Norkhame
ປະຕູສູ່ສຳເລັດ ປະຕູສູ່ສຳເລັດ
ທ່ານອາດມີຄຳຖາມຄືກັນ, ເພາະເຫດໃດອົງກອນຈຶ່ງລົ້ມເຫຼວ? ມາເບິ່ງປັດໄຈທີ່ທໍາລາຍຄວາມເປັນຜູ້ນໍາ ຫຼື ຜູ້ບໍລິຫານໃນອົງກອນ ມີອິດທິພົນຫຼາຍຕໍ່ຄວາມຢູ່ລອດຜ່ານວິກິດ. ຮູບແບບການນຳພາຂອງການນຳ ເປັນຕົວຕັດສິນຄວາມສຳເລັດແລະບໍ່ສຳເລັດ. ຫົວຂໍ້ການສົນທະນາຂົງເຂດນີ້, ໄດ້ຍົກມາເວົ້າຢໍ້າຢູ່ຕະຫຼອດໃນທີ່ນີ້. ການຈັດການກັບສິ່ງທີ່ທໍາລາຍ ຄວາມເປັນຜູ້ນຳ, ຈະຊ່ວຍໃຫ້ຕົວທ່ານ ແລະ ອົງກອນຜ່ານຜ່າວິກິດໄດ້. ເມື່ອການນຳ ແລະ ຄະນະກໍາມະການບໍລິຫານຂອງອົງກອນໄດ້ຄໍານຶງເຖິງປັດໄຈທີ່ທໍາລາຍ ຊຶ່ງອາດຈະນໍາຄວາມລົ້ມເຫຼວມາສູ່ອົງກອນ ແລະ ຮຽນຮູ້ທີ່ຈະເວົ້າເຖິງປັດໄຈເຫຼົ່ານີ້ຢ່າງເປີດເຜີຍ ກໍ່ຍ່ອມກໍ່ໃຫ້ເກີດປະໂຫຍດຕໍ່ທັງອົງກອນ ເພາະພວກເຂົາຈະຕັດສິນໃຈໄດ້ດີຂຶ້ນ. ເພື່ອຫຼີກລ່ຽງການຕັດສິນໃຈຜິດພາດເຫຼົ່ານັ້ນ... ປະຕູສູ່ສຳເລັດ

ທ່ານອາດມີຄຳຖາມຄືກັນ, ເພາະເຫດໃດອົງກອນຈຶ່ງລົ້ມເຫຼວ? ມາເບິ່ງປັດໄຈທີ່ທໍາລາຍຄວາມເປັນຜູ້ນໍາ ຫຼື ຜູ້ບໍລິຫານໃນອົງກອນ ມີອິດທິພົນຫຼາຍຕໍ່ຄວາມຢູ່ລອດຜ່ານວິກິດ. ຮູບແບບການນຳພາຂອງການນຳ ເປັນຕົວຕັດສິນຄວາມສຳເລັດແລະບໍ່ສຳເລັດ.

ຫົວຂໍ້ການສົນທະນາຂົງເຂດນີ້, ໄດ້ຍົກມາເວົ້າຢໍ້າຢູ່ຕະຫຼອດໃນທີ່ນີ້. ການຈັດການກັບສິ່ງທີ່ທໍາລາຍ ຄວາມເປັນຜູ້ນຳ, ຈະຊ່ວຍໃຫ້ຕົວທ່ານ ແລະ ອົງກອນຜ່ານຜ່າວິກິດໄດ້. ເມື່ອການນຳ ແລະ ຄະນະກໍາມະການບໍລິຫານຂອງອົງກອນໄດ້ຄໍານຶງເຖິງປັດໄຈທີ່ທໍາລາຍ ຊຶ່ງອາດຈະນໍາຄວາມລົ້ມເຫຼວມາສູ່ອົງກອນ ແລະ ຮຽນຮູ້ທີ່ຈະເວົ້າເຖິງປັດໄຈເຫຼົ່ານີ້ຢ່າງເປີດເຜີຍ ກໍ່ຍ່ອມກໍ່ໃຫ້ເກີດປະໂຫຍດຕໍ່ທັງອົງກອນ ເພາະພວກເຂົາຈະຕັດສິນໃຈໄດ້ດີຂຶ້ນ.

ເພື່ອຫຼີກລ່ຽງການຕັດສິນໃຈຜິດພາດເຫຼົ່ານັ້ນ ທີ່ອາດເກີດຈາກຄວາມຟັ່ງຟ້າວ ໂດຍທີ່ບໍ່ຮູ້ຕົວອີກຕໍ່ໄປ. ພວກເຂົາຈະປະສົບຄວາມສໍາເລັດຫຼາຍຂຶ້ນເພາະບໍ່ໄດ້ສູນເສຍພະລັງງານໄປກັບການເວົ້າເລື່ອງທີ່ບໍ່ກໍ່ໃຫ້ເກີດຜົນປະໂຫຍດ ແລະ ເລື່ອງທີ່ບໍ່ມີສາລະ. ທີ່ສໍາຄັນທີ່ສຸດກໍ່ຄືພວກເຂົາຈະຍອມຮັບກັນ ແລະ ກັນໄດ້ຫຼາຍຂຶ້ນ. ອີກທັງຈະສ້າງທີມງານທີ່ເກີດຈາກຄວາມໄວ້ວາງໃຈ ແລະ ຄວາມຮັບຜິດຊອບຫຼາຍຂຶ້ນ. ເພາະພວກເຂົາໄດ້ຄິດວ່າສະມາຊິກທຸກຄົນໃນທີມງານຕ່າງລ້ວນມີຂໍ້ເສຍດ້ວຍກັນທັງນັ້ນ. ແຕ່ຕ່າງກໍ່ເປັນຄົນທີ່ມີຄຸນຄ່າ. ຊຶ່ງກໍາລັງຮຽນຮູ້ທີ່ຈະຈັດການກັບສິ່ງທີ່ເປັນຂໍ້ເສຍຂອງຕົນຄືກັນ.

ເມື່ອສາມາດຄວບຄຸມພຶດຕິກໍາທໍາລາຍຂອງຕົນໄດ້ແລ້ວ ຜູ້ບໍລິຫານ ຫຼື ຜູ້ນໍາທັງຫຼາຍຈະຍອມຫຼຸດຄວາມຮູ້ສຶກຈິງຈັງໃນເລື່ອງຈຸດແຂງຂອງຕົນເອງຫຼາຍຂຶ້ນ. ພວກເຂົາຈະບໍ່ວາງມາດຫຼາຍ ຫຼື ເສຍຄວາມເປັນສ່ວນຕົວ ຫຼື ຈະເສແສ້ງໜ້ອຍລົງ. ໃນຖານະກຸ່ມເຮັດວຽກດຽວກັນ ພວກເຂົາຈະໃຫ້ຄວາມສົນໃຈກັບຄວາມສໍາເລັດຂອງທຸລະກິດຫຼາຍກວ່າເລື່ອງສ່ວນຕົວ. ຜູ້ບໍລິຫານ ຫຼື ຜູ້ນໍາຊຶ່ງໄດ້ຄໍານຶງເຖິງພຶດຕິດກໍາທໍາລາຍຂອງຕົນ ຈະບໍ່ພະຍາຍາມປົກປິດຕົວຕົນ ຫຼືບຸກຄະລິກຂອງຕົນ ຫຼື ເອນອຽງໄປຫາວິທີແຫ່ງການປະຈົບປະແຈງຕໍ່ກັນ. ເຖິງວ່າໃນອົງກອນຈະຍັງມີຜູ້ບໍລິຫານຈອມສົມບູນແບບ ຫຼື ເປັນນັກເອົາອົກເອົາໃຈ ຫຼື ມີພຶດຕິກໍາຢ່າງອື່ນຢູ່ ແຕ່ເມື່ອພວກເຂົາຮູ້ຈັກຈັດການກັບຂໍ້ເສຍເຫຼົ່ານັ້ນ. ພວກເຂົາກໍ່ສາມາດທີ່ຈະລອດພົ້ນຈາກຄວາມລົ້ມເຫຼວໄດ້ ຖ້າບໍ່ປະໃຫ້ຄຸນສົມບັດທີ່ບໍ່ດີເຫຼົ່ານັ້ນມາທໍາລາຍຄວາມມີປະສິດທິພາບຂອງພວກເຂົາອີກຕໍ່ໄປ.

ເຮົາໄດ້ພົບວ່າເມື່ອເຮົາໃຫ້ຄໍາປຶກສາກັບກຸ່ມຜູ້ບໍລິຫານ ຫຼື ຜູ້ນໍາພຽງກຸ່ມໜຶ່ງ, ມັນກໍ່ຈະມີຜົນຕໍ່ເນື່ອງໄປທົ່ວອົງກອນ. ໃນກອງປະຊຸມພົບປະດ້ານວິຊາການກ່ຽວກັບຜູ້ນຳຄັ້ງໜຶ່ງ, ພວກເຂົາຈະເວົ້າເຖິງຂໍ້ເສຍຂອງຕົນເອງວ່າ: ໄດ້ສ້າງຜົນກະທົບໃນທາງລົບກັບຜູ້ອື່ນເຊັ່ນດຽວກັນ, ລວມທັງຜົນກະທົບກັບສັກກະຍະພາບໃນການປະສົບຄວາມສໍາເລັດຂອງຕົນ ແລະ ສາມາດທີ່ຈະລໍ້ລຽນກັນ ແລະ ກັນ, ເຖິງຊ່ວງເວລາທີ່ປັດໄຈທໍາລາຍຂອງພວກເຂົາກໍາລັງຄອບງໍາຕົນເອງ.

ອົງກອນທີ່ຍິນດີຈະເວົ້າເຖິງປະເດັນທໍາລາຍຄວາມເປັນຜູ້ບໍລິຫານ ຫຼື ຜູ້ນໍາໃນລະດັບບຸກຄົນວ່າ: ເປັນສິ່ງທີ່ທໍາລາຍອົງກອນນັ້ນ ຍ່ອມສາມາດທີ່ຈະພັດທະນາປະສິດທິພາບຂອງອົງກອນ ດ້ວຍການສໍາຫຼວດ ແລະ ປັບປຸງສັກກະຍະພາບຄວາມເປັນຜູ້ບໍລິຫານ ຫຼື ຜູ້ນໍາໂດຍສ່ວນລວມ. ຍົກຕົວຢ່າງເຊັ່ນ ພວກເຂົາອາດຈະຖາມວ່າ “ບໍລິສັດຂອງເຮົາຈະເປັນແນວໃດ ຫາກຄວາມເປັນຜູ້ນໍາຂອງອົງກອນນັ້ນມາຈາກຜູ້ບໍລິຫານບໍ່ໄວ້ວາງໃຈ ເປັນສ່ວນໃຫຍ່?” ສິ່ງນີ້ຈະຂັດຂວາງສັກກະຍາພາບໃນການຍອມຮັບຄວາມສ່ຽງ, ການກ້າວໄປທາງໜ້າຢ່າງໄວວາ ແລະ ການຕັດສິນໃຈທີ່ດີຂອງອົງກອນແນວໃດແດ່? ທີ່ບໍລິສັດ ຫຼາຍແຫ່ງໄດ້ເບິ່ງໄປທີ່ພຶດຕິກໍາທໍາລາຍຂອງຜູ້ບໍລິຫານລະດັບສູງເຖິງຫຼາຍໆຄົນ ແລະ ລະບຸເຖິງປະເດັນທີ່ມັກຈະຂັດຂວາງບໍ່ໃຫ້ພວຫເຂົານໍາກົນລະຍຸດຂອງຕົນໄປໃຊ້ໃຫ້ເປັນຜົນສໍາເລັດ.

ການຮັບຮູ້ເຊັ່ນນີ້ຈະຊ່ວຍໃຫ້ພວກເຂົາລະບຸໄດ້ວ່າແມ່ນຫຍັງຄືສິ່ງທີ່ບໍລິສັດດໍາເນີນກິດຈະການໄດ້ຕາມຄວາມຄາດຫວັງຂອງຜູ້ຖືຫຸ້ນທັງໝົດ. ອົງກອນຕ່າງໆ ມີຄວາມຕ້ອງການທີ່ຈະໃຫ້ເຮົາເປັນປຶກສາໃຫ້ກັບກຸ່ມຂອງຜູຸ້ບໍລິຫານລະດັບສູງຫຼາຍຂຶ້ນ. ທັງນີ້ກໍ່ເພື່ອທີ່ຈະສ້າງກຸ່ມຂອງຜູ້ບໍລິຫານຜູ້ໄດ້ຮຽນຮູ້ທີ່ຈະຈັດການກັບປັດໄຈທໍາລາຍຂອງຕົນເອງໄປນຳກັນ. ຫາກຄໍານຶງວ່າຜູ້ບໍລິຫານລະດັບສູງຂອງຕົນມີການເປີດເຜີຍ ແລະ ຈິງໃຈກ່ຽວກັບຂໍ້ເສຍຂອງຕົນເອງແລ້ວ ພວກເຂົາກໍ່ຂະສ້າງນະວັດຕະກໍາອົງກອນທີ່ເປີດກວ້າງແລະຊຶ່ສັດ. ຄະນະກໍາມະການຜູ້ບໍລິຫານ ມັກປະກອບໄປດ້ວຍນັກເອົາອົກເອົາໃຈຜູ້ອື່ນ, ພວກເຂົາຕ່າງກໍ່ຮູ້ດີເຖິງຄວາມດ້ອຍສັກກະຍາພາບໃນການຢືນຢັດເພື່ອປະເດັນຂອງສ່ວນລວມ. ການຮັບມືກັບລູກຄ້າຜູ້ທີ່ບໍ່ມັກຄວາມສ່ຽງ ຫຼື ການປະເຊີນໜ້າກັນເອງ. ແຕ່ເມື່ອພວກເຂົາໄດ້ຮຽນຮູ້ເຖິງຄຸນລັກສະນະປະຈໍາກຸ່ມຂອງຕົນ ແລະ ເລີ່ມທີ່ຈະປະເຊິນໜ້າກັນເອງ, ເມື່ອນັ້ນ ບໍລິສັດກໍ່ເລີ່ມທີ່ຈະປ່ຽນແປງໄປ.

ການເຂົ້າໃຈ ແລະ ຮູ້ຈັກວິທີຈັດການກັບສິ່ງທີ່ທໍາລາຍຄວາມເປັນຜູ້ນໍາ ບໍ່ພຽງແຕ່ຈະຊ່ວຍເຮັດໃຫ້ເກີດຜູ້ບໍລິຫານ ຫຼື ຜູ້ນໍາທີ່ດີຂຶ້ນ, ຫາກແຕ່ຈະຊ່ວຍສ້າງຜູ້ຕາມທີ່ດີຂຶ້ນດ້ວຍ. ເພາະໃນບາງເທື່ອ ເຫຼົ່າລູກນ້ອງມັກຈະເບິ່ງຜູ້ບັງຄັບບັນຊາຂອງຕົນໄປໃນທາງລົບ. ພວກເຂົາອາດຈະຖືກເບິ່ງວ່າເປັນຄົນທີ່ໃຈຮ້າຍ, ຈອມບົງການ, ຂາດຄວາມອົດທົນ ແລະບໍ່ໃສ່ໃຈຫຍັງ ຫຼື ອາດຈະຮ້າຍຍິ່ງກວ່ານັ້ນ. ຄວາມຈິງແລ້ວ ຄຸນສົມບັດໃນທາງລົບເຫຼົ່ານີ້ ມັກຈະປາກົດເມື່ອຜູ້ບັງຄັບບັນຊາເຫຼົ່ານີ້ຕ່າງຢູ່ໃນຄວາມຄຽດ ແລະ ບໍ່ທັນໄດ້ຄິດເຖິງພຶດຕິກໍາທໍາລາຍເຫຼົ່ານີ້ ເມື່ອລູກນ້ອງໄດ້ເຫັນວ່າພຶດຕິກໍາດັ່ງກ່າວເປັນພຽງສ່ວນໜຶ່ງ ຂອງຜູ້ບັງຄັບບັນຊາ ພວກເຂົາກໍ່ຈະຕໍ່ຕ້ານໜ້ອຍລົງ ເພາະພວກເຂົາມີຄວາມເຂົາໃຈວ່າສິ່ງທີ່ເຫັນນັ້ນເປັນພຶດຕິກໍາທີ່ຮ້າຍແຮງທີ່ສຸດຂອງເຈົ້ານາຍຂອງຕົນ ຕໍ່ສະຖານະການໃດສະຖານະການໜຶ່ງເທົ່ານັ້ນ. ຊຶ່ງບໍ່ແມ່ນຕົວຕົນທີ່ແທ້ຈິງທັງໝົດ. ພວກເຂົາກໍ່ຈະມີຄວາມອົດທົນຕໍ່ພຶດຕິກໍາທາງລົບນີ້ຫຼາຍຂຶ້ນ. ໃນຫຼາຍໆກໍລະນີພວກເຂົາຈະຕອບສະໜອງຕໍ່ເຈົ້ານາຍຂອງຕົນ ດ້ວຍວິທີທີ່ຈະຊ່ວຍໃຫ້ເຈົ້ານາຍເຫຼົ່ານີ້ຮູ້ຈັກທີ່ຈະຄວບຄຸມພຶດຕິກໍາໃນທາງລົບອີກດ້ວຍ.

ອົງກອນທັງຫຼາຍຍ່ອມຕ້ອງເຄີຍປະສົບກັບອຸປະສັກຄັ້ງຍິ່ງໃຫຍ່ມາແດ່ແລ້ວ. ເມື່ອຄົນທັງກຸ່ມປະຕິເສດ ຫຼື ມົວແຕ່ຫາວິທີທີ່ຈະເຮັດວຽກໃຫ້ເຂົ້າກັບບຸກຄະລິກກະພາບໃນທາງລົບຂອງການນຳຂອງຕົນ, ເຮົາອາດໄດ້ເຄີຍເຫັນຄວາມລົ້ມສະຫຼາຍຂອງອົງກອນ ທີ່ຄັ້ງໜຶ່ງຄອງຄວາມຍິ່ງໃຫຍ່. ເມື່ອຄົນເຫຼົ່ານັ້ນໄດ້ຄໍານຶງເຖິງຄວາມຈິງ ກໍ່ຕໍ່ເມືອມັນຊ້າເກີນໄປ. ປັດໄຈທໍາລາຍຢ່າງໜຶ່ງຂອງອົງກອນຕົນ ກໍ່ຄືການທີ່ບໍ່ມີໃຜກ້າເວົ້າຄວາມຈິງ ຕໍ່ຜູ້ທີ່ມີອໍານາດສູງສຸດໃນອົງກອນ. ແຕ່ເມື່ອຜູ້ບໍລິຫານລະດັບສູງ ໂດຍສະເພາະຢ່າງຍິ່ງຄະນະກໍາມະການບໍລິສັດ ຕ່າງຄຸ້ນເຄີຍກັບພຶດຕິກໍາລາຍ ແລະ ຕ່າງມີຄວາມຮັບຜິດຊອບໃນການຈັດການກັບມັນ. ໂອກາດເຫດການທີ່ຊົ່ວຮ້າຍຈະເກີດຂຶ້ນຍ່ອມຫຼຸດລົງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.