິ່ງລາຍລະອຽດ. ວິທີການນີ້ເຮັດໃຫ້ທ່ານເຫັນສິນຄ້າທີ່ຕົວທ່ານເອງສົນໃຈຊໍ້າແລ້ວຊໍ້າອີກ ຈົນທ້າຍທີ່ສຸດກໍ່ມີຫຼາຍຄົນທີ່ລວມຕົວຊື້ ນີ້ເປັນຕົວຢ່າງຂອງອຸບາຍອັນແບບທີ່ໃຊ້ສໍາລັບກະຕຸ້ນຄວາມຕ້ອງການ. ແຕ່ເປັນຫຍັງມີຄົນຈໍານວນບໍ່ໜ້ອຍທີ່ຫຼົງຕິດກັບດັກນີ້ ນັ້ນເປັນເພາະການເບິ່ງເວັບໄຊພຽງເທື່ອດຽວກໍ່ພຽງພໍຈະເຮັດໃຫ້ສະໝອງຈົດຈໍາຂໍ້ມູນ ແລະ ເມື່ອເຫັນເວັບໄຊແບບດຽວກັນອີກເທື່ອໜຶ່ງ ສະໝອງຈະເລີ່ມເຮັດການວິໄຈວ່າຂໍ້ມູນຊຶ່ງເປັນເທື່ອທີ່ 2 ຄືກັບເທື່ອທໍາອິດ ຫຼື ບໍ່? ຄວາມຈິງຂັ້ນຕອນການວິໄຈນີ້ເອງເປັນຕົວການເຮັດໃຫ້ຄວາມຕ້ອງການເກີດຄວາມສັບສົນ ເມື່ອການວິໄຈເກີດຂຶ້ນຊໍ້າຫຼາຍເທື່ອ ຄວາມຊົງຈໍານັ້ນຈະປ່ຽນເປັນຄວາມຊົງຈໍາດ້ານປະສົບການແລະຝັງແໜ້ນຢູ່ໃນສະໝອງ ທ້າຍທີ່ສຸດຄວາມຊົງຈໍາດັ່ງກ່າວຈະການຍເປັນ ສ່ວນໜຶ່ງ ຂອງຕົວທ່ານ. ສະໝອງເກີດຄວາມຮູ້ສຶກໃກ້ຊິດ ຊຶ່ງໂດຍປົກກະຕິແລ້ວສະໝອງມີແນວໂນ້ມຈະເລືອກສິ່ງທີ່ຮູ້ສຶກໃກ້ຊິດຄຸ້ນເຄີຍ. ດັ່ງນັ້ນຈຶ່ງບໍ່ໄດ້ແປກຫາກເຈົ້າຈະເລືອກສິນຄ້າທີ່ເຫັນ(ຫຼືຖືກເຮັດໃຫ້ເຫັນ)ຊໍ້າແລ້ວຊໍ້າອີກ. ບາດນີ້ອາດຈະພໍເຂົ້າໃຈຄວາມໝາຍຂອງຄໍາວ່າ”ອຸບາຍ”ຂອງອິນເຕີເນັດແລ້ວແມ່ນບໍ?

ບໍ່ສາມາດກັບມາຄືເກົ່າໄດ້ອີກ

“ອຸບາຍ”ເພື່ອກະຕຸ້ນຄວາມຕ້ອງການຂອງຜູ້ໃຊ້ບໍລິການອິນເຕີເນັດມິສອດແຊກຢູ່ຫຼວງຫຼາຍ ຈົນກາຍເປັນສາເຫດໃຫ້ບາງຄົນເຖິງກັບຕິດອິນເຕີເນັດງອມແງັມ. ຊະນິດທີ່ວ່າຕ້ອງຄລິກຕະຫຼອດເວລາ ເຖິງວ່າຢາດເຊົາ ແຕ່ກໍ່ເຊົາບໍ່ໄດ້…ລອງມາຄິດກັນເບິ່ງວ່າຖ້າຫາກຢູ່ໃນສະພາບນີ້ຕໍ່ໄປເລື້ອຍໆຈະເປັນແນວໃດ ນິໄສຢ່າງໜຶ່ງທີ່ມະນຸດເຮົາມີຄືກັນ ການໃຫ້ຄວາມສໍາຄັນກັບສິ່ງທີ່ສາມາດເຕີມເຕັມຄວາມຕ້ອງການຂອງຕົນໄດ້ເປັນອັນດັບທໍາອິດ ເພາະສະໝອງໝົກໝຸ້ນຢູ່ກັບສິ່ງໃດສິ່ງໜຶ່ງ ເຮົາບໍ່ຮັບຮູ້ວ່າເລື່ອງອື່ນເປັນແນວໃດ ເພາະສະໝອງຈະຕັ້ງໝັ່ນຢູ່ກັບເລື່ອງນັ້ນເລື່ອງດຽວ ໂດຍບໍ່ຮັບຮູ້ວ່າຂະນະນັ້ນເປັນເວລາສໍາລັບຮັບປະທານອາຫານຫຼືເວລາສໍາລັບຫຼັບນອນຫຼັບຜັກຜ່ອນ ຊຶ່ງ ການນອນຫຼັບຜັກຜ່ອນ ນີ້ເອງທີ່ເປັນບັນຫາທີ່ຄວນຄໍານຶງ.

ສະໝອງເຮັດວຽກຕາມ ວົງຈອນທໍາມະຊາດ ໂດຍຈະເລີ່ມເຮັດວຽກເມື່ອຕາເວັນຂຶ້ນ ຢຸດເມື່ອຕາເວັນຕົກ ແລະ ກັບມາຕັ້ງຕົວເອງຄືນໃໝ່ລະຫວ່າງທີ່ຮ່າງກາຍນອນຫຼັບຜັກຜ່ອນ ເພື່ອເຮັດການຈັດລະບຽບພ້ອມກັບແຍກປະເພດຂໍ້ມູນທີ່ໄດ້ຮັບໃນມື້ກ່ອນໆ ແຕ່ວ່າຫາກເຮົາໃຊ້ອິນເຕີເນັດຈົນດຶກດື່ນ ສະໝອງຍ່ອມບໍ່ມີເວລາສໍາລັບການກັບມາເລີ່ມຕົ້ນດ້ວຍຕົວເອງເພາະເຄື່ອງຄອມພິວເຕີ ແລະ ສມາທໂຟນບໍ່ໄດ້ມີລະບົບປິດຕົວເອງ ເມື່ອເຖິງເວລາກາງຄືນ ນອກຈາກນີ້ ການປ່ອຍໃຫ້ຕົນເອງຢູ່ໃນສະພາບດັ່ງກ່າວດົນມື້ເຂົ້າ, ສະໝອງກໍ່ຈະຕິດນິໄສພຶ່ງພາອິນເຕີເນັດຈົນຍາກທີ່ຈະເຊົາໄດ້.

ອິນເຕີເນັດ”ໃຫ້ໂທດ”ຢ່າງນັ້ນຫວາ? ຜົນກະທົບຫຼັກທີ່ກ່າວມາຂ້າງເທິງ, ຂໍ້ທີ່ອິນເຕີເນັດມີຕໍ່ສະໝອງນີ້ ອາດຈະເຮັດໃຫ້ຫຼາຍຄົນສົງໄສວ່າອິນເຕີເນັດເປັນສິ່ງໃຫ້ໂທດສໍາລັບສະໝອງ. ຊຶ່ງຄວາມຈິງແລ້ວກໍ່ບໍ່ແມ່ນຢ່າງນັ້ນທັງໝົດຢ່າງດຽວ ເພາະອິນເຕີເນັດຖືເປັນສິ່ງອໍານວຍຄວາມສະດວກ ທີ່ຊ່ວຍໃຫ້ຊີວິດຂອງເຮົາພຽບພ້ອມຫຼາຍຂຶ້ນ. ຫາກຮູ້ຈັກໃຊ້ຢ່າງຊານສະຫຼາດ ອີກທັງຍັງເປັນຊ່ອງທາງສໍາຄັນໃນການຕິດຕໍ່ກັບໂລກພາຍນອກ. ແຕ່ຖ້າຫາກບໍ່ຮູ້ຈັກຄວບຄຸມຕົນເອງ ໂອກາດທີ່ ຈະຖືກດ້ານລົບຂອງອິນເຕີເນັດຊັກຈູງໃຫ້ຫຼົງລະເລີງນັ້ນມີຢູ່ຄ່ອນຂ້າງສູງ. ຫາກທ່ານບໍ່ຄໍານຶງເຖິງ ຄວາມຕ້ອງການແທ້ຈິິງ ທ່ານກໍ່ຈະໂດດເຂົ້າຫາຂໍ້ມູນໜ້າສົນໃຈທີ່ປາກົດຢູ່ຕໍ່ໜ້າ ຈົນກາຍເປັນວ່າປະໃຫ້ຕົນເອງໄຫຼໄປກັບໂລກຂອງອິນເຕີເນັດ ໄຂວ່ຄວ້າ ບາງສິ່ງບາງຢ່າງ ຢ່າງທີ່ບໍ່ຮູ້ຈັກຢຸດຢ່ອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.