ຫຼາຍຄົນທີ່ປະສົບຜົນສຳເລັດຕ່າງພາກັນເວົ້າວ່າ: ສິ່ງໃດທີ່ທ່ານຄິດຢາກເຮັດ ແມ່ນເປັນໜ້າທີ່ທີ່ໄດ້ຮັບການ ມອບ ໝາຍ ມາໃຫ້ປະຕິບັດ ໃນຊ່ວງການມີຊີວິດ. ຖ້າຕັ້ງໃຈເຮັດ, ຖອດຖອນບົດຮຽນ ແລະ ໜັ່ນປ່ຽນແປງຍຸດທະວິທີ, ວັນໜຶ່ງ ທ່ານຈະສຳເລັດ.
Tag Archives: ວຽກງານ
ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງຮູ້ວ່າໃຜຄືຄົນທີ່ມີຄ່າທີ່ສຸດ ແລະ ຫາເວລາຢູ່ກັບພວກເຂົາຢ່າງເຕັມທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້.
500 ເປັນ 55000
ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍປັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໜັ້ນຄົງທາງດ້ານການເມື່ອງ ແລະ ເສດຖະກິດທີ່ເຂັ້ມແຂງ.
ເຮັດກັນໄດ້ລົງ
ນອກຈາກສາຍສຳພັນຮັກແລ້ວ, ສາຍສຳພັນມິດສະຫາຍ ເປັນສິ່ງອີກການພົວພັນພິເສດຂອງມະນຸດ. ເນື່ອງຈາກຄົນເຮົາມັກຈະມີໜ້າທີ່ໃນແຕ່ລະວັນ. ການມີສ່ວນຮ່ວມພົວພັນກັບເພື່ອນ ມິດທີ່ມີອຸດົມ ການຄ້າຍໆກັນ, ຈະຊ່ວຍພາໃຫ້ທີມງານບັນລຸຜົນ.
ໂດຍຂ້ານ້ອຍ
“ເສນາໝາກຂີ້ກາ” ເປັນໜຶ່ງຄຳສຸພາສິດສອນຄົນລາວມາຫຼາຍຍຸກສະໃໝ. ຄວາມໝາຍຂອງເສນາໝາກຂີ້ກາຄືການຈັດກຸ່ມ ລູກນ້ອງ, ຜູ້ຢູ່ໃຕ້ບັງຄັບບັນຊາ, ຜູ້ເພີ່ງບາລະມີ ຕ່າງພາກັນເຮັດທຸກໆຢ່າງໃຫ້ນາຍພໍໃຈ. ບັນດາພະນັກງານລູກນ້ອງເຫຼົ່ານັ້ນເປັນຫຍັງຈິ່ງຍອມເຮັດທຸກໆຢ່າງເພື່ອບູຊານາຍຕົນເອງ? ເຮົາຈະມາຄົ້ນຫານຳກັນ.
ຢຸດຮຽນຢຸດສະຫຼາດ
ຄວາມສາມາດລູກຫຼານຂື້ນກັບຄູສອນເປັນສ່ວນໜຶ່ງ, ອີກສ່ວນໜຶ່ງແມ່ນຄວາມສາມາດໃນການຮໍ່າຮຽນຂອງຕົວນັກຮຽນເອງ. ການພັດທະນາຄວາມສາມາດໃນການສຶກສາເອງເປັນສິ່ງທີ່ພໍ່ແມ່ຈະຕ້ອງໄດ້ເອົາໃຈໃສ່ພັກດັນ.
ຮ່ວມຝັນ
ຫາກຊີວິດຄົນເຮົາໜູນວຽນໄປເລື້ອຍໆ, ພວກເຮົາຕ້ອງເມື່ອຍລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງປີໃໝ່ ເປັນໂອກາດໄດ້ທົບທວນ ແລະ ປ່ອຍວາງອາດີດ ທີ່ບໍ່ດີໄວ້ຂ້າງຫຼັງ. ປີ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອເລີ່ມຕົ້ນໃສ່ສິ່ງໃໝ່ແລະດີໆໃນອີກ 365 ວັນຂ້າງໜ້າ.
ເພື່ອນແທ້ແກ້ບັນຫາ
ນັບເປັນເວລາໜຶ່ງທີ່ທີ່ໄດ້ອຸດທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ.
ຮູ້ວາງ, ແລ້ວຮູ້ສຸກ
ຫຼາຍຄົນຄິດວ່າການມີ ຫຼື ການຄອບຄອງ ເປັນຫົນທາງຂອງຄວາມສຸກ. ພະພຸດທະເຈົ້າ ໄດ້ສະ ແດງໃຫ້ເຫັນວ່າ: ຄວາມສາມາດໃນການປ່ອຍວາງເປັນຫົນທາງທີ່ຈະເຮັດໃຫ້ຄົນເຮົາພົບຄວາມສຸກທີ່ ແທ້ຈິງ.
ອ້າຍ “ຊານຕ້າ” ຜູ້ໃຫ້
ຄົນລາວເຮົາສາມາດເຂົ້າໄດ້ທຸກໆວັດຖະນະທຳ ແລະ ສົນໃຈການປະຕິບັດສາດສະໜາຂອງຫຼາຍໆປະເທດ ຕາບໃດທີ່ບໍ່ມີການບຽດບຽນ. ໃນເທດສະການ “ຄີດສມາດສ” ເປັນການສະຫຼອງຂອງ ຄົນທີ່ຖືສາດສະໜາຄີດສ, ແລະ ແນ່ນອນ ເດັກນ້ອຍລາວກໍ່ມ່ວນກັບເທດສະການດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ.