ເຈົ້າມາແຕ່ໃສ? ເປັນຄຳຖາມທີຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໜາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ.
Tag Archives: ທ່ອງທ່ຽວ
ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ
ຕາມຖະໜົນຫົນທາງທົ່ວທຸກແຂວງ ແລະ ໃນບາງເຂດຂອງນະຄອນຫຼວງວຽງຈັນ ກໍ່ມັກຈະພົບເຫັນ ທົ່ງນາປູກເຂົ້າ. ຖ້າຈະທຽບຄວາມງາມແລ້ວ ກໍ່ບໍ່ຕ່າງຫຍັງກັບສວນດອກໄມ້ ທີ່ມີການເຕີບໃຫຍ່ຂະຫຍາຍຕົວແຕ່ກ້າເຂົ້າ ຈົນຮອດກາຍເປັນຮວງທີ່ຫອມຫວນ ພ້ອມເກັບກ່ຽວ.
ຂ້ອຍ…ຫຼົງຮັກລາວ
ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນຫວ່າງເວ່. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູກສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນຳ້ຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ ມາຢູ່ນີ້ຕັ້ງ 6 ປີ.
ທິດນີ້ໄປ “ອຸດອນ” ນຳກັນບໍ່?
ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ.