ຮັກ-ຮັກຄືການເຮັດໃຫ້ຄົນທຳມະດາຄົນໜຶ່ງມີຄວາມສຳຄັນ. ພວກເຮົາຕ່າງປະຫຼາດໃຈກັບຄວາມຮັກ ໃນເວລາຕົກຫຼຸມຮັກ. ແຕ່ອາດແມ່ນບາບກຳເກົ່າທ່ເຮັດໃຫ້ຮັກທີ່ພົບບໍ່ຕ້ອງພົບກັບບັນຫາ ແລະ ເຮັດໃຫ້ເຮົາຜິດຫວັງຫຼາຍໆຄັ້ງ.
Category Archives: ຈິດໃຈ
ຕິດຮັກ
ອາດການຕິດເປັນການທີ່ຂາດບໍ່ໄດ້ ເຊັ່ນ: ຕິດຢາເສບຕິດ. ຫຼາຍເຫດຜົນທີ່ເຮັດໃຫ້ຄົນມີສາຍພົວພັນຮັກ ແມ່ນຍ້ອນອາການຕິດຮັກ. ນີ້ຄືຄວາມເປັນຈິງ ແລະ ອາດເປັນເຫດຜົນໜຶ່ງທີກຳລັງເກີດຂື້ນກັບທ່ານ ຫາກທ່ານຕົກໃນສະພາບສາຍພົວພັນທີ່ບໍ່ດີ.
ສິ່ງທີ່ຄວນປະຕິບັດໃນເວລາຄົບຄົນໃໝ່
ຄວນຄ່ອຍເປັນຄ່ອຍໄປ-ໃນໄລຍະເວລາສ້າງຄວາມຮັກໃໝ່ ເປັນບາກ້າວສຳຄັນຫຼາຍ ທີ່ຈະຕ້ອງໄດ້ມີຄວາມໄວ້ເນື້ອ ເຊື່ອໃຈ, ຄວາມນັບຖື ແລະ ການສ້າງສາຍພົວພັນກັບຊີ່ວິດຄົນອື່ນທີ່ທ່ານອາດຍັງ ບໍ່ທັນໄດ້ຮູ້ຈັກມາກ່ອນ.
ສິ່ງທີ່ຜູ້ຊາຍແລະຍິງຄວນໃສ່ໃຈ
ຄຳເນະນຳສຳລັບຜູ້ຍິງແລະຊາຍໃນເວລາທີ່ ອອກພົບຄົນໃໝ່. ທ່ານຕ້ອງໄດ້ສຶກສາເບິ່ງພຶດຕິກຳຂອງຕົນເອງ ວ່າຈະສາມາດຮັບຄົນທີ່ທ່ານກຳລັງຄົບໄດ້ຫຼືບໍ່. ນອກນັ້ນຍັງຕ້ອງໄດ້ເບິ່ງຜູ້ຊາຍຫຼືຍິງທີ່ກຳລັງເຂົາມາຫາໃນຊີວິດ. ລຸ່ມນີ້ເປັນສ່ວນຄຳແນະນຳທີ່ຄວນໃສ່ໃຈ.
ອອກພົບຮັກ
ຫ້າມບໍ່ໄດ້ເລື່ອງຮັກ. ສຳລັບໄວຮຽນການມີຄວາມຮັກທີ່ຊ່ວຍເຫຼືອ ໃນການຮຽນ ແລະ ການດຳລົງຊີວິດ ກໍ່ຈະຊ່ວຍເຮັດໃຫ້ຊີວິດມີສີສັນຫຼາຍຂື້ນ. ສຳລັບພໍ່ແມ່ພີ່ນ້ອງແລະເພື່ອນໆ ກໍ່ສາມາດເປັນຫູເປັນຕາ. ບໍ່ແມ່ນຈະຄອຍຫ້າມສິ່ງບໍ່ຄວນ, ຫາກຍັງຕ້ອງໄດ້ໃຫ້ຄຳແນະນຳໃກ້ຊິດ.
ສາເຫດທີ່ເລືອກຄົນຜິດ
ພາບພົດການເອົາໃຈຂອງຄົນຮັກກັນເຮັດໃຫ້ຄົນເປັນໂສດ ຮູ້ສຶກບໍ່ສະບາຍໃຈ ແລະ ຕ້ອງການໃຫ້ໃຜຈັກຄົນມາໃສ່ໃຈ. ນອກນັ້ນຍັງມີເລື່ອງຄວາມຕ້ອງການທາງກາຍ ເຊິ່ງຫຼາຍໆຄັ້ງມັກສັບສົນລະຫວ່າງຄວາມຮັກ. ຄວາມຢາກໄດ້, ເຮັດໃຫ້ຄົນຝ້າວຝັງແລະມັກເລືອກຜິດຄົນ.
ສາຍພົວພັນເກີດຂື້ນຢ່າງວ່ອງໄວ
ສາຍພົວພັນໃໝ່ມັກເກີດຂື້ນຢ່າງທີ່ທ່ານບໍ່ສາມາດຕັ້ງຕົວ. ອັນເອີ້ນວ່າຕາບອດ. ທັງຄູ່ຈະບໍ່ທັນເຫັນຈຸດດ້ອຍຂອງຄົນອື່ນ ໂດຍທີ່ສະແດງອອກແຕ່ຈຸດດີໃຫ້ແກ່ຄູ່ຮັກໄດ້ເຫັນ.
ສັບສົນກັບຄວາມຮັກ ຫຼື ຄວາມຫຼົງ
[signinlocker id=”3227″]ເມື່ອເວົ້າເຖິງຄວາມຫຼົງ ມັກຈະກ່ຽວຂ້ອງກັບ ສາຍພົວພັນຂອງໜຸ່ມສາວ, ເຊິ່ງສາຍສຳພັນດັ່ງກ່າວມັກຈະເຫັນຄວາມສຳຄັນຂອງຮ່າງກາຍຫຼາຍກວ່າຈິດໃຈ.