Norkhame
ຟັງຈິດໃຕ້ສຳນຶກ ຟັງຈິດໃຕ້ສຳນຶກ
ຫຼາຍຄົນທີ່ປະສົບຜົນສຳເລັດຕ່າງພາກັນເວົ້າວ່າ: ສິ່ງໃດທີ່ທ່ານຄິດຢາກເຮັດ ແມ່ນເປັນໜ້າທີ່ທີ່ໄດ້ຮັບການ ມອບ ໝາຍ ມາໃຫ້ປະຕິບັດ ໃນຊ່ວງການມີຊີວິດ. ຖ້າຕັ້ງໃຈເຮັດ,  ຖອດຖອນບົດຮຽນ ແລະ ໜັ່ນປ່ຽນແປງຍຸດທະວິທີ, ວັນໜຶ່ງ ທ່ານຈະສຳເລັດ. ຄັ້ງ​ຫ​ນຶ່ງ​​ຄົນ​ບໍ່​ເຄີຍ​ເຊື່ອ​ວ່າ​ຄົນເຮົາ​ຈະ​ບິນ​ໄດ້ ແຕ່​ມື້​ນີ້​ຄົນເຮົາ​ບິນ​ໄປ​ໄດ້​ທຸກ​ທີ່ທີ່​ຢາກ​ໄປ. ​ດັ່ງ​ນັ້ນ​ຈົ່ງ​ຢ່າ​ຟັງ​ໃຜ​ບາງ​ຄົນ​ບອກ​ທ່ານ​ວ່າ ສິ່ງ​ທີ່​ທ່ານ​ຄິດ​ຫລື​ກຳ​ລັງ​ເຮັ​ດ​ນັ້ນ​ມັນ​ເປັນ​ໄປ​ບໍ່​ໄດ້​. ຈົ່ງ​ມີ​ສັດ​ທາ​ຫລາຍ​ພໍ​ທີ່​ຈະ​ບໍ່​ທໍ້ ​ແລະ ​ສ້າງ​ຝັນ​ໃຫ້​ເປັນ​ຈິງ. ຖ້າ​ທ່ານ​ຄິດ​ວ່າ​ທ່ານ​ເປັນ​ຄົນ​ທີ່​ບໍ່​ເກັ່ງ ທ່ານ​ກໍ່ຈະຄິດ​ວ່າ​ທ່ານ​ບໍ່​ມີ​ຄວາມ​ສາ​ມາດ​ພໍ​ທີ່​ຈະ​ເຮັດ​ໃຫ້​ດີ​ຂຶ້ນ. ຖ້າ​ທ່ານ​ຄິດ​ວ່າ​ທ່ານເປັນ​ຄົນ​ທີ່​ບໍ່​ມີ​ວັນ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ, ທ່ານ​ກໍ​ຈະ​ບໍ່​ພະ​ຍາ​ຍາມ​ເຮັດ​ຫ​ຍັງ​ໃຫ້​ດີຂຶ້ນ... ຟັງຈິດໃຕ້ສຳນຶກ

ຫຼາຍຄົນທີ່ປະສົບຜົນສຳເລັດຕ່າງພາກັນເວົ້າວ່າ: ສິ່ງໃດທີ່ທ່ານຄິດຢາກເຮັດ ແມ່ນເປັນໜ້າທີ່ທີ່ໄດ້ຮັບການ ມອບ ໝາຍ ມາໃຫ້ປະຕິບັດ ໃນຊ່ວງການມີຊີວິດ. ຖ້າຕັ້ງໃຈເຮັດ,  ຖອດຖອນບົດຮຽນ ແລະ ໜັ່ນປ່ຽນແປງຍຸດທະວິທີ, ວັນໜຶ່ງ ທ່ານຈະສຳເລັດ.

ຄັ້ງ​ຫ​ນຶ່ງ​​ຄົນ​ບໍ່​ເຄີຍ​ເຊື່ອ​ວ່າ​ຄົນເຮົາ​ຈະ​ບິນ​ໄດ້ ແຕ່​ມື້​ນີ້​ຄົນເຮົາ​ບິນ​ໄປ​ໄດ້​ທຸກ​ທີ່ທີ່​ຢາກ​ໄປ. ​ດັ່ງ​ນັ້ນ​ຈົ່ງ​ຢ່າ​ຟັງ​ໃຜ​ບາງ​ຄົນ​ບອກ​ທ່ານ​ວ່າ ສິ່ງ​ທີ່​ທ່ານ​ຄິດ​ຫລື​ກຳ​ລັງ​ເຮັ​ດ​ນັ້ນ​ມັນ​ເປັນ​ໄປ​ບໍ່​ໄດ້​. ຈົ່ງ​ມີ​ສັດ​ທາ​ຫລາຍ​ພໍ​ທີ່​ຈະ​ບໍ່​ທໍ້ ​ແລະ ​ສ້າງ​ຝັນ​ໃຫ້​ເປັນ​ຈິງ. ຖ້າ​ທ່ານ​ຄິດ​ວ່າ​ທ່ານ​ເປັນ​ຄົນ​ທີ່​ບໍ່​ເກັ່ງ ທ່ານ​ກໍ່ຈະຄິດ​ວ່າ​ທ່ານ​ບໍ່​ມີ​ຄວາມ​ສາ​ມາດ​ພໍ​ທີ່​ຈະ​ເຮັດ​ໃຫ້​ດີ​ຂຶ້ນ. ຖ້າ​ທ່ານ​ຄິດ​ວ່າ​ທ່ານເປັນ​ຄົນ​ທີ່​ບໍ່​ມີ​ວັນ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ, ທ່ານ​ກໍ​ຈະ​ບໍ່​ພະ​ຍາ​ຍາມ​ເຮັດ​ຫ​ຍັງ​ໃຫ້​ດີຂຶ້ນ ຫລື​ ປ່ອຍ​ໃຫ້​ຕົວ​ເອງ​ລົ້ມ​ເຫລວ ຫລື​ ທ່ານ​ຄິດ​ວ່າ​ທ່ານ​ອ້ວນ​ ຫລື ​ເກີດ​ມາ​ອ້ວນ​ທ່ານ​ກໍ​ຈະ​ບໍ່​ພະ​ຍາ​ຍາມ​ລົດ​ນ້ຳ​ຫ​ນັກ.

ຖ້າ​ທ່ານ​ຮູ້ວ່າ​ທ່ານ​ເປັນໃຜ ແລະ​ ທ່ານ​ຕ້ອງ​ການ​ຫ​ຍັງ​ທ່ານ​ກໍ​ຈະຍອມ​ເຮັດບາງ​ສິ່ງ​ບາງ​ຢ່າງ ເພື່ອ​ເຮັດ​ໃຫ້​ທ່ານ​ມີທັກສະຄວາມສາມາດທີ່ທ່ານຢາກມີ. ຖ້າ​ທ່ານ​ຍັງ​ບໍ່​ຮູ້ວ່າ​ທ່ານ​ຕ້ອງ​ການ​ຫ​ຍັງ, ​ສຸດ​ທ້າຍ​ທ່ານ​ຈະ​ມີ​ຊີ​ວິດ​ທ່າມ​ກາງ​ສິ່ງ​ທີ່​ທ່ານ​ບໍ່​ຕ້ອງ​ການ.

ຄົນ​ທີ່​ຢູ້​ລອດ​ໄດ້​ໃນ​ໂລກ​​ນີ້​ບໍ່​ແມ່ນ​ຄົນ​ທີ່​ສະ​ຫລາດ​ທີ່​ສຸດ​ ແຕ່​ເປັນ​ຄົນ​ທີ່​ປັບ​ຕົວ​ໄດ້​ເກັ່ງ​ທີ່​ສຸດ. ຄົນ​ທີ່​ມີ​ຈິດ​ໃຈ​ແຂງ​ແກ່ນ ພ້ອມ​ຮັບ​ມື​ກັບ​ທຸກ​ສະ​ຖາ​ນະ​ການ ນອກ​ຈາກ​ຢູ່​ລອດ​ແລ້ວ ຍັງ​ຢູ່​ຢ່າງ​ເປັນ​ສຸກ. ຄົນ​ສ່ວນ​ໃຫ່​ຍ​ມັກ​ຕັ້ງ​ຂໍ້​ຈຳ​ກັດ​ໃຫ້​ຕົວ​ເອງ​ຫລາກ​ຫລາຍ​ເຊັ່ນ ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ເຂົາ​ຕ້ອງ​ການ; ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ຈະ​ເປັນ​ຫົວ​ຫ​ນ້າ​ໃຜ​ໄດ້; ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ຈະ​ເຮັດ​ວຽກ​ດ່ວນໆ​ໄດ້​ສຳ​ເລັດ; ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ຕື່ນ​ເຊົ້າ ​ແລະ ​ຍັງມີອີກຫຼາຍໆຂໍ້ຄິດດ້ານລົບທີ່ສ້າງ ຂື້ນກັບຕົນເອງ.  ຢ່າ​ເຮັດ​ໃຫ້​ຊີ​ວິດ​ຍາກ​ຂຶ້ນ​ໄປ​ອີກ. ​ໂດຍ​ການ​ຕັ້ງ​ຂໍ້​ຈຳ​ກັດ​ຫລວງ​ຫລາຍ​ໃຫ້​ຕົວ​ເອງ. ຄົນ​ທີ່​ຢູ່​ລອດ​ໃນ​ໂລກ​ນີ້​ໄດ້ ​ຄື​ຄົນ​ທີ່​ປັບ​ຕົວ​ໃຫ້​ເກັ່ງ ບໍ່​ແມ່​ນ​ຄົນ​ສະ​ຫລາດ​ທີ່​ສຸດ. ຖ້າ​ທ່ານ​ບໍ່​ປັບ​ຕົວ​ໃນ​ທຸກ​ສະ​ຖາ​ນະ​ການ ທ່ານ​ຈະ​ຕົກ​ໃນສະຖານະການລຳບາກ​.

ຖ້າ​ທ່ານ​ຢາກ​ຈະ​ປ່ຽນ​ຊີ​ວິດ​ຂອງ​ທ່ານ, ຕ້​ອງ​ເລີ່ມ​ຈາກ​ການ​ປ່ຽນ​ທັດ​ສະ​ນະ​ຄະ​ຕິ ປັບ​ຄວາມ​ຄິດ​ ແລ້ວ​ເລີ່ມ​ເຮັດ​ສິ່ງ​     ໃ​ໝ່. ທ່ານ​ບໍ່​ອາດ​ຮູ້​ໄດ້​ວ່າ​ຈະ​ຕື່ນ​ຂຶ້ນ​ມາ​ໃນ​ມື້​ອື່ນ​ບໍ່. ຢ່າ​ຖ້າ​ຈົນ​ຮອດ​ມື້​ທີ່​ທ່ານ​ໄດ້​ຮູ້​ວ່າ ທ່ານ​ຈະ​ບໍ່​ມີ​ເວ​ລາ​ເຫລືອ​ໃຫ້​ເຮັດ​ສິ່ງ​ທີ່​ທ່ານ​ເຄີຍ​ຝັນ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ທີ່​ສຸດ. ​ດັ່ງນັ້ນ​ເລີ່ມ​ເຮັດ​ໄດ້​ແລ້ວ. ເລີ່ມ​ຕອນ​ທີ່​ທ່ານອາດຍັງຄິດວ່າບໍ່​ພ້ອມ. ​ເລີ່ມ​ໄປ​ເທື່ອ​ລະ​ເລັກ​ນ້ອຍ.

ມື້​ນີ້​ຄື​ຂອງ​ຂັວນ​ທີ່​ພິ​ເສດ. ໃຜ​ບາງ​ຄົນ​ບໍ່​ມີ​ໂອ​ກາດ​ໄດ້​ຕື່ນ​ຂຶ້ນ​ມາ. ທ່ານ​ໄດ້​ຮັບ ມື້​ນີ້ ມາ​ຈັກ​ເທື່ອ​ແລ້ວ​ໃນ​ຊີ​ວິດ? ຈົ່ງ​ເຮັດ​ທຸກວັນ​ນີ້​ຂອງ​ທ່ານ​ໃຫ້​ດີ​ທີ່​ສຸ​ດ​. ໃຫ້​ພິ​ເສດກວ່າ​ທີ່​ເຄີຍ. ໃຫ້​ດີ​ຂຶ້ນກວ່າ​ວັນ​ວານ. ຈົ່ງ​ຕື່ນ ແລ້ວ​ຄວບ​ຄຸມ​ເບິ່ງແຍງ​ຊີ​ວິດ​ຂອງ​ທ່ານ.

ການເລືອກເປັນອິດສະຫຼະຈາກແນວຄິດຄົນອື່ນ ແລະ ເດີນເສັ້ນທາງ​ເລືອກຂອງທ່ານ, ​ເປັນ​ຫົນທາງສູ່​ອິດ​ສະ​ຫລະ​ພາບ. ທ່ານ​ຈະມີ​ອິດ​ສະ​ຫລະ​ພາບຫຼາຍ​ພໍ​ທີ່​ຈະ​ເລືອກ​ສິ່ງ​ຫ​ນຶ່ງ​ຫລາຍກວ່າ​ອີກ​ສິ່ງ​ຫ​ນຶ່ງ. ເລືອກ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ແທ້ໆ​ໃນ​ຊີ​ວິດ. ດັ່ງ​ນັ້ນ​ຈົ່ງ​ເລືອກ​ຢ່າງ​ມີ​ສະ​ຕິ ແລະ ເລືອກໃຊ້ຊີວິດທີ່ທ່ານຢາກເປັນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.