Norkhame
ຄົນຜິດ, ຄົນງາມ ຄົນຜິດ, ຄົນງາມ
ໃນ​ຄວາມ​ຜິດ​ພາດ​ລ້ວນ​ມີ​ຄວາມ​ງາມ​ໃຫ້​ຄົ້ນ​ຫ​າ. ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ບໍ່​ແມ່ນ​ຊີ​ວິດ​ທີ່ສົມ​ບູນ​ພ້ອມ​ພຽງ​. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ ແລະ​ ຮູ້​ຈັກ​ໃຊ້​ສະຕິປັນຍາແກ້ໄຂ ຢ່າງ​ມີ​ສີ​ລະ​ປະ​ຕ່າງ​ຫາກ ​ທີ່​ສ້າງໃຫ້ຊີວິດຫ​ນ້າ​ສົນ​ໃຈ​.​ ​ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ. ຈະເປັນແນວໃດ, ຫາກທ່ານເຫັນ ພາບ​ຂອງ​ຍິງ​ສາວພິການຂາ ​ຄົນ​ຫ​ນຶ່ງ​ເຊິ່ງ​ໃນ​ມື​ຖື​ດອກ​ບົວ​ຢ່າງ​ອ້ອມ​ພະ​ດ້ວຍສະຕິ, ມີ​​ກິ​ລິ​ຍາ​ ຮຽບ​ຮ້ອຍ. ປຽບກັບວ່າ ກຳ​ລັງ​ເບິ່ງ​ບາງ​ຢ່າງ​ໃຫ້​ຊຶມ​ເຂົ້າ​ໄປ​ໃນ​ຊີ​ວິດຕົວລາວເ​ອງ. ເປັນ​ພາບ​ທີ່​ງົດ​ງ​າມ​ໃນ​ສາຍ​ຕາ​ຂອງ​ໃຜ​ຫລາຍ​ຄົນ​ທີ່​ເຫັນ​ເຂົາ​ຍ່າງ​ໄປ​ມາ. ​ຊຶ່ງ​ເປັນ​ຄວາມ​ງາມ​ໃນ​ຄວາມ​ບົກ​ພ່ອງ. ເພາະ​ລາວ​ມີ​ຂາ​ພຽງ​ຂ້າງ​ດຽວ​ແລະ... ຄົນຜິດ, ຄົນງາມ

ໃນ​ຄວາມ​ຜິດ​ພາດ​ລ້ວນ​ມີ​ຄວາມ​ງາມ​ໃຫ້​ຄົ້ນ​ຫ​າ. ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ບໍ່​ແມ່ນ​ຊີ​ວິດ​ທີ່ສົມ​ບູນ​ພ້ອມ​ພຽງ​. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ ແລະ​ ຮູ້​ຈັກ​ໃຊ້​ສະຕິປັນຍາແກ້ໄຂ ຢ່າງ​ມີ​ສີ​ລະ​ປະ​ຕ່າງ​ຫາກ ​ທີ່​ສ້າງໃຫ້ຊີວິດຫ​ນ້າ​ສົນ​ໃຈ​.​ ​ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ.

ຈະເປັນແນວໃດ, ຫາກທ່ານເຫັນ ພາບ​ຂອງ​ຍິງ​ສາວພິການຂາ ​ຄົນ​ຫ​ນຶ່ງ​ເຊິ່ງ​ໃນ​ມື​ຖື​ດອກ​ບົວ​ຢ່າງ​ອ້ອມ​ພະ​ດ້ວຍສະຕິ, ມີ​​ກິ​ລິ​ຍາ​ ຮຽບ​ຮ້ອຍ. ປຽບກັບວ່າ ກຳ​ລັງ​ເບິ່ງ​ບາງ​ຢ່າງ​ໃຫ້​ຊຶມ​ເຂົ້າ​ໄປ​ໃນ​ຊີ​ວິດຕົວລາວເ​ອງ. ເປັນ​ພາບ​ທີ່​ງົດ​ງ​າມ​ໃນ​ສາຍ​ຕາ​ຂອງ​ໃຜ​ຫລາຍ​ຄົນ​ທີ່​ເຫັນ​ເຂົາ​ຍ່າງ​ໄປ​ມາ. ​ຊຶ່ງ​ເປັນ​ຄວາມ​ງາມ​ໃນ​ຄວາມ​ບົກ​ພ່ອງ. ເພາະ​ລາວ​ມີ​ຂາ​ພຽງ​ຂ້າງ​ດຽວ​ແລະ ​ມີ​ໄມ້​ຄ້ຳ​ຄອຍ​ປະ​ຄອງ​ການ​ຍ່າງ​ໃຫ້​ກ້າວ​ໄປ. ເຊິ່ງ​ອາດ​ມີ​ຄົນ​ເບິ່ງ​ທີ່​ເກີດ​ຂຶ້​ນ​ວ່າ​ລາວ​ເປັນ​ພຽງ​ຍິງ​ສາວ​ຄົນ​ຫ​ນຶ່ງ​ທີ່​ເບິ່ງ​ແລ້ວ​ອາ​ພັບ​ອັບ​ໂຊກ​ ແລະ ​ພະ​ຍາ​ຍາມ​ສ້າງ​ກຳ​ລັງ​ໃຈ​ເພື່ອ​ໃຫ້​ຕົວ​ເອງ​ຢູ່​ໄດ້. ​ຂ້າພະເຈົ້າຄິດ​ວ່າ​ “ທ່າມ​ກາງ​ຊີ​ວິດ​ທີ່​ບົກ​ພ່ອງ​ ເຮົາ​ສາມ​າດ​ຄົ້ນ​ຫາ​ຄວາມ​ງາມ​ໄດ້ ​ແລະ​ ໃນ​ຄວາມ​ບົກ​ພ່ອງ​ນັ້ນ​ກໍ​ມີ​ຄວາມ​ດີ​ໃຫ້​ເຮົາ​ໄດ້​ຄົ້ນ​ຫາ​ສະ​ເຫມີ”

ເຊັ່ນ​ດຽວ​ກັບ​ຍິງ​ສາວ​ທີ່​ມີ​ມື​ຮອງ​ຮັບ​ດອກ​ບົວ​ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ບາງ​ຢ່າງ​ທີ່​ຊ້ອນ​ຢູ່​ໃນ​ໃຈ​ຂອງ​ລາວ ​ເປັນ​ຄວາມ​ງາມ​ທີ່​ບາງ​ຄັ້ງ​ຄົນ​ທີ່​ຮ່າງ​ກາຍ​ຄົບ​ຖ້ວນ​ບໍ​ລິ​ບູນ​ ບໍ່​ສາ​ມາ​ດ​ທີ່​ຈະ​ສ້າງ​ໃຫ້​ເກີດ​ມີ​ໄດ້​ໃນ​ຊີ​ວິດ​ຂອງ​ຕົນ. ເພາະ​ຫາກ​ຈະ​ປຽບ​ກັບ​ຊີ​ວິດ​ຂອງ​ໃຜ​ຫລາຍ​ຄົນ​ ບາງ​ຄົນ​ມັກ​ຈະ​ຈົມ​ຢູ່​ກັບ​ຄວາມ​ທໍ້​ແທ້​ສິ້ນ​ຫວັງ​ນ້ອຍ​ໃຈ​ໃນ​ໂຊກ​ຊະ​ຕາ​​ຂອງ​ຕົນ​ເອງ. ​ບໍ່​ກ້າ​ທີ່​ຈະ​ລຸກ​ຂຶ້ນ​ສູ້​ກັບບັນ​ຫາທີ່​ເກີດ​ຂຶ້​ນ​. ແທນທີ່ຈະຄິດວ່ານັ້ນ​ຄື​ບົດ​ທົດ​ສອບ​ວ່າ ​ຕົວ​ເຮົາ​ມີ​ຄວາມ​ເຂັ້ມ​ແຂງ​ພຽງ​ໃດ?

ໃນ​ທຳ​ມ​ະ​ຊາດ​ຂອງ​ຄົນ​ເຮົາ​ທີ່​ບໍ່​ຮັກ​ຕົວ​ເອງ​ ບໍ່​ຮູ້​ຈັກ​ຄຸນ​ຄ່າ​ຂອງ​ຊີ​ວິດ​ ມັກ​ຈະ​ເບິ່ງ​ເຫັນ​ແຕ່​ຄວາມ​ຄັບ​ແຄບ​ໃນ​ຊີ​ວິດ​ຂອງ​ຕົນ. ​ເບິ່ງ​ເຫັນ​ແຕ່​ບັນ​ຫາ​ທີ່​ນຳ​ພາ​ຊີ​ວິດ​ໃຫ້​ຕົກ​ຕ່ຳ​ ຈົນ​ຕ້ອງ​ຢ່ຳ​ຢູ່​ກັບ​ທີ່ ​ເພາະ​ບໍ່​ກ້າ​ທີ່​ຈະ​ກ້າວ​ຂ້າມ​ບັນ​ຫາ​ນັ້ນ​ໄປ. ກົງກັນ​ຂ້າມ​ກັບ​ຍິງ​ສາວ​ທີ່​ມີ​ຈິດ​ໃຈ​ພິ​ການ ​ທີ່​ເບິ່ງ​ເຫັນ​ຊີ​ວິດ​ທີ່​ຂາດ​ຫາຍ​ໄປ​ຂອງ​ລາວ​ ເຖິງ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າໃນ​ໃຈ​ຂອງ​ລ​າວ​ຈະ​ຂົມ​ຂື່ນ​ພຽງໃດ ​ທີ່​ຕ້ອງ​ຕໍ່​ສູ້​ກັບ​ໂຊກ​ຊະ​ຕາ​ທີ່​ຕ້ອງ​ປະ​ສົບທົນ​ກັບ​ສາຍ​ຕາ​ທີ່​ຈ້ອງເບິ່ງມາ​ແລ້ວ​ ມີ​ຄຳ​ຖາມ​ວ່າ “ເປັນ​ຫ​ຍັງ​ຊີ​ວິດ​ຂອງ​ລ​າວ​ຈຶ່ງ​ເປັນ​ແບບ​ນີ້?”

ຖ້າ​ຫາກ​ເບິ່ງ​ໃນ​ແງ່​ລົບ ​ຄວາມ​ໂຊກ​ຮ້າຍ​ໃນ​ຊີ​ວິດ​ຂອງ​ລາວ​ຊ່າງ​ຫລາຍ​ເກີນ​ຈະ​ກ່າວ ​ແຕ່​ລາວ​ຜູ້​ບໍ່​ສາ​ມາດ​ປ່ຽນ​ຄວາມ​ພິ​ການ​ຂອງ​ຮ່າງ​ກາຍ​ໃຫ້​ກັບ​ຟື້ນ​ຄືນ​ມາ​ດັ່ງ​ຄົນ​ທົ່ວ​ໄປ​ໄດ້, ​ກັບ​ຮູ້​ຈັກ​ທີ່​ຈະ​ປັບ “ຄວາມ​ດ້ອຍ” ໃຫ້​ກາຍ​ເປັນ “ຄວາມ​ເດັ່ນ”ໂດຍ​ມີ “ຄວາມ​ດີ” ເພື່ອ​ປັບ​ລະ​ດັບ​ຊີ​ວິດ​ຈິດ​ໃຈ​ຂອງ​ລາວ​ໃຫ້​ງົດ​ງາມ.

ຄວາມ​ງາມ​ໃນ​ຄວາມ​ພ່ອງ ຈຶ່ງ​ເປັນ​ບັນຫາຊີ​ວິດ​ເຮົາ​ ທີ່ຕ້ອງ​ເຮັດ​ຄວາມ​ເຂົ້າ​ໃຈ​ ໃຫ້ເລິກ​ຊຶ້ງ. ​ເພາະ​ຄວາມ​ຈິງ​ມັກ​ສອນ​ເຮົາ​ໄວ້​ສະ​ເຫມີ​ວ່າ “ບໍ່​ມີ​ຊີ​ວິດ​ໃດ​ທີ່​ຈະ​ສົມ​ບູນ​ແບບ​ໃນ​ຕົວ​ເອງ” ເພາະ​ໃນ​ການ​ສະ​ແຫວງ​ຫ​າ​ສິ່ງ​ທີ່​ມາ​ເຕີມ​ເຕັມ​ໃຫ້​ກັບ​ຊີ​ວິດ​ເຮົາ​ທຸກໆຄົນ ​ລ້ວນ​ຕັ້ງ​ຢູ່​ທ່າມ​ກາງ​ຄວາມ​ບົກ​ພ່ອງ​ດ້ວຍ​ກັນ​ທັ້ງ​ນັ້ນ. ​ບໍ່​ວ່າ​ຈະ​ເປັນ​ທາງ​ກາຍ​ທີ່​ບໍ່​ສາ​ມາດ​ສະ​ຫນອງ​ໃຫ້​ເຕັມ​ອື່​ມ​ ຫລື​ ທາງ​ໃຈ​ທີ່​ບໍ່ສາ​ມາດ​ປະຖີ້ມ​ຄວາມ​ເສົ້າ​ທີ່​ຝັງ​ຢູ່ຂ້າງ​ໃນ​ເລິກໆ​ໃຫ້​ຫາຍ​ໄປ ໃນຊ່ວງເວລາສັ້ນໆ.

ເຮົາ​ບໍ່​ຄວນ​ຈົມຢູ່​ກັບ​ຄວາມ​ຮູ້​ສຶກ​ທີ່​ວ່າ​ “ເຮົາ​ບົກ​ພ່ອງ​ຫລ​າຍ​ຈົນ​ເກີນ​ໄປ​, ແຕ່​ຄວນ​ຮູ້ຈັກ​ປັບ​ວິ​ທີສ້າງ​ຄວາມ​ເຂົ້າ​ໃຈ​ດ້ວຍ​ການ​ເບິ່ງມູມຊີວິດ​ໃນໃນມູມທີ່ແຕກຕ່າງ, ໃຫ້ກ້າ​ທີ່​ຈະ​ບອກ​ນຳ​ໃຜໆ​ວ່າ “ເຮົາ​ພ້ອມ​ທີ່​ຈະ​ຢູ່ກັບ​ຄວາມ​ບົກ​ພ່ອງ​ທີ່​ຈະ​ມີ​ນີ້​ໄດ້ ແລະ ພ້ອມດຳເນີນຊີວິດໃນທາງທີ່ຖືກຕ້ອງ” ​ຫາກ​ຄົ້ນ​ຫາ​ຄຳ​ຕອບ​ໄດ້​ໃນ​ຄວາມ​ບົກ​ພ່ອງ​ໃຈ ​ທີ່​ພ້ອມ​ຈະ​ຍອມ​ຮັບ​, ຄົນເຮົາຈະ​ບໍ່​ຮຽກ​ຮ້ອງ​ຫາ​ສິ່ງ​ໃດ​ເພື່ອມາ​ເຕີມ​ເຕັມ. ​​ໂດຍການເຮັດໃຫ້​ໃຈ​ທີ່​ຮູ້​ຈັກ​ວາງ​ຕໍ່​ສິ່ງ​ທີ່​ມີ ​ແລະ​ ທຳ ຄວາມເຂົ້າໃຈໃນສິ່ງ​ທີ່​ເປັນ​. ດ້ວຍ​ໃຈ​ທີ່​ມີ​ສະ​ຕິ​ຮູ້​ເທົ່​າທັນ ຄວາມ​ຈິງ​ຈະ​ເຂົ້າ​ໄປ​ຄອຍ​ກຳ​ກັບ​ວິ​ທີ​ວາງ​ຊີ​ວິດ​ໃຫ້​ຢູ່​ໃນ​ຕຳ​ແຫ​ນ່ງ​ທີ່​ເຫມາະ​ສົມ​. ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ບົກ​ພ່ອງ​ພຽງ​ໃດ​ໃຈ​ກໍ​ພ້ອມ​ຈະ​ປັບ​ໃຫ້​ເກີດ​ການຍອມ​ຮັບ​ ແລະ ​ປ່ອຍ​ວາງ​ໄດ້​ຢ່າງ​ສົມ​ດຸນ. ແຕ່​ເມື່ອ​ໃດ​ທີ່ຊີ​ວິດພ້ອມ ​ໃຈ​ທີ່​ມີ​ສະ​ຕິ​ຮູ້​ເທົ່າ​ທັນ​ກໍ່​ຈະ​ຮູ້​ຈັກ​ຕໍ່​ຍອດ​ສິ່ງ​ດີ​ດີ ​ໃຫ້​ເກີດ​ປະ​ໂຫຍດ​ທີ່​ສູງ​ສຸດ. ​ບໍ່​ແມ່​ນ​ໄດ້​ມາ​ແລ້​ວ​ຖືກ​ກັກ​ເກັບ​ໄວ້​ດ້ວຍການ​ອ້ອມກອດ​ຂອງ​ຄວາມ​ເຫັນ​ແກ່​ຕົວ.

ດ້ວຍ​ເຫດ​ນີ້​ເມື່ອ​ເຮົາ​ສຶກ​ສາ​ຊີວິດ​ດ້ວຍ​ຄວາມ​ໃສ່​ໃຈ ຈະ​ເຫັນ​ໄດ້​ວ່າ​ຄວາມ​ງາມ​ຂອງ​ຊີ​ວິດ​ນັ້ນ​ມີ​ຢູ່​ໃນ​​​ຕົວຂອງ​ເຮົາ​ທຸກ​ຄົນ​. ເຖິງວ່າ​ຈະ​ບົກ​ພ່ອງ​ພຽງ​ໃດ. ​ແຕ່​ຖ້າ​ໃຈ​ທີ່​ຮູ້​ຈັກ​ຍອມ​ຮັບ​ແລ​ະ​ພ້ອມ​ທີ່​ຈະ​ຮຽນ​ຮູ້​ເພື່ອ​ສູ້​ໃຫ່​ມ ​ສິ່ງ​ຮ້າຍໆ​ທີ່​ເຄີຍ​ເຮັດ​ໃຫ້​ເຮົາ​ເຈັບ​ປວດ​ຍ່​ອມ​ປ່ຽນ​ເປັນ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ​ສະ​ເຫມີ.

ດັ່ງ​ນັ້ນ, ​ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ຈຶ່ງ​ບໍ່​ແມ່ນ​ຊີ​ວິ​ດ​ທີ່​ສົມ​ບູນ​ພ້ອມ​ພຽງ​ຝ່າຍ​ດຽວ. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ແລະ ​ຮູ້​ຈັກ​ໃຊ້​ສອຍ​ຢ່າງ​ທີ່​ມີ​ສີ​ລະ​ປະ​ຕ່າງ​ຫາກ​ທີ່​ຫ​ນ້າ​ສົນ​ໃຈ​ກວ່າ. ເພາະ​ມື້​ຫ​ນຶ່ງ​, ເມື່ອຊີ​ວິດ​ມີ​ບາງ​ຢ່າງ​ຂາດ​ຫາຍ​ໄປ​ເຮົາ​ກໍ​ສາ​ມາດ​ທີ່​ຈະ​ບອກ​ກັບ​ຕົວ​ເອງວ່າ “ໃນທີ່ສຸດເຮົາບໍ່ໄດ້ຄອບຄອງສິງໃດຖາວອນ​ເທົ່າ​ນັ້ນ​ເອງ”

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.