ຍາມຍາກ

“ເມື່ອໃດຊີວິດຕົກໃນຍາມມືດມິດ, ນັ້ນເປັນການເຝິກໃຫ້ທ່ານຊອກຮຽນຮູ້ຫົນທາງອອກສູ່ແສງສະຫວ່າງ. ຈົ່ງຢ່າປະປ່ອຍການຮຽນຮູ້ນັ້ນ”

ສິ່ງຂອງມີຄ່າ

“ສິ່ງທີ່ມີຄ່າ ແລະ ສໍາຄັນ ແມ່ນມູນຄ່າທີ່ພວກເຮົາໄດ້ສ້າງຕັ້ງຂື້ນໃນຊ່ວງການມີຊີວິດຂອງພວກເຮົາ, ໂດຍບໍ່ບຽດບຽນຄວາມສຸກຄົນອື່ນ, ເຮັດໃຫ້ຊີວິດຄົນດີຂື້ນ, ມີຄວາມສຸກ ແລະ ສ້າງການເຕີບໃຫຍ່ຂະຫຍາຍຕົວຈາກການສ້າງສັນຂອງເຮົາ.”

ຄົນມັກຍ້ອງຍໍ

ການຍ້ອງຍໍຊົມເຊີຍເປັນສິ່ງທີ່ດີເລີດ. ມັນເປັນການສະແດງການຮັບຮອງສິ່ງທີ່ດີເລີດໃຫ້ຄົນອື່ນໄດ້ເຫັນສິ່ງດີໆ, ທີ່ຫຼາຍໆຄົນກໍ່ມີໄດ້ເຫັນ ຈາກການປາກົດຕົວຂື້ນໃນການກະທຳດີຂອງເຮົາ.

ຍອມເສຍເພື່ອສິ່ງໃໝ່

“ບໍ່ວ່າເລື່ອງວັນວານມັນຈະໜັກໜາປານໃດ, ມັນກໍ່ໄດ້ຜ່ານໄປແລ້ວ, ທ່ານສາມາດເລີ່ມຕົ້ນໃໝ່ໄດ້ສະເໜີ” ໝາຍວ່າ: ຫາກເຮົາຍອມສະຫຼະສິ່ງທີ່ມີມາໃນວັນວານໃຫ້ຈົມຫາຍໄປ, ເຮົາກໍ່ຈະໄດ້ມີປະສົບການກັບອັນໃໝ່.

ເກີດເປັນຄົນລາວ

ເກືອບເປັນເວລາ 100 ປີ ກ່ອນການປະຕິຫວັດຊາດ 1975, ບັນພະບູຣຸດຄົນລາວໄດ້ເກີດມາເພື່ອຕໍ່ສູ້ ໃຫ້ຊາດລາວ​ເປັນ​ອິດສະຫຼະພາບ​ຈາ​ກການ​ຂູດ​ຮີດ ​ແລະ ມອບຜືນ​ແຜນ​ດິນ ແກ່ຄົນລາວຄົນລຸ້ນປະຈຸບັນໄດ້ສ້າງສາ ແລະ ສືບສານປະເພນີ.

500 ເປັນ 55000

ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍປັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໜັ້ນຄົງທາງດ້ານການເມື່ອງ ແລະ ເສດຖະກິດທີ່ເຂັ້ມແຂງ. 

ສັງຄົມຊັ້ນສູງ

ສັງຄົມ “ໄຮໂຊ” ຫຼື ສັງຄົມຊັ້ນສູງ ມາຈາກຊື່ເຕັມພາສາອັງກິດ “High Society” ເປັນຮູບແບບການຈັດລະດັບຊົນຊັ້ນ ອີງຕາມບົດດບາດທາງສັງຄົມ ແລະ ການເງິນ. ຮູບແບບການມີໄດ້ມາແນວໃດນັ້ນ ບໍ່ເປັນທີ່ກ່າວເຖິງ. 

23% ຄົນທຸກ

ຫາກທ່ານຕົກເປັນໜຶ່ງໃນຄົນທຸກ, ຄົງຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາສາກົນ. ສຳລັບ ສ ປ ປ ລາວ, ຄາດວວ່າມີປະມານ 23% ຂອງປະຊາກອນຖືກຈັດເປັນກຸ່ມຄົນທຸກ. 

ລ້ຽງໂຈນ

ຫາກ​ເດົາ​ບໍ່ຜິດ, ​ພໍ່​ແມ່​ຕ່າງຢາກມອບສິ່ງທີ່ດີທີ່ສຸດ​ໃຫ້​ລູກ​​ຕະຫຼອດການ​ມີ​ຊີວິດ. ກົງກັນຂ້າມ, ພໍ່​ແມ່​ຜູ້​ໃຫ້​ກຳ​ເນີນ ​ແນ່​ໃຈ​ແລ້ວ​ບໍ່ວ່າ: ລູກ​ທີ່​ຕົນ​ເອງ​ເກີດ​ອອກ​ມານັ້ນ ຈະ​ສ້າງ​ຜົນ​ປະ​ໂຫຍ​ດ ​ແກ່​ຕົນ​ເອງ ​ໂດຍ​ບໍ່ບຽດບຽນສັງຄົມ​ໄດ້ຫຼາຍ​​​ເທົ່າ​ໃດ​.  

ຮ່ວມທາງເດີນ

ທຸກວັນ, ຄົນທົ່ວສາລະທິດ ຕ່າງຮີບຟ້າວອອກເດີນທາງສູ່ຈຸດໝາຍໃຫ້ທັນກັບເວລາ. ປະລິມານລົດຂະຫຍາຍຕົວຢ່າງວ່ອງໄວ. ສະແດງ ວ່າຄົນໃນເຂດຕົວເມື່ອງມີລາຍຮັບສູງຂື້ນ. ແຕ່ສະພາບການເດີນທາງທີ່ແອອັດໄດ້ສ້າງຄວາມລຳຄານໃຈແຫ່ຄົນລາວບໍ່ແມ່ນໜ້ອຍ.

Copy Protected by Chetan's WP-Copyprotect.