Norkhame
ທຸກວັນເປັນວັນສຸກ ທຸກວັນເປັນວັນສຸກ
ສິ່ງ​ຫ​ນຶ່ງ​ທີ່​ຄົນເຮົາ​ຄວນ​ເຝົ້າ​ຖາມ​ມາ​ຕະ​ຫລອດ​ ຕັ້ງ​ແຕ່​ເລີ່ມ​ຈື່​ຄວາມ​ໄດ້​ໃນ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ​ນັ້ນ​ກໍ​ຄື ຄວາມ​ສຸກ​ແລະ​ຄວາມ​ສຳ​ເລັດ. ແຕ່​ຖ້າ​ຖາມ​ເຖິງ​ຊີ​ວິດ​ທີ່​ໃຊ້​ໃນ​ແຕ່​ລະ​ວັນ​ເຮົາ​ສົມ​ຫວັງ​ໄດ້​ຄົບ​ສົມ​ບູນ​ໃນ​ທຸກໆ​ເລື່ອງ​ຫລື​ບໍ່? ຄຳ​ຕອບ​ຂອງ​ຄົນ​ທີ່​ເຝົ້າ​ຖາມ​ຕົວ​ເອງ​ໃນ​ເລື່ອງ​ນີ້ ​ກໍ​ມັກ​ຈະ​ຈົບ​ລົງ​ທີ່​ຫລຸມ​ແຫ່ງ​ຄຳ​ຕອບ​ທີ່​ເບິ່ງ​ຄື​ຕື້ນໆ​ງ່າຍຕໍ່ການຕອບ ແຕ່​ເລິກ​ເກີນກວ່າ​ໃຜ​ຈະ​ເຂົ້າ​ໃຈ​ນັ້ນ​ຄື ເຮົາ​ບໍ່​ຄ່ອຍ​ຈະ​ສົມ​ຫວັງ​ໃນ​ສິ່ງ​ທີ່​ຊີ​ວິດ​ລົງ​ທຶນ​ໄຂວ​ຄວ້າ​ເທົ່າ​ໃດ. ການ​ສະ​ແຫວງ​ຫາ​ຕາມ​ນິ​ຍາມ​ຄວາມ​ຄິດ​ຂອງ​ຕົວ​ເອງ​ ທຸກ​ຄົນ​ຕ່າງ​ມີ​ຄວາມ​ຫວັງ​ວ່າ ສິ່ງ​ທີ່​ຫວັງ​ໄວ້​ຈະ​ສຳ​ເລັດ​ແນ່ນອນ. ແຕ່​ເມື່ອ​ສະ​ແຫວງ​ຫາ​ໄປ​ເລື່ອຍໆ​ດ້ວຍ​ກຳ​ລັງ​ກາຍ​ແລະ​ໃຈ​ທີ່​ທຸ່ມ​ເທ​ເຕັມ​ຮ້ອຍ ​ກັບ​ຮູ້​ສຶກວ່າ​ສິ່ງ​ທີ່​ຮ້ອງ​ຫາ​ນັ້ນ​ກັບ​ບໍ່​ເຄີຍ​ຢຸດ​ນິ້ງ​ໃຫ້​ໄດ້​ເຊີຍ​ຊົມ​ຈັກ​ຄັ້ງ​. ກັບ​ປະ​ກົດ​ເປັນ​ເງົາ​ຂອງ​ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຂຶ້ນ​ຢູ່​ເລື່ອຍໆ ​ເພາະ​ເມື່ອ​ຈົບ​ເລື່ອງ​ຫ​ນຶ່ງ​ທີ່​ເຄີຍ​ຄິ​ດ​ວ່າ​ແມ່ນ​ກໍ່ມີ​ເລື່ອງ​ໃຫ່​ມ​ທີ່​ທ້າ​ທາຍ​ຫລາຍກວ່າ​ມາ​ຖ້າ​ຄົ້ນ​ຫາ​. ຈຶ່ງ​ເຮັດ​ໃຫ້​ເຮົາ​ຕ້ອງ​ອອກ​ຕິດ​ຕາມ​ຄວາມ​ຮູ້​ສຶກ​ໃຫ່​ມ​ທີ່​ເກີດ​ຂຶ້ນ​ມາ​ໃນ​ໃຈ​ນັ້ນ​ຢູ່​ຕະ​ຫລອດ​ເວ​ລ​າ​. ຈົນ​ບາງ​ຄັ້​ງ​ເຮົາ​ເອງ​ກໍ​ງົງ​ວ່າ​ ແທ້​ຈິງ​ແລ້ວ​ສິ່ງ​ທີ່​ກຳ​ລັງ​ຕາມ​ຫາ​ນັ້ນ​ຄື​ຫ​ຍັງ? ດ້ວຍ​ເຫດ​ນີ້​ຜົນ​ທີ່​​ກັບ​ຄື​ນ​ມາຫາຄວາມຈິງ ທີ່​ບໍ່​ຄ່ອຍ​ເຮັດ​ໃຫ້​ໃຈ​ເຮົາ​ມີ​ຄວາມ​ສຸກ​ປານໃດ. ​ຫາກ​ສັງ​ເກດ​ວິ​ຖີ​ຊີ​ວິດ​ຂອງ​ຄົນ​ເຮົາ ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຕາມ​ຫາ​ຄວາມ​ຝັນ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ເຮົາ​ ມັກ​ຈະ​ມີ​ຄຳ​ຕອບ​ຢູ່​ທີ່​ວ່າ ຈັກ​ມື້​ເຮົາຈະ​ຢູ່​ກັບ​ຄວາມ​ພໍ​ດີ​ຂອງ​ໃຈ​ໄດ້​ແນ່ນອນ.... ທຸກວັນເປັນວັນສຸກ

ສິ່ງ​ຫ​ນຶ່ງ​ທີ່​ຄົນເຮົາ​ຄວນ​ເຝົ້າ​ຖາມ​ມາ​ຕະ​ຫລອດ​ ຕັ້ງ​ແຕ່​ເລີ່ມ​ຈື່​ຄວາມ​ໄດ້​ໃນ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ​ນັ້ນ​ກໍ​ຄື ຄວາມສຸກແລະຄວາມສຳເລັດ. ແຕ່​ຖ້າ​ຖາມ​ເຖິງ​ຊີ​ວິດ​ທີ່​ໃຊ້​ໃນ​ແຕ່​ລະ​ວັນ​ເຮົາ​ສົມ​ຫວັງ​ໄດ້​ຄົບ​ສົມ​ບູນ​ໃນ​ທຸກໆ​ເລື່ອງ​ຫລື​ບໍ່?

ຄຳ​ຕອບ​ຂອງ​ຄົນ​ທີ່​ເຝົ້າ​ຖາມ​ຕົວ​ເອງ​ໃນ​ເລື່ອງ​ນີ້ ​ກໍ​ມັກ​ຈະ​ຈົບ​ລົງ​ທີ່​ຫລຸມ​ແຫ່ງ​ຄຳ​ຕອບ​ທີ່​ເບິ່ງ​ຄື​ຕື້ນໆ​ງ່າຍຕໍ່ການຕອບ ແຕ່​ເລິກ​ເກີນກວ່າ​ໃຜ​ຈະ​ເຂົ້າ​ໃຈ​ນັ້ນ​ຄື ເຮົາ​ບໍ່​ຄ່ອຍ​ຈະ​ສົມ​ຫວັງ​ໃນ​ສິ່ງ​ທີ່​ຊີ​ວິດ​ລົງ​ທຶນ​ໄຂວ​ຄວ້າ​ເທົ່າ​ໃດ.

ການ​ສະ​ແຫວງ​ຫາ​ຕາມ​ນິ​ຍາມ​ຄວາມ​ຄິດ​ຂອງ​ຕົວ​ເອງ​ ທຸກ​ຄົນ​ຕ່າງ​ມີ​ຄວາມ​ຫວັງ​ວ່າ ສິ່ງ​ທີ່​ຫວັງ​ໄວ້​ຈະ​ສຳ​ເລັດ​ແນ່ນອນ. ແຕ່​ເມື່ອ​ສະ​ແຫວງ​ຫາ​ໄປ​ເລື່ອຍໆ​ດ້ວຍ​ກຳ​ລັງ​ກາຍ​ແລະ​ໃຈ​ທີ່​ທຸ່ມ​ເທ​ເຕັມ​ຮ້ອຍ ​ກັບ​ຮູ້​ສຶກວ່າ​ສິ່ງ​ທີ່​ຮ້ອງ​ຫາ​ນັ້ນ​ກັບ​ບໍ່​ເຄີຍ​ຢຸດ​ນິ້ງ​ໃຫ້​ໄດ້​ເຊີຍ​ຊົມ​ຈັກ​ຄັ້ງ​. ກັບ​ປະ​ກົດ​ເປັນ​ເງົາ​ຂອງ​ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຂຶ້ນ​ຢູ່​ເລື່ອຍໆ ​ເພາະ​ເມື່ອ​ຈົບ​ເລື່ອງ​ຫ​ນຶ່ງ​ທີ່​ເຄີຍ​ຄິ​ດ​ວ່າ​ແມ່ນ​ກໍ່ມີ​ເລື່ອງ​ໃຫ່​ມ​ທີ່​ທ້າ​ທາຍ​ຫລາຍກວ່າ​ມາ​ຖ້າ​ຄົ້ນ​ຫາ​. ຈຶ່ງ​ເຮັດ​ໃຫ້​ເຮົາ​ຕ້ອງ​ອອກ​ຕິດ​ຕາມ​ຄວາມ​ຮູ້​ສຶກ​ໃຫ່​ມ​ທີ່​ເກີດ​ຂຶ້ນ​ມາ​ໃນ​ໃຈ​ນັ້ນ​ຢູ່​ຕະ​ຫລອດ​ເວ​ລ​າ​. ຈົນ​ບາງ​ຄັ້​ງ​ເຮົາ​ເອງ​ກໍ​ງົງ​ວ່າ​ ແທ້​ຈິງ​ແລ້ວ​ສິ່ງ​ທີ່​ກຳ​ລັງ​ຕາມ​ຫາ​ນັ້ນ​ຄື​ຫ​ຍັງ? ດ້ວຍ​ເຫດ​ນີ້​ຜົນ​ທີ່​​ກັບ​ຄື​ນ​ມາຫາຄວາມຈິງ ທີ່​ບໍ່​ຄ່ອຍ​ເຮັດ​ໃຫ້​ໃຈ​ເຮົາ​ມີ​ຄວາມ​ສຸກ​ປານໃດ.

​ຫາກ​ສັງ​ເກດ​ວິ​ຖີ​ຊີ​ວິດ​ຂອງ​ຄົນ​ເຮົາ ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຕາມ​ຫາ​ຄວາມ​ຝັນ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ເຮົາ​ ມັກ​ຈະ​ມີ​ຄຳ​ຕອບ​ຢູ່​ທີ່​ວ່າ ຈັກມື້ຮົາຈະຢູ່ກັບຄວາມພໍດີຂອງໃຈໄດ້ແນ່ນອນ. ເມື່ອ​ໄດ້​ສິ່ງ​ທີ່​ຕົວ​ເອງ​ຫມາຍ​ປອງ​ແລ້ວ​ຄຳ​ຕອບ​ທີ່​ເຄີຍ​ຮູ້​ສຶກ​ດີ​ກັບ​ສິ່ງ​ທີ່​ໄດ້​ມາ​ກັບ​ຖືກ​ລົບ​ບໍ່​ເຫລືອ​ເຍື້ອ​ໃຍ. ​ຊ້ຳ​ຮ້າຍ​ກັບ​ເປັນ​ການ​ຖິ້ມ​ຄວາມ​ຮູ້​ສຶກ​ນັ້ນ​ໄປ​ໂດຍ​ທີ່​ບໍ່​ເຄີຍ​ໄດ້​ປັນ​ຍາ​ໃຫ່​ມ​ໄປ​ຈັກ​ເທື່ອ.

ສິ່ງ​ທີ່​ເປັນ​ພຽງ​ຄວາມ​ຫລົງ​ທາງ​ຄວາມ​ຄິ​ດ​ທີ່​ເຮົາ​ສ້າງ​ຂຶ້ນ​ ຈຶ່​ງ​ເພີ່ມ​ເປັນ​ຜົງ​ຂື້​ເຫ​ຍື້ອ​ທີ່ໜາກວ່າ​ເກົ່າ​ແລ້ວ​ເພີ່ມເນື້ອທີ່​ຂອງ​ຄວາມ​ຫ​ນາ​ແຫ​ນ້ນ​ໃນ​ໃຈ​ຈົນ​ເກີດ​ປະ​ກົດ​ການ​ທີ່​ເອີ້ນ​ວ່າ “ຄວາມຢືດຖືຕົວ​ຕົນ” ຂຶ້ນ​ມາ.

ການ​ສະ​ແຫວງ​ຫາ​ສິ່ງ​ຕ່າງໆ​ໃຫ້​ແກ່ຊີ​ວິດ​ ແບບ​ສະ​ແຫວງ​ຫາ​ແລ້ວ​ບໍ່​ຮູ້​ຈັກ​ພໍ​ຕ່າງ​ຫາກ​ເປັນ​ຄວາມ​ບົກ​ພ່ອງ​ຂອງຕົວ​ເຮົາ.​ສິ່ງ​ທີ່​ຄວນ​ຈະ​ຈົບ​ລົງ​ຂອງ​ແຕ່​ລະ​ເລື່ອງ​ຈຶ່ງ​ເປັນ​ໄດ້​ແຕ່​ການ​ຈົບ​ເລື່ອງ​ເກົ່າ​ເພື່ອ​ເຊື່ອມ​ຕໍ່​ໃຫ້​ເລື່ອງ​ໃຫ່​ມ​ລຸກ​ລາມ​ຕາມ​ມາ. ເພາະ​ຂຶ້ນ​ປ້າຍ​ວ່າ​ມີ​ຄວາມ​ຫລົງ​ຄອບ​ງຳ​ ແມ່ນ​ຕ້ອງ​ການ​ຈະ​ໄປ​ໃຫ້​ເຖິງ​ຈຸດ​ຫມາຍ​ພຽງ​ໄດ້​ສິ່ງ​ທີ່​ເອີ້ນ​ຫາ​ ກໍ​ເປັນ​ໄດ້​ແຕ່​ຄວາມ​ຫວັງ​ທີ່​ພ້ອມ​ຈະ​ພັງ​ທະລາຍຄືນ​ລົງ​ມາ​ທັບ​ຕົວ​ເຮົາ​ໃຫ້​ບອບ​ຊ້ຳ​ສະ​ເຫມີ.

ແຕ່​ຫາກ​ມີ​ສະ​ຕິ​ຢັ້ງ​ຊັ່ງ​ໃຈ ແລ້ວ​ຮູ້ຈັກ​ຖາມ​ຄົນ​ທີ່​ຮູ້​ມາ​ກ່ອນ​ ແຕ່​ບາງ​ຄັ້ງ​ອາດ​ຈະ​ເບິ່ງ​ເຮົາ​ ອ່ອນ​ແອ​ທາງ​ສະ​ຕິ​ປັນ​ຍາ​ ແຕ່​ຢ່າງ​ນ້ອຍ​ມີ​ຄວາມ​ຫ​ນ້າ​ຮັກ​ທີ່​ເກີດ​ຂຶ້ນ​ຈາກ​ຄວາມ​ບໍ່​ຮູ້​ນັ້ນ​ຄື: ເຮັດ​ໃຫ້​ເຮົາ​ຮູ້​ຈັກ​ຍອມ​ຮັບ​ຄວາມ​ຈິງ​ໃນ​ຄວາມ​ບໍ່​ຮູ້ຂອງ​ຕົວ​ເອງ. ເຮັດ​ໃຫ້​ໂອ​ກາດ​ທີ່​ຈະ​ຄົ້ນ​ຫາ​ຄວາມ​ຖືກ​ຕ້ອງ​ເປີດ​ຊ່ອງ​ແກ່​ເຮົາ​ໄດ້ ແຕ່​ຫາກ​ຈົມ​ຢູ່​ກັບ​ຄວາມ​ຍິ່ງ​ທະ​ນົງ​ໃນ​ຄວາມ​ຄິດ​ທີ່​ຈະ​ບໍ່​ມີ​ຫລັກ ​ສິ່ງ​ທີ່​ເກາະ​ແຫ​ນ້ນ​ຈົນ​ກາຍ​ເປັນ​ທິດທິສ່ວນຕົວ ກໍ່ຈະ​ເລີ່ມ​ບີບ​ຕົວ​ເຮົາ​ໃຫ້​ນ້ອຍ​ລົງ​. ເຮັດ​ໃຫ້​ຈິດ​ໃຈ​ຄັບ​ແຄບ​ເກີນກວ່າ​ທີ່​ຈະ​ເປີດ​ໃຫ້​ກວ້າງ​ ເພື່ອ​ຮັບ​ຮູ້​ຄວາມ​ຈິງ​ທີ່​ຖືກ​ຕ້ອງ​ຕາມຄວາມ​ຄິດ​ທີ່​ເປັນຈິງ; ເປັນການ​ຈະ​ເລີ່ມ ອັດຕົວ​ເຮົາ​ຮັບຮູ້ສິ່ງທີ່ເກີດຂື້ນຕາມຄວາມຈິງ.

ຫາກ​ຮູ້​ຈັກ​ຍອມ​ຮັບ​ວ່າ “ບໍ່​ຮູ້” ເພື່ອ​ທີ່​ຈະ​ໃຫ້ “ຄວາມ​ຮູ້” ເຂົ້າ​ມາ​ແທນ​ທີ່ ​ເຮົາ​ຍ່ອມ​ມີ​ໂອ​ກາດ​ໄດ້​ຮຽນ​ຮູ້ສິ່ງ​ທີ່​ສະ​ຫລາດ​ຂຶ້ນ​ແລະ​ຮູ້​ຈັກ​ທີ່​ຈະ​ຄົ້ນ​ຫາ​ຄຳ​ຕອບ​ຈາກ​ຄຳ​ຖາມ​ທີ່​ເຄີຍ​ສົງ​ໃສ​ໄດ້. ຖ້າ​ຫາກ​ຍັງຫລົງ​, ​ຍັງ​ດື້​ດຶງ​ໃນ​ຄວາມ​ຄິດ​ຂອງ​ຕົວ​ເອງ, ​ເຖິງ​ຕ້ອງ​ການ​ຈະ​ໃຫ້​ຊີ​ວິດ​ເດີນ​ໄປ​ສູ່​ຈຸດ​ຫມາຍ​ທີ່​ແສນ​ໄກ​ ກໍ​ປຽບ​ເຫມືອນ​ການ​ຍ່າ​ງ​ເຂົ້າ​ໄປ​ໃນ​ປ່າ​ແຫ່ງ​ຄວາມ​ຫລົງ​ເຊັ່ນ​ເຄີຍ. ​ເຖິງ​ຈະ​ເຮັດ​ໃຫ້​ເຮົາ​ເບິ່ງ​ຄື​ເປັນ​ຄົນ​ສະ​ຫລາດ ​ແຕ່​ເປັນ​ການອວດ​ສະ​ຫລາດ​ຄວາມ​ໂງ່​ເຂົາ​ທີ່​ຄອຍ​ປະ​ຈານ​ຕົວ​ເຮົາ​ໃຫ້​ອັບ​ອາຍ​ແທນ.

ຖ້າຫາກ​ຮູ້​ຈັກ​ຍອມ​ຮັບ​ໃນ​ຄວາມ​ບໍ່​ຮູ້​ຂອງ​ຕົວ​ເອງ​ ສິ່ງທີ່​ບີບ​ຄັ້ນ​ເຮົາ​ໃຫ້​ອຶກ​ອັດ​ກໍ່ຈະ​ກາຍ​ເປັນ​ຄວາມ​ຜ່ອນ​ຄາຍ ທີ່​ມາ​ຊ່ວຍ​ແກ້​ປົມ​ທີ່​ຜູກ​ແຫ​ນ້ນ​ໃນ​ໃຈ ໃຫ້​ສະ​ຫລາຍ​ຕົວ​ລົງ​. ສິ່ງ​ທີ່​ເຄີຍ​ເຮັດ​ຕົວ​ເຮົາ​ໃຫ້​ບອບ​ຊ້ຳ​ກໍ​ຈະ​ກັບ​ມາ​ເປັນ​ຄູ​ສອນ​ໃຫ້​ຊີ​ວິດ​ໄດ້​ຮູ້​ຈັກສິ່ງ​ສອນໃຫ້ສະ​ຫລາດ​ຂຶ້ນ​ຈາກ​ສິ່ງ​ນັ້ນໆ​ສະ​ເຫມີ.

ປັນ​ຫາ​ທີ່​ເຄີຍ​ຫ​ຍຸ້ງ​ຍາກ​ໃນ​ເບື້ອງ​ຕົ້ນ​ ກໍ່ຈະ​ກາຍ​ເປັນ​ສິນ​ລະ​ແຫລ່ງ​ໃຫ່​ມ​ທີ່​ເກີດ​ຈາກ​ການ​ຮູ້​ຈັກ​ກາຍ-ໃຈ, ​ຈົນ​ກະ​ທັ້ງ​ຮູ້​ຈັກ​ວິ​ທີ​ໄຂ​ນ້ອດ​ແຫ່ງ​ປັນ​ຫາ​ນັ້ນ​ ໃຫ້​ຢູ່​ໃນ​ກອບ​ທີ່​ຄວນ​ຢູ່​ຢ່າງ​ຮູ້​ເທົ່າ​ທັນ​. ຫາກ​ຮູ້​ວ່າ​ຕົວ​ເອງ​ຫລົງ​ທາງ ​ແຕ່​ບໍ່​ຍອມ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ ການ​ຮູ້​ນັ້ນ​ກໍ່​ຊື່​ວ່າ​ເປັນ​ພຽງ​ແຕ່​ການ​ຕຽ​ມ​ພ້ອມ​ທີ່​ຈະ​ຫລົງ​ທາງ​ໃຫ່​ມ ​ໃນ​ຄັ້ງ​ຕໍ່​ໄປ​ເຊັ່ນ​ເດີມ. ​ຖ້າ​ຫາກ​ຮູ້​ວ່າ​ຫລົງ​ແລ້ວ​ຮູ້​ຈັກ​ພິກປີ້ນ​ຊີ​ວິດ​ໃຫ້​ກັບ​ມາ​ຮຽນ​ຮູ້ ທ່ານ​ຈະ​ສະ​ຫລາດ​ຂຶ້ນ​. ເຮົາ​ຍ່ອມ​ບໍ່​ອ້າງວ້າງ​ຈາກ​ເປົ້າ​ຫມາຍ​ທີ່​ຕ້ອງ​ການ​ແນ່ນອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.