Norkhame
ເປັນສຸກຍຸກໂຄວິດ ເປັນສຸກຍຸກໂຄວິດ
ຖ້າທ່ານໃສ່ໃຈສິ່ງທີ່ບໍ່ມີ, ທ່ານກໍ່ຈະບໍ່ໄດ້ຄຸນຄ່າຫັຍງ. ເປັນຕົ້ນຂ່າວປອມຊ່ວງໂຄວິດ19. ຂໍ້ຄວາມອອກມາຫຼາຍທຸກໆສື່ ທັງທາງການ ແລະ ໃຫ້ລະວັງຂ່າວບໍ່ເປັນທາງການຈາກຄົນບໍ່ຫວັງດີ. ເຊິ່ງມັກເວົ້າກ່ຽວກັບການລະບາດໃນທຸກໆປະເທດ. ຂ່າວ, ມັນເຮັດໃຫ້ຄົນຄິດ “ສົງໃສວ່າ, ສິ່ງທີ່ຈະເກີດຫຍັງຂຶ້ນຖ້າຫາກວ່າ….? ຄົນເຮົາຈະມີມະໂນພາບ. ຂ້າພະເຈົ້າກໍ່ເຫັນຂ່າວສານຫຼາຍອັນຄືກັນ ຜ່ານຈາກຄົນທີ່ເປັນເພື່ອນທາງແຝດສບຸກ ແຜ່ກະຈາຍ. ເຊື່ອວ່າມັນສາມາດເຂົ້າຫາເດັກນ້ອຍ ແລະ ຄົນທຸກໆກຸ່ມ. ເບິ່ງຈາກຂ່າວ, ຄືວ່າໂລກທັງຫມົດຈະໄດ້ຮັບການຕິດເຊື້ອໃນໄວໆນີ້. ແລ້ວພວກເຮົາອາດສູນພັນ. ທ່ານ ເກີດມີຄວາມວິຕົກກັງວົນ ແລະ ຄວາມກົດດັນ... ເປັນສຸກຍຸກໂຄວິດ

ຖ້າທ່ານໃສ່ໃຈສິ່ງທີ່ບໍ່ມີ, ທ່ານກໍ່ຈະບໍ່ໄດ້ຄຸນຄ່າຫັຍງ. ເປັນຕົ້ນຂ່າວປອມຊ່ວງໂຄວິດ19. ຂໍ້ຄວາມອອກມາຫຼາຍທຸກໆສື່ ທັງທາງການ ແລະ ໃຫ້ລະວັງຂ່າວບໍ່ເປັນທາງການຈາກຄົນບໍ່ຫວັງດີ. ເຊິ່ງມັກເວົ້າກ່ຽວກັບການລະບາດໃນທຸກໆປະເທດ.

ຂ່າວ, ມັນເຮັດໃຫ້ຄົນຄິດ “ສົງໃສວ່າ, ສິ່ງທີ່ຈະເກີດຫຍັງຂຶ້ນຖ້າຫາກວ່າ….? ຄົນເຮົາຈະມີມະໂນພາບ. ຂ້າພະເຈົ້າກໍ່ເຫັນຂ່າວສານຫຼາຍອັນຄືກັນ ຜ່ານຈາກຄົນທີ່ເປັນເພື່ອນທາງແຝດສບຸກ ແຜ່ກະຈາຍ. ເຊື່ອວ່າມັນສາມາດເຂົ້າຫາເດັກນ້ອຍ ແລະ ຄົນທຸກໆກຸ່ມ. ເບິ່ງຈາກຂ່າວ, ຄືວ່າໂລກທັງຫມົດຈະໄດ້ຮັບການຕິດເຊື້ອໃນໄວໆນີ້. ແລ້ວພວກເຮົາອາດສູນພັນ. ທ່ານ ເກີດມີຄວາມວິຕົກກັງວົນ ແລະ ຄວາມກົດດັນ ໃນລະດັບໃດ? ຂ້າພະເຈົ້າ ຄາດເດົາວ່າ: ທ່ານບໍ່ຄິດຫຼາຍກໍ່ນ້ອຍ ກັບຂ່າວປອມດັ່ງກ່າວ.

ທ່ານສາມາດເລືອກທີ່ ບໍ່ຢ້ານກົວເຖິງວ່າມັນຈະເປັນຄວາມຈິງ. ຄົນເຮົາບໍ່ຮູ້ວັນສຸດທ້າຍຢູ່ແລ້ວ. ຖ້າຄິດແນວນັ້ນ, ເຮົາກໍ່ຈະບໍ່ເພັ້ງໃສ່ວ່າ ສິ່ງບໍ່ດີໃດຈະເກີດຂື້ນບໍ່? ຜົນກະທົບທາງທຳມະຊາດ, ເປັນຕົ້ນ ນໍ້າຖ້ວມ, ພາຍຸ, ໄພແຫ້ງແລ້ງ, ອຸບັດຕິເຫດຕາມທາງຫຼວງ, ອື່ນໆ; ຂ່າວປະເພດນີ້ ມັກມີມາຢູ່ສະເຫມີມີ. ຂໍ້ມູນຂ່າວສານດັ່ງກ່າວນີ້, ໃຫ້ເປັນຂໍ້ມູນ ແທນການ ວິຕົກກັງວົນກັບອານາຄົດ.

ຖ້າຫາກວ່າທ່ານກໍາລັງຮູ້ສຶກກັງວົນ, ລອງຈົ່ມພາວະນາໃນໃຈເບິ່ງວ່າ “ຂ້າພະເຈົ້າອາດຈະມີຄວາມປອດໄພ, ຂ້າພະເຈົ້າຈະມີສຸຂະພາບດີ, ລອດພົ້ນໄພ, ຂ້າພະເຈົ້າ ຈະຜ່ານທຸກໆຢ່າງໆງ່າຍດາຍ” ແລ້ວກໍ່ແຜ່ເມດຕາ ແລະ ຄວາມກະລຸນາ, ພ້ອມທັງໃຫ້ມີສະມາທິ.

ໃນລະດັບສ່ວນບຸກຄົນ, ພວກເຮົາຄວນຈໍາກັດການເສບຂ່າວ ແລະ ບໍ່ເຊື່ອທັນທີ່ທີ່ເຫັນ. ຂ້າພະເຈົ້າເຮັດວຽກກັບຂ່າວສານ ຫຼື ຂໍ້ມູນຜ່ານທາງການອ່ານ, ຟັງ ແລະ ເບິ່ງຫຼາຍ. ສຳລັບປະຈຸບັນ, ຂ່າວທີ່ໜ້າເຊື່ອຖືໄດ້ຫຼາຍທີ່ສຸດຈາກສາກົນກໍ່ແມ່ນຈາກ ສູນສໍາລັບການຄວບຄຸມພະຍາດແລະການປ້ອງກັນ  ຫຼື ອົງການຈັດຕັ້ງອະນາໄມໂລກ. ຖືວ່າເປັນຈຸດໃຫ້ຂ່າວສານຂໍ້ເທັດຈິງທີ່ເປັນກາງ. ສຳລັບພາຍໃນ ສ ປ ປ ລາວ, ກໍ່ແມ່ນຂ່າວສານພາກລັດ. ຂ້າພະເຈົ້າຈະຫຼີກເວັ້ນຂ່າວ ທີ່ບໍ່ເຮັດໃຫ້ເຮົາສະຫລາດຂື້ນຈາກການຮູ້ຂໍ້ມູນນັ້ນໆ. ຄວນທົບທວນກ່ຽວກັບປະເພດຂ່າວສານທີ່ຕ້ອງໄດ້ລະມັດລະວັງ, ເບິ່ງຄວາມຈະແຈ້ງຂໍ້ມູນ, ຄວາມເປັນກາງຂອງການສະເໜີຂ່າວ.

ເມື່ອໃດຂ່າວບໍ່ດີເຂົ້າໃນແນວຄິດຫຼາຍ, ມັນກໍ່ອາດກະທົບແກ່ແນວຄິດ. ພວກເຮົາຄວນເອົາໃຈໃສ່ເບິ່ງແຍ່ງສຸກກະພາບ: ທັງຈິດໃຈ, ຮ່າງກາຍ ແລະ ຈິດວິນຍານ ໃຫ້ໜັ້ນທ່ຽງສະເໜີ. ຕ້ອງຫັນມາໃສ່ໃຈເບິ່ງຕົນເອງ ແລະ ຄົນຮັກ ວ່າສາມາດມີຊີວິດແບບບໍ່ມີໂຄວິດ19 ໄດ້ບໍ່? ເປັນຕົ້ນ:

ນອນຫລັບສະບາຍ: ການນອນມີຜົນກະທົບຕໍ່ລະບົບພູມຕ້ານທານຂອງທ່ານ. ທ່ານມີແນວໂນ້ມທີ່ຈະບໍ່ສະບາຍ ຖ້າທ່ານນອນບໍ່ຫຼັບດີ. ມັນຈະເຮັດໃຫ້ຮ່າງກາຍອ່ອນແອລົງ. ຜົນວິໄຈພົບວ່າ ການນອນບໍ່ຫຼັບເປັນສາເຫດຂອງຫຼາຍໆພະຍາດ, ເປັນຕົ້ນ ມະເລັງ, ຄວາມຄຼຽດ, ແລະ ລະບົບເຜົາຜານ. ຫຼື ທ່ານອາດໄດ້ຮັບເຊື້ອບໍ່ດີອື່ນໆ ເຊັ່ນໂຄວິດ19 ໃນທີ່ສຸດ. ສະນັ້ນ, ຢ່າປະລະ ການນອນຫຼັບສະບາຍ.

ກິນດີ ແລະ ອອກກໍາລັງກາຍ: ນິໄສການກິນເພື່ອສຸຂະພາບ ແລະ ອອກກໍາລັງກາຍມີຄວາມສໍາຄັນ ໃນການສ້າງພູມຕ້ານທານ. ການອອກກໍາລັງກາຍ ແລະ ກິນອາຫານເພື່ອສຸຂະພາບ ສົ່ງເສີມຄວາມຮູ້ສຶກດີຂອງຮ່າງກາຍ ແລະ ຈິດໃຈ (ທາງອ້ອມ)

ການຮັກສາຕົນເອງ. ທ່ານສາມາດນອນໄດ້ດີ, ກິນອາຫານດີ, ແລະ ມີຈິດໃຈແຂ່ງແກ່ນ ເປັນໜ້າທີ່ຂອງແຕ່ລະຄົນ. ກ່ອນທີ່ຈະພະຍາຍາມ ໃຫ້ບໍລິການຄົນອື່ນ, ທ່ານຕ້ອງເຂັ້ມແຂງ. ຢຸດ ແລະ ເຮັດບາງສິ່ງບາງຢ່າງ ທີ່ຈະທໍາຮ້າຍສຸກກະພາບຕົນເອງ. ເປັນຕົ້ນ: ການດື່ມສິ່ງມືນເມົາ. ຕື່ນເຊົ້າ, ເຂົ້າໃກ້ແສງແດດ ສຳພັດອາຍອົບອຸ່ນ.

ປະຕິບັດສະມາທິ: ລອງຫາຍໃຈ ແລະ ນັ່ງໃນທີ່ສະຫງົບ. ສັງເກດເບິ່ງຄວາມຄິດຂອງທ່ານໂດຍບໍ່ມີການຕັດສິນໃຈ ວິພາກວິຈານ ອັນໃດໆ. ທ່ານຈະຮູ້ວ່າ ການນັ່ງສະມາທິ ຫຼື ການປະຕິບັດສະມາທິ ຈະມີຜົນປະໂຫຍດອັນຍິ່ງໃຫຍ່ເພື່ອສຸຂະພາບຂອງທ່ານ. ມັນຈະຊ່ວຍເຮັດໃຫ້ທ່ານສາມາດສະຫງົບ ແລະ ເພັ້ງໄປທີ່ເຫດການນັ້ນໆຢ່າງມີສະຕິ.

ຈົ່ງໃຊ້ເວລາທີ່ມີໃນແຕ່ລະວັນຢ່າງລະມັດລະວັງ, ເພື່ອຄວາມປອດໄພ ແລະ ລົດໂອກາດຂອງທ່ານສໍາຜັດກາຍຄົນທີ່ເຮົາບໍ່ຮູ້ຈັກ, ເບິ່ງສິ່ງທີ່ທ່ານເລືອກທີ່ຈະສຸມໃສ່ປະຕິບັດ ແລະ ຮັກສາຈິດໃຈຂອງທ່ານ, ຮ່າງກາຍ ແລະຈິດວິນຍານ ໃຫ້ຢູ່ໃນສະຖານະພາບດີທີ່ສຸດ. ແມ່ນຫຍັງຈະເກີດມັນກະຕ້ອງເກີດ. ທ່ານບໍ່ມີພະລັງຫຍັງປ່ຽນໄດ້. ສິ່ງທີ່ເຮົາເຮັດໄດ້ແມ່ນ, ໃນທຸກໆຂະນະທີ່ມີລົມຫາຍໃຈ, ລອງຄິດສິ່ງນີ້ເບິ່ງໃນແນວຄິດ:

“ພວກເຮົາມີຄວາມປອດໄພ.
ພວກເຮົາມີຄວາມສຸກ.
ພວກເຮົາມີສຸຂະພາບດີ.
ພວກເຮົາກຳລັບປັບຕົວ ແລະ ຈະດໍາລົງຊີວິດດີໃນສະພາບແບບໃໝ່”

 

ຂໍໃຫ້ທຸກໆທ່ານ ໂຊກດີ!!!

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.