ໂດຍຂ້ານ້ອຍ

“ເສນາໝາກຂີ້ກາ” ເປັນໜຶ່ງຄຳສຸພາສິດສອນຄົນລາວມາຫຼາຍຍຸກສະໃໝ. ຄວາມໝາຍຂອງເສນາໝາກຂີ້ກາຄືການຈັດກຸ່ມ ລູກນ້ອງ, ຜູ້ຢູ່ໃຕ້ບັງຄັບບັນຊາ, ຜູ້ເພີ່ງບາລະມີ ຕ່າງພາກັນເຮັດທຸກໆຢ່າງໃຫ້ນາຍພໍໃຈ. ບັນດາພະນັກງານລູກນ້ອງເຫຼົ່ານັ້ນເປັນຫຍັງຈິ່ງຍອມເຮັດທຸກໆຢ່າງເພື່ອບູຊານາຍຕົນເອງ? ເຮົາຈະມາຄົ້ນຫານຳກັນ.

ຄົນລາວຍຸກໃໝ່

ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ຂວາຍ, ໄພບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ.

ຄືນສິດສູ່ມານດາ

ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ່ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່​ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາ​ດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ.

ອ້າຍ​ “ຊານ​ຕ້າ” ຜູ້​ໃຫ້

ຄົນ​ລາວ​ເຮົາ​ສາມາດ​ເຂົ້າ​ໄດ້​ທຸກໆວັດ​ຖະນະ​ທຳ ​ແລະ ສົນ​ໃຈການ​ປະຕິບັດ​ສາດສະໜາຂອງຫຼາຍໆປະ​ເທດ ຕາບ​ໃດ​ທີ່​ບໍ່ມີ​ການບຽດບຽນ. ​ໃນ​ເທດສະການ “ຄີ​ດສມາດສ” ​ເປັນ​​ການສະຫຼອງຂອງ​ ຄົນ​ທີ່​ຖື​ສາດສະໜາຄີ​ດສ, ​ແລະ ​ແນ່ນອນ ​ເດັກນ້ອຍ​ລາວ​ກໍ່ມ່ວນ​ກັບ​ເທດສະການ​ດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ.

ຊີວິດບໍ່ມີຂອບເຂດ

ເບິ່ງນັກກິລາລາ ສຳລັບຄົນພິການ ແລ້ວມີແຮ່ງບັນດານໃຈຫຼາຍ. ເພາະເຫັນເຂົາເຈົ້າໄດ້ສະແດງ ຄວາມສາມາດໃນກິລາຕ່າງໆ ເຖິງວ່າຈະມີຮ່າງກາຍບໍ່ສົມບູນແບບ.

ເຫັນໃຈນາງ

ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ.

“ຄູບາ” ນອກເຄື່ອງແບບ

ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ.

ບົດຮຽນທີ່ບໍ່ມີສອນ ໃນໂຮງຮຽນ

ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ

ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ

ທ່ານອາດຈະເຫັນການປະກົດຕົວຂື້ນຂອງຫຼາຍໆທຸລະກິດຜ່ານທາງອິນເຕີເນັດ. ມີຫຼາຍໆພາກສ່ວນ ໄດ້ໃຫ້ການສະໜັບສະໜູນ ທັງລະ ດັບລັດຖະບານ ແລະ ພາກສ່ວນທຸລະກິດເອງ. ເຊັ່ນການນຳອິນເຕີເນັດຄວາມໄວສູງມາສູ່ປະເທດ ເປີດໄອກາດໃຫ້ການສົ່ງຂ່າວສານໄວ ຂື້ນ.

ຂໍທາງແດ່

ຄົນກະລຸນາເປັນລັກສະນະຂອງຄົນກ້າວໜ້າ ແລະ ພັດທະນາ. ການໃຫ້ເປັນລັດສະນະການມີລົ້ນເຫຼືອ, ຖ້າໃຫ້ເປັນ ແມ່ນວ່າ ທ່ານສາມາດສ້າງສະພາບການເຮັດວຽກທີ່ເປັນຜົນດີ ໃນການພັດທະນາບໍລິສັດໄລຍະຍາວ.

Copy Protected by Chetan's WP-Copyprotect.