Norkhame
ຄົ້ນຫາຕົນເອງ ຄົ້ນຫາຕົນເອງ
ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ. ເມື່ອໃດທ່ານເຂົ້າໃຈຕົນເອງ, ທ່ານຈະຮູ້ຈັກຮັກ​ໃນສິ່ງທີ່ທ່ານມີ ແລະ ​ຮູ້ສິ່ງທີ່​ຕົວ​ເອງຕ້ອງໄດ້ປັບປຸງ. ບໍ່​ມີ​ຫ​ຍັງ​ທີ່​ສຳ​ຄັນ​ກວ່າກ​ານ​ເບິ່ງ​ເຫັນ​ຄຸນ​ຄ່າ​ໃນ​ຕົວ​ເອງ​ເພາະ​ມັນ​ມີ​ປະ​ໂຫຍດ​ຫລາຍ​ດັ່ງ​ຕໍ່​ໄປ​ນີ້: ຊີ​ວິດ​ຈະ​ກາຍ​ເປັນ​ເລື່​ອງ​ງ່າຍ​ຂຶ້ນ​ເມື່ອ​ທ່ານຮັກ​ຕົວ​ເອງ.... ຄົ້ນຫາຕົນເອງ

ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ.

ເມື່ອໃດທ່ານເຂົ້າໃຈຕົນເອງ, ທ່ານຈະຮູ້ຈັກຮັກ​ໃນສິ່ງທີ່ທ່ານມີ ແລະ ​ຮູ້ສິ່ງທີ່​ຕົວ​ເອງຕ້ອງໄດ້ປັບປຸງ. ບໍ່​ມີ​ຫ​ຍັງ​ທີ່​ສຳ​ຄັນ​ກວ່າກ​ານ​ເບິ່ງ​ເຫັນ​ຄຸນ​ຄ່າ​ໃນ​ຕົວ​ເອງ​ເພາະ​ມັນ​ມີ​ປະ​ໂຫຍດ​ຫລາຍ​ດັ່ງ​ຕໍ່​ໄປ​ນີ້:

  1. ຊີ​ວິດ​ຈະ​ກາຍ​ເປັນ​ເລື່​ອງ​ງ່າຍ​ຂຶ້ນ​ເມື່ອ​ທ່ານຮັກ​ຕົວ​ເອງ. ​ທ່ານ​ຈະ​ບໍ່​ຕຳນິ​ຕົວ​ເອງ​ຕ່າງໆ​ນາໆ, ຮູ້ສຶກມີຄວາມພູມໃຈ ແລະ​ ບໍ່ຮູ້​ສຶກ​ຊັງ​ຕົ​ວ​ເອງ​ໃນຈຸດດ້ອຍ ທັງພ້ອມທີ່ຈະພັດທະນາໃຫ້ດີຂື້ນ. ທ່ານຈະຮູ້ສິ່ງຂາດເຫຼືອອັນເປັນເຫດຜົນ​ໃຫ້ທ່ານ​ໄປ​ບໍ່​ເຖິງ​ເປົ້າ​ຫມາຍ ແລະ ຈະເປັນການ ວາງແຜນກິດຈະກຳປະຈຳວັນ ໄດ້ຈັດຕັ້ງປະຕິບັດ ​​ໃນ​ວັນ​ຂ້າງ​ຫ​ນ້າ.
  2. ທ່ານຈະຮູ້​ສຶກ​ຫມັ້ນ​ຄົງ​ພາຍ​ໃນ​ໃຈ​ຫລາຍ​ຂຶ້ນ ເມື່ອ​ທ່ານມັກ​ຕົວ​ເອງ​ຫລາຍ​ຂຶ້ນ ຈະ​ບໍ່ກັງ​ວົນກັບ​ຄວາມ​ຄິດ​ເຫັນ​ຈາກ​ຄົນ​ອື່ນ​ທີ່​ມີ​ຕໍ່​ທ່ານ ໃນທາງທີ່ບໍ່ເໜາະສົມ. ແລ້ວ​ທ່ານ​ຈະ​ມີຄວາມສາມາດ ຄວບ​ຄຸມ​ອາ​ລົມ​ໄດ້​ດີ​ຂຶ້ນ. ເວົ້າແນວນີ້ ບໍ່ໄດ້ໝາຍວ່າ ທ່ານຈະບໍ່ຮັບຄວາມຄິດຄົນອື່ນ ເພື່ອໃຫ້ທ່ານປ່ຽນນິດໃສ. ໃນບາງກໍລະນີ, ຄຳນິນທາຂອງຄົນອື່ນ ອາດເຮັດໃຫ້ເຮົາບໍ່ສະບາຍໃຈກະເປັນໄດ. 
  3. ທ່ານ​ຈະ​ກາຍ​ເປັນ​ຄົນ​ທີ່​ຫ​ນ້າ​ສົນ​ໃຈ​ຫລາຍ​ຂຶ້ນ. ທ່ານ​ຈະ​ບໍ່​ຮູ້​ສຶກວ່າ​ຕົວ​ເອງ​ດ້ອຍ​ໂອ​ກາດ​ແລະ​ກາຍ​ເປັນ​ຜູ້​ທີ່​ຢາກ​ໃຫ້ ຕົນເອງຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ. ຄົນອື່ນ​ຈະ​ຮູ້​ສຶກວ່າ​ການ​ໄດ້​ຢູ່​ກັບ​ທ່ານ​ເປັນ​ເລື່ອງງ່າຍ ຮູ້​ສຶກ​ສະ​ບາຍ​ໃຈ. ບໍ່​ວ່າ​ໃນ​ຄວາມ​ສຳ​ພັນ​ໃດໆ​ກັບ​ຫມູ່, ​ໃນ​ບ່ອນ​ເຮັດ​ວຽກ​ ຫລື ​ກັບຄົນແປກໜ້າ,
  4. ທ່ານ​ຈະ​​ມີ​ຄວາມ​ຫມັ້ນ​ໃຈ​ ໃນຕົວຂອງ​ຕົນ​ເອງ​ຫຼາຍຂື້ນ. ເພາະ​ສັດ​ຕູ​ທີ່​ເປັນ​ຕາ​ຢ້ານ​ທີ່​ສຸດ​ຄື​ຕົວ​ເຮົາ​ເອງ. ການ​ທີ່​ທ່ານ​ຮັກ​ແລະ​ນັບ​ຖື​ຕົນ​ເອງ, ທ່ານ​ຈະ​ຮູ້​ວ່າ​ຕົນ​ສົມ​ຄວນ​ຈະ​ຮັບ​ສິ່ງ​ທີ່​ດີ​ໃນ​ຊີ​ວິດ​ເພາະ​ມີ​ຄວາມ​ສາ​ມາດ​ຫລ​າ​ຍ​ພໍ​ທີ່​ຈະ​ເຮັດ​   ຫ​ຍັງ​ກໍ​ໄດ້ ບົນພື້ນຖານວ່າ ທ່ານພະຍາຍາມຄົ້ນຄິດ ແລະ ຊອກຫາການຮຽນຮູ້ ໃນການເຮັດວຽກນັ້ນ.
  5. ທ່ານ​ຈະ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ ຮັກ​ແລະ​ນັບ​ຖື​ຕົນ​ເອງ. ​ຄວາມ​ສຸກ​ມັກ​ເດີນ​ໄປ​ໃນ​ທິດ​ທາງ​ດຽວ​ກັນ ເຮັດ​ໃຫ້​ທ່ານ​ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ຕົວ​ເອງແລະ​ແລະ​ທ່ານ​ຈະ​ພະ​ຍາ​ຍາມ​ຮັກ​ຢ່າງ​ຕໍ່​ເນື່ອງ​ທຸກ​ມື້​ເພາະ​ມັນ​ເຮັດ​ໃຫ້​ຊີ​ວິດ​ມີ​ຄວາມ​ສຸກ,
  6. ທ່ານ​ຈະ​ຍອມຮັບ​ມື​ກັບ​ຄວາມ​ຜິດ​ພາດ​ແລະ​ຄວາມ​ລົ້ມ​ເຫລວ​ໄດ້​ດີ​ຂຶ້ນ. ໃນເວລາ ​ທ່ານ​ພະ​ຍາ​ຍາມ​ທີ່​ຈະ​ໄປ​ສູ່​ເປົ້າ​ຫມາຍ, ຖ້າ​ທ່ານ​ພາດ​​ແລ້ວ​ລົ້ມ​ລົງ ທ່ານ​ຈະ​ບໍ່​ຕົກ​ໃຈ​ ແລະ ຕຳນິ​​ຕົວ​ເອງ. ເພາະ​ທ່ານ​ຮູ້​ຄວາມ​ຈິງ​ທີ່​ວ່າ​ໃຜໆ​ກໍ​ລົ້ມ​     ເຫລວ​ໄດ້. ໂດຍ​ສະ​ເພາະ​ຄົນ​ທີ່​ພະ​ຍາ​ຍາມ​ເຮັດ​ຫ​ຍັງ​ຫລາກ​ຫລາຍ​ຢ່າງ​ມັນ​ເປັນ​ເລື່ອງ​ປົກ​ກະ​ຕິທີ່ຈະຕ້ອງພາດບາງເປົ້າ ໝາຍ. ຕອນ​ນີ້​ທ່ານ​ຮູ້​ແລ້ວ​ວ່າ​ຈະ​ໄດ້​ປະ​ໂຫຍດ​ແນວ​ໃດ​ຈາກ​ການ​ຮັກ​ຕົວ​ເອງ​, ແລ້ວ​ທ່ານຈະ​ເລີ່ມ​ໄດ້​ແນວ​ໃດ? ເລີ່ມ​ຈາກ​ການ​ສັງ​ເກດ​ຄວາມ​ຄິດ​ໃສ່​​ໃຈ​ ຄວາມ​ຮູ້​ສຶກ​ ແລະ ​ຄ່ອຍໆ​ຮັກ​ຕົວ​ເອງ ທັງພ້ອມປ່ຽນ​ແປງປົດ​ປ່ອຍແນວຄິດບໍ່ຮັກຕົນ​ເອງ​ໃນ​ທຸກວັນ.

ຖ້າ​ທ່ານ​ຕ້ອງ​ການ​ທີ່​ຈະ​ກ້າວໜ້າສູ່ຄວາມສຳເລັດໃນ​ຊີ​ວິດ​, ທ່ານ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເລີ່ມ​ຮັກ​ຕົວ​ເອງ​ກ່ອນ. ເມື່ອ​ທ່ານ​ຮູ້​ຈັກ​ຮັກ​ຕົວ​ເອງ ທ່ານ​ຈະ​ຮູ້​ວ່າ​ທ່ານ​ຕ້ອງ​ການ​ສິ່ງ​ໃດ ເມື່ອ​ຮູ້ວ່າ​ຕ້ອງ​ການ​ຫ​ຍັງ​ແລ້ວ​ ທ່ານ​ຈະ​ຫາ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ສຳ​ເລັດ​ຈົນ​ໄດ້ ແລະ​ ເມື່ອ​ທ່ານ​ເຮັດ​ສິ່ງ​ນັ້ນ​ສຳ​ເລັດ​ທ່ານ​ຈະ​ມີ​ຄວາມ​ຫມັ້ນ​ໃຈຫຼາຍຂື້ນກວ່າທີ່ເປັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.