ຄວາມຕືງຄຽດ ເປັນພຶດຕິກໍາທີ່ທໍາລາຍສຸກກະພາບຈິດ, ສຸກກະພາບກາຍ ແລະ ການເຮັດວຽກໄດ້. ສະຖານະການແບບໃດ? ເຫດການແບບໃດ? ບັນຫາປະເພດໃດ? ຫຼືການຕັດສິນໃຈແບບໃດ ທີ່ເຮັດໃຫ້ເກີດຄວາມຄຽດ ຈົນເຖິງຈຸດໜຶ່ງ ແລະ ໃນສະຖານະການໃດ ທີ່ເຈົ້າຮູ້ສຶກວ່າ ມີຄວາມຄຽດຈົນຕ້ອງເພິ່ງຢາ ເພື່ອຫຼຸດຄວາມຄຽດ ຫຼື ເພິ່ງສິ່ງເສບຕິດ.

ບັນດາຫົວໜ້າອົງກອນຕ່າງໆ, ຈະມັກພົບປະກັບຫຼາກຫຼາຍປັນຫາ ທີ່ກໍ່ໃຫ້ພວກເຂົາຮູ້ສຶກວ່າມີຄວາມຄຽດຢ່າງທີ່ສຸດ. ເປັນຕົ້ນ ເມື່ອຕ້ອງຕັດສິນໃຈເລື່ອງໃໝ່ໆ ຂະນະທີ່ບໍ່ມີທາງເລືອກທີ່ຊັດເຈນ. ຫົວໜ້າບາງທ່ານກໍ່ໄດ້ບອກກັບເຮົາວ່າເກີດຄວາມຄຽດຈາກການທີ່ຕ້ອງຫຼຸດຄົນງານ, ຈົນຕ້ອງຂາຍກິດຈະການທີ່ຕົນຮັກ ແລະ ໄລ່ຜູ້ບໍລິຫານຜູ້ຊຶ່ງຈົງຮັກພັກດີແຕ່ບໍ່ມີຜົນງານອອກ ຫຼື ເຮັດໃນສິ່ງຈໍາເປັນທັງທີ່ບໍ່ຢາກເຮັດ. ແຕ່ກໍ່ມີຫົວໜ້າອົງການບາງ ທ່ານທີ່ບອກວ່າພວກເຂົາຈະຕົກຢູ່ພາຍໃຕ້ຄວາມກົດດັນຢ່າງໜັກ ເຖິງວ່າຈະບໍ່ມີເຫດການເກີດຂຶ້ນ. ບາງຄົນກັງວົນຫຼາຍ ໃນຂະນະທີ່ພັກຜ່ອນປະຈຳປີ. ພວກເຂົາຮູ້ສຶກອຶດອັດ ເມື່ອຄວາມຄຽດສູງຂຶ້ນ. ພຶດຕິກໍາທໍາລາຍກໍ່ມັກຈະເຂົ້າມາທໍາລາຍຜູ້ຄົນຮ່ວມງານໃນຊ່ວງ ເກີດມີຄວາມຄຽດ. ທ່ານຄວນຄົ້ນຫາ ຕົ້ນເຫດຂອງພຶດຕິກໍາທີ່ກໍ່ໃຫ້ເກີດຄວາມຄຽດ ຊຶ່ງເປັນສິ່ງທີ່ເຮັດໃຫ້ທ່ານລົ້ມເຫຼວ. ທ່ານສາມາດທົບທວນເຖິງປັດໄຈທີ່ເຮັດໃຫ້ເກີດຄວາມຄຽດ ໄດ້ຈາກການຂົງເຂດຕໍ່ໄປນີ້ ອາດເປັນສາເຫດຂອງການເກີດຄວາມຕືງຄຼຽດ:

  • ຜິດຖຽງກັບຜູ້ບັງຄັບບັນຊາ ຄະນະກໍາມະການ ລູກຄ້າລາຍໃຫຍ່ ຫຼືເຈົ້າໜ້າທີ່ທັງຫຼາຍ
  • ຢາກໄດ້ຕໍາແໜ່ງທີ່ໃຫຍ່ໂຕ ຫຼື ການປ່ຽນແປງໃນຊີວິດ
  • ການລວມກິດຈະການ ຫຼື ການເຂົ້າຊຶ້ກິດຈະການ
  • ຄວາມລົ້ມເຫຼວຂອງໂຄງການ ຫຼື ນະໂບບາຍທີ່ທ່ານເປັນຄົນຮັບຜິດຊອບ
  • ການຫຼຸດຂະຫນາດຂອງອົງກອນ ຫຼື ປັບໂຄງສ້າງອົງກອນ
  • ຄວາມເບື່ອໜ່າຍ
  • ວຽກທີ່ຫຼາຍເກີນໄປ
  • ການແຂ່ງຂັນທີ່ດຸເດືອດໃນໝູ່ເພື່ອນຮ່ວມງານ
  • ກໍານົດເສັ້ນຕາຍທີ່ຈະຕ້ອງສົ່ງວຽກ
  • ຄວາມກົດດັນໃນເລື່ອງການເງິນສ່ວນຕົວ
  • ພາບພົດໃນທາງລົບທີ່ເກີດຂຶ້ນກັບເຈົ້າ
  • ຄວາມຂັດແຍ້ງ
  • ການປະເຊີນໜ້າກັບລູກນ້ອງທີ່ມີຜົນງານຕໍ່າກວ່າເກນ
  • ການເຮັດວຽກຢູ່ໃນກອບ
  • ການປະເຊີນໜ້າກັບເລື່ອງທີ່ກືນບໍ່ໄດ້ຄາຍບໍ່ອອກ, ຄວາມບໍ່ແນ່ນອນ ຫຼື ຄວາມຄາດຫວັງທີ່ບໍ່ກົງກັນ
  • ການຕ້ອງເຮັດໃຫ້ລູກຄ້າທີ່ເອົາໃຈຍາກພຶງພໍໃຈ

ລາຍການຂອງປັດໄຈທີ່ກໍ່ໃຫ້ເກີດຄວາມຄຽດເບື້ອງຕົ້ນ ອາດຈະສັບສົນຫຼາຍ ແລະ ກໍ່ອາດຈະມີປັດໄຈທີ່ເຮົາບໍ່ອາດຈະເວົ້າໄດ້ທັງໝົດ. ບາງຄົນມີບັນຫາສ່ວນຕົວ ເປັນຕົ້ນຜິດຖຽງກັບແຟນ, ຜົວ, ເມຍ. ພີ່ນ້ອງ ຫູື ລູກເມຍບໍ່ສະບາຍ.

ໂດຍພາບລວມແລ້ວສະພາບແວດລ້ອມໃນອົງກອນທຸກມື້ນີ້ ເຮັດໃຫ້ຄົນຕ້ອງເຮັດວຽກໜັກຫຼາຍຂຶ້ນ ແລະມີຄວາມຄຽດຫຼາຍຂຶ້ນ. ແຮງພັັກດັນທີ່ຕ້ອງການຜົນງານທີ່ດີ, ການຂຶ້ນລົງຂອງຄ່າເງິນ ຄວາມກົດດັນເນຶ່ອງຈາກຄວາມຄຽດ ຄວາມບໍ່ແນ່ນອນຂອງເສດຖະກິດ, ການຂາດພາວະການເປັນຜູ້ນໍາ, ເປົ້າໝາຍຂອງລາຍໄດ້ ແລະຜົນກໍາໄລ. ຄວາມຕ້ອງການຂອງລູກຄ້າ ແລະການເປັນຜູ້ນໍາ ທີ່ຕ້ອງຢູ່ພາຍໃຕ້ສິ່ງທີ່ມີອິດທິພົນ. ແທນທີ່ຈະຕັດສິນໃຈໄດ້ຕາມອໍານາດໃນໜ້າທີ່ທາງການເງິນ. ທັງໝົດນີ້ລ້ວນແຕ່ສ້າງຄວາມຄຽດໃຫ້ກັບຜູ້ບໍລິຫານທັງນັ້ນ. ດັ່ງນັ້ນວິທີການຄໍານຶງວ່າ ຕົວທ່ານຈະຮູ້ສຶກວ່າເກີດຄວາມຄຽດເມື່ອໃດ? ຢູ່ໃສ? ຫຼື ດ້ວຍວິທີການໃດຍັງບໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າໄດ້ມີເຄື່ອງເຕືອນໄພວ່າ ພຶດຕິກໍາທໍາລາຍຂອງທ່ານເລີ່ມຈະເປັນບັນຫາແລ້ວ.

ສະພາບສັງຄົມ, ອາດກາດ, ແລະ ປັດໃຈການປ່ຽນແປງອື່ນໆ ໃນປະຈຸບັນ ມີອິດທິພົນກໍ່ໃຫ້ເກີດຄວາມກັງວົນ. ທັກສະການປ່ອຍວາງ, ແລະ ບໍ່ເກັບມາຄິດໃນໃຈ ຈິ່ງເປັນສິ່ງທີ່ຜູ້ບໍລິຫານທຸກໆຄົນຕ້ອງເຝິກຝົນ. ເພື່ອເຮັດໃຫ້ ການຕັດສິນໃຈ ແລະ ປະຕິບັດໜ້າທີ່ ເປັນໄປດ້ວຍເຫດ ແລະ ຜົນ ແທ່ນການໃຊ້ອາຣົມຈິດ ໃນໜ້າທີ່.

Published by Viengsombath Bangonesengdet

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

116 replies on “ຮູ້ຢ່ອນຈິດ”

Copy Protected by Chetan's WP-Copyprotect.