Norkhame
ເຫັນຕົນເອງສຳຄັນ ເຫັນຕົນເອງສຳຄັນ
ກ້າ​ພໍ​ຫລື​ຍັງ​ທີ່​ຈະ​ເລືອກ​ຊີວິດ​ຕາມ​ທີ່​​ທ່ານຕ້ອງ​ການ. ມັນ​ບໍ່​ໄດ້​ເປັນ​ການ​ເຫັນ​ແກ່​ຕົວ​ທີ່​ເຈົ້າ​ຈະ​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ຂຶ້ນ ເບິ່ງແຍງຕົວ​ເອງ​ໃຫ້​ດີກວ່າ​ທີ່​ເຄີຍ​ເປັນ ແລະ ​ຖືເອົາການເຮັດ​ໃຫ້​ຕົນເອງມີຄວາມ​ສຸກ​ ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ໃນຊີວິດປະຈຳວັນ. ການເຮັດແນວນັ້ນ, ບໍ່ໄດ້ໝາຍວ່າຕ້ອງໄປບຽດບຽນຄົນອື່ນໃຫ້ເປັນທຸກ. ໃນສັງຄົມລາວ, ຄົນມັກເກງໃຈ. ນີ້ເປັນສາເຫດທີ່ເຮັດໃຫ້ຫຼາຍຄົນຈຳໃຈເຮັດໃນສິ່ງທີ່ຕົນເອງບໍ່ມັກ. ການໃຫ້ຄວາມ ສຳຄັນຕົນເອງເປັນແນວຄິດທີ່​ໂຮງ​ຮຽນ​ບໍ່​ໄດ້​ສອນ. ຂ້າພະເຈົ້າຢາກໃຫ້ ​ທຸກ​ຄົນ​ຮັບ​ຮູ້​ວ່າ​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ຖືກ​ຮັກ​ຈາກ​ຕົວ​ເອງ ​ຄື​​ດັ່ງທີ່ທ່ານເຄີຍມອບ​ຄວາມ​ຮັກ​ໃຫ້ ພໍ່ແມ່ພີ່ນ້ອງ, ແຟນ ແລະ ເພື່ອນມິດ ໃນແຕ່ລະວັນ. ຖ້າການເຮັດໃຫ້ຄົນອື່ນ ເປັນການສ້າງຄວາມລຳຄານໃຈ... ເຫັນຕົນເອງສຳຄັນ

ກ້າ​ພໍ​ຫລື​ຍັງ​ທີ່​ຈະ​ເລືອກ​ຊີວິດ​ຕາມ​ທີ່​​ທ່ານຕ້ອງ​ການ. ມັນ​ບໍ່​ໄດ້​ເປັນ​ການ​ເຫັນ​ແກ່​ຕົວ​ທີ່​ເຈົ້າ​ຈະ​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ຂຶ້ນ ເບິ່ງແຍງຕົວ​ເອງ​ໃຫ້​ດີກວ່າ​ທີ່​ເຄີຍ​ເປັນ ແລະ ​ຖືເອົາການເຮັດ​ໃຫ້​ຕົນເອງມີຄວາມ​ສຸກ​ ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ໃນຊີວິດປະຈຳວັນ. ການເຮັດແນວນັ້ນ, ບໍ່ໄດ້ໝາຍວ່າຕ້ອງໄປບຽດບຽນຄົນອື່ນໃຫ້ເປັນທຸກ. ໃນສັງຄົມລາວ, ຄົນມັກເກງໃຈ. ນີ້ເປັນສາເຫດທີ່ເຮັດໃຫ້ຫຼາຍຄົນຈຳໃຈເຮັດໃນສິ່ງທີ່ຕົນເອງບໍ່ມັກ. ການໃຫ້ຄວາມ ສຳຄັນຕົນເອງເປັນແນວຄິດທີ່​ໂຮງ​ຮຽນ​ບໍ່​ໄດ້​ສອນ. ຂ້າພະເຈົ້າຢາກໃຫ້ ​ທຸກ​ຄົນ​ຮັບ​ຮູ້​ວ່າ​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ຖືກ​ຮັກ​ຈາກ​ຕົວ​ເອງ ​ຄື​​ດັ່ງທີ່ທ່ານເຄີຍມອບ​ຄວາມ​ຮັກ​ໃຫ້ ພໍ່ແມ່ພີ່ນ້ອງ, ແຟນ ແລະ ເພື່ອນມິດ ໃນແຕ່ລະວັນ. ຖ້າການເຮັດໃຫ້ຄົນອື່ນ ເປັນການສ້າງຄວາມລຳຄານໃຈ ແລະ ເຮັດໃຫ້ຕົນເອງບໍ່ເປັນສຸກ, ທ່ານກໍ່ຄວນ ເຊົາ​ທຸກ ເຊົາ​ທົນໃນການມອບຄວາມຮັກ ແລະ ຫວັງດີແກ່ຄົນອື່ນ​ໄດ້​ແລ້ວ. ໃນຂະນະດຽວກັນ, ຖ້າທ່ານ ເຮັດ​ເພື່ອ​ຄົນ​ອື່ນ​ໄດ້​ເປັນ​ຫ​ຍັງ​ຄື​ບໍ່​ເຮັດ​ເພື່ອ​ຕົວ​ເອງ​ແດ່. ຢ່າ​ຖ້າ​ຈົນ​ເຖິງ​ມື້​ທີ່​ໃຜ​ຫລາຍ​ຄົນ​ຍ່າງ​ອອກ​ຈາກ​ຊີ​ວິດ​ຂອງ​ທ່ານໄປແລ້ວຈິ່ງຫັນມາ ໃສ່ໃຈຕົນເອງ.

 

ທ່ານຄວນເລີ່ມ​ອອກ​ແບບ​ຊີ​ວິດ​ໃຫ້​ຕົວ​ເອງ​ໄດ້ພົບກັບຄວາມສຸກທີ່ຕົນເອງຕ້ອງການ. ​ໄປພ້ອມໆດຽວກັນກັບເຮັດ ໃຫ້ຄົນອື່ນມີຄວາມສຸກ. ແນ່ນອນ, ການໃຫ້ ເປັນຄວາມສຸກຂອງຄົນ. ເປັນຕົ້ນເວລາຮັກໃຜຈັກຄົນ, ການປະຕິບັດ ກັບພໍ່ແມ່ຜູ້ມີບຸນຄຸນ. ແຕ່ກະບໍ່ຄວນລື່ມໃສ່ໃຈຕົນເອງ. ໂດຍສະເພາະຄົນທີ່ມີຄວາມຝັນເປັນຂອງຕົນເອງ, ທ່ານ ຈະຕ້ອງໄດ້ທຸ້ມເທຫຼາຍໃນການສ້າງຄວາມຝັນໃຫ້ເປັນຈິງ. ໜ້າເສຍດາຍ, ແມ່ຍິງຫຼາຍຄົນທີ່ມີຄວາມຝັນ ເຂົາເຈົ້າ ຍອມທຸ້ມເທເວລາກັບການເບິ່ງແຍງຄອບຄົວ, ລູກໆ​ແລະຜົວ. ຫາກວັນນີ້ທ່ານຍັງຍາກ ຈະເລີ່ມຕົ້ນໃຫ້ ຄວາມສຳ ຄັນຕົນເອງ, ທ່ານລອງມານຶກເບິ່ງວ່າ: ສິ່ງນັ້ນແມ່ນຫຍັງ ອັນທີ່ຈະເຕີມເຕັມຄວາມສຸກຂອງທ່ານ ໃນການມີ ຊີວິດ ນອກຈາກການເຮັດໃຫ້ຄົນອື່ນເປັນສຸກ. ຖ້າທ່ານເຫັນສິ່ວໆນັ້ນ, ທ່ານສາມາດ​ເລີ່ມ​ຕົ້ນ​ຊີ​ວິດ​ໃຫ່​ມ​ໄດ້​ສະ​ເຫມີ. ຄວາມ​ຝັນ​ຂອງ​ເຮົາ​ບໍ່​ມີ​ຫມົດ​ອາ​ຍຸ​ຂໍ​ແຕ່​ທ່ານ​ຕ້ອງ​ຝັນ ​ແລະ ​ພາ​ຕົວ​ເອງ​ໄປ​ໃຫ້​ຮອດ. ​ຖ້າ​ຫາກທ່ານບໍ່​ເຄີຍມີຄວາມຝັນພິເສດອັນໃດ, ກໍ່ໜ້າຈະລອງເຮັດບາງ​ສິ່ງ ທີ່​ເຈົ້າ​ບໍ່​ເຄີຍ​ເຮັດ ແລະ ສົນ​ໃຈ​. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​​ກໍ​ຄື​ຕົວ​ເຈົ້າ​ເອງ. ​ຂໍ​ແຕ່​ເລີ່​ມ​ປັບ​ສິ່ງ​ນ້ອຍໆ​ທີ່​ທ່ານເຮັດ​ທຸກ​ມື້​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ທ່ານ​ມີ​ພະ​ລັງ​ ​ທີ່​ຈະ​ປ່ຽນ​ຊີ​ວິດ​ໃຫ່​ມ​ຊີ​ວິ​ດ​ ແລະ ກາຍເປັນ​​ເຈົ້າຂອງຊີວິດ​ໃນແບບ​ທີ່​ທ່ານ​ຕ້ອງ​ການ.

ຈົ່ງ​ບໍ່ລື່ມໃຫ້ຄວາມສຳຄັນແກ່ຕົນເອງ ຮັກ​ແລະ​ເຫັນ​ຄຸນ​ຄ່າ​ຕົວ​ເອງ​. ທ່ານຕ້ອງກ້າ​ພໍ​ທີ່​ຈະ​ເລືອກ​ແລະ​ສ້າງ​ຊີ​ວິດ​ໃນ​ແບບ​ຂອງ​ທ່ານ​ເອງ​ໂດຍ​ທີ່​ບໍ່​ຕ້ອງ​ກັງ​ວົນ​ວ່າ​ ຈະມີ​ໃຜ​ຈະ​ຕັດ​ສິນ​ດ້ວຍ​​ຄຳ​ເວົ້າ. ​ຄວາມ​ຄິດຂອງຄົນ​ອື່ນ​ບໍ່​ແມ່ນ ​ຕົວຊີ້ສະຕາກຳ ​ການ​ດຳ​ລົງ​ຊີ​ວິ​ດ​ໃນ​ແບບ​ທີ່ທ່ານຕ້ອງການ. ລອງເບິ່ງນົກ, ທີ່ສາມາດ ກາງ​ປີກ​ໂບຍ​ບິນ​ຢ່າງ​ມີ​ອິດ​ສະ​ຫລະ ແລະ ມີ​ຄວາມ​ສຸກກັບເສັ້ນທາງທີ່ໄປເຖິງ. ​ສິ່ງ​ທີ່​ຕົວຕົນທ່ານຄວນ​ໄດ້​ຮັບ ຄືການມີ​ຊີ​ວິດ ໃນຮູບແບບທີ່ທ່ານ ປາດຖະໜາ ແລະ ນັ້ນໜ້າຈະເປັນ​ສິ່ງມະ​ຫັດ​ສະ​ຈັນ​ຢ່າງ​ທີ່​ທ່ານຕ້ອງ​ປະທັບໃຈ.

ຖ້າຫາກມະນຸດຕ້ອງສີ້ນລົມຫາຍໃຈ, ໂດຍ​ທີ່​ບໍ່​ເຄີຍ​ມີ​ຊີ​ວິດ​ເພື່ອອຸດົມການຕົນເອງ. ວັນໃດໜຶ່ງ, ຮ່າງກາຍຄົນເຮົາ ຕ້ອງຊຸດໂຊມ. ເວລາທີ່ເຮົາເສຍໄປ ຄືການ​ຍອມ​ເສຍ​ສະ​ຫລະ​ສຸ​ຂະ​ພາບ​ເພື່ອ​ຫ​າ​ເງິນ​ທອງ​ມາ​ຫລວງ​ຫລາຍ ແລ້ວ​​ຕ້ອງຍອມ​ສູນ​ເສຍ​ເງິນ​ເພື່ອ​ຟື້ນ​ຟູ​ຮັກ​ສາ​ສຸ​ຂະ​ພາບ ໃນຍາມເຖົ້າແກ່. ຖ້າສິ່ງທີ່ທ່ານເຮັດລົງໄປ, ເປັນວຽກງານທີ່ຕົນເອງມັກ ການທຸ້ມເທເວລາ ໃນການເຮັດວຽກດັ່ງກ່າວ ກໍ່ຖືວ່າເປັນສິ່ງທີ່ຄຸ້ມຄ່າແກ່ການເກີດມາມີຊີວິດ. ອານາຄົດ ຄືຈຸດຈົບ ການມີຊີວິດ. ເຮົາອາດບໍ່ຕ້ອງກັງວົນ ແລະ ຕັ້ງຄຳຖາມວ່າມື້ໃດຈະມາເຖິງ. ໃຫ້ຖາມ​ຕົວ​ເອງ​ເບິ່ງ​ແດ່​ວ່າ ທ່ານໄດ້​ໃຊ້​ຊີ​ວິດໃນຮູບແບບທີ່ທ່ານຕ້ອງການ​ຫລື​ຍັງ?

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.