Norkhame
ຖິ້ມຂີ້ເຫຍືອໃຈ ຖິ້ມຂີ້ເຫຍືອໃຈ
ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ. ສາຍ​ລົມ​ພັດ​ໄຫວ​ໃບ​ຫ​ຍ້າ​ ທີ່​ພັດ​ໄປ​ຕາມ​ລົມ​ສາຍ​ຝົນ​ທີ່​ຕົ​ກ​ມາ ​ໃຫ້​ຄວາມ​ຊຸ່ມ​ເຢັນ​ຕໍ່​ຊັບ​ພະ​ສິ່ງ, ​ລ້ວນ​ແຕ່​ເປັນ​ເຄື່ອງ​ຫມາຍ​ບົ່ງ​ບອກວ່າ​ໂລກ​ນີ້​ຍັງ​ມີ​ຄວາມ​ຫ​ນ້າ​ຮັກ​ ມອບ​ໃຫ້​ເຮົາ​ສຳ​ຜັດ​ຢູ່​ສະ​ເຫມີ. ເປັນ​ສິ່ງ​​ພັກດັນບອກ​ໃຫ້​ເຮົາ​ເຂົ້າ​ໄປ​ໃກ້​ໆ ​ເພື່ອ​ສຳ​ຜັດ​ກັບ​ຄວາມ​ຮູ້​ສຶກ​ດີ​ດີ​ທີ່​ທຳ​ມະ​ຊາດມອບໃຫ້ ​ແລະ ​ເພື່ອ​ໃຫ້​ເຮົາ​ຮຽນ​ຮູ້​ທີ່​ຈະ​ຢູ່​ກັບ​ຊີ​ວິດ​ທີ່​ແສນ​ສຸກ​ ຢ່າງ​ທຳມະ​ດາ​ໄດ້. ​ເຖິງ​ບາງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ສະ​ດຸດ​ໄປ​ບາງ​ຄັ້ງ​ກໍ​ຕາມ. ສິ່ງ​ເກີດ​ຂຶ້ນ​ອ້ອມ​ຂ້າງ​ຕົວ​ເຮົາ​ເປັ​ນ​ເຄື່ອງ​ຫມາຍຊີ້​ວັດ​ຊີ​ວິ​ດ​ ແລະ ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຮົາ​ວ່າ ​ມື້​ນີ້​ເຮົາ​ມີ​ຄວາມ​ສຸກ​ຫລື​ບໍ່? ໃຈ... ຖິ້ມຂີ້ເຫຍືອໃຈ

ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ.

ສາຍ​ລົມ​ພັດ​ໄຫວ​ໃບ​ຫ​ຍ້າ​ ທີ່​ພັດ​ໄປ​ຕາມ​ລົມ​ສາຍ​ຝົນ​ທີ່​ຕົ​ກ​ມາ ​ໃຫ້​ຄວາມ​ຊຸ່ມ​ເຢັນ​ຕໍ່​ຊັບ​ພະ​ສິ່ງ, ​ລ້ວນ​ແຕ່​ເປັນ​ເຄື່ອງ​ຫມາຍ​ບົ່ງ​ບອກວ່າ​ໂລກ​ນີ້​ຍັງ​ມີ​ຄວາມ​ຫ​ນ້າ​ຮັກ​ ມອບ​ໃຫ້​ເຮົາ​ສຳ​ຜັດ​ຢູ່​ສະ​ເຫມີ. ເປັນ​ສິ່ງ​​ພັກດັນບອກ​ໃຫ້​ເຮົາ​ເຂົ້າ​ໄປ​ໃກ້​ໆ ​ເພື່ອ​ສຳ​ຜັດ​ກັບ​ຄວາມ​ຮູ້​ສຶກ​ດີ​ດີ​ທີ່​ທຳ​ມະ​ຊາດມອບໃຫ້ ​ແລະ ​ເພື່ອ​ໃຫ້​ເຮົາ​ຮຽນ​ຮູ້​ທີ່​ຈະ​ຢູ່​ກັບ​ຊີ​ວິດ​ທີ່​ແສນ​ສຸກ​ ຢ່າງ​ທຳມະ​ດາ​ໄດ້. ​ເຖິງ​ບາງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ສະ​ດຸດ​ໄປ​ບາງ​ຄັ້ງ​ກໍ​ຕາມ.

ສິ່ງ​ເກີດ​ຂຶ້ນ​ອ້ອມ​ຂ້າງ​ຕົວ​ເຮົາ​ເປັ​ນ​ເຄື່ອງ​ຫມາຍຊີ້​ວັດ​ຊີ​ວິ​ດ​ ແລະ ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຮົາ​ວ່າ ​ມື້​ນີ້​ເຮົາ​ມີ​ຄວາມ​ສຸກ​ຫລື​ບໍ່? ໃຈ ​ແລະ ​ກາ​ຍ​ເຮົາ​ມີ​ຄວາມ​ຮົ່ມ​ເຢັນ​ຫລາຍບໍ່​ທີ່​ຈະ​ໃຊ້​ເປັນ​ທີ່​ພັກ​ເຊົາ​ເມື່ອຍ​ໃຫ້​ກັບ​ຊີ​ວິດ​ໄດ້​ຫລື​ບໍ່?

​ເຮົາ​ເຄີຍ​ສັງ​ເກດ​ຄວາມ​ຮູ້​ສຶກ​ຂອງ​ຕົວ​ເອງ​ບໍ່​ວ່າ ​ການ​ທີ່​ເຮົາ​ເກີດ​ມາ​ກໍ່​ເພື່ອ​ທີ່​ຈະ​ໃຫ້​ຊີ​ວິດ​ນີ້ໃຫ້ມີຄວາມ​ສຸກ​ຫລາຍ​ກ່​ວາ​ຄວາມ​ທຸກ. ​​ມື້​ຫ​ນຶ່ງ​ຄວາມ​ສຸກ​ທີ່​ລໍ​ຖ້າ​ຕ້ອງ​ມາ​ນອນ​ຫມູນ​ຕັກ​ຂອງ​ເຮົາ​ແນ່ນອນ. ຫາກເຮົາຮູ້ຈັກຄົ້ນຫາຈາກຕົນເອງສາ ກ່ອນ. ໃນຊີວິດຕົວຈິງ, ຄວາມ​ສຸກ​ທີ່​ຄິດ​ວ່າ​ຕ້ອງ​ຄອບຄອງໃຫ້​ໄດ້ ​ກັບ​ເປັນ​ຄວາມ​ຮູ້​ສຶກ​ທີ່​ແສນ​ງ່າຍ​ ເຂົ້າມາຄຸ້ມຄອງ ຈິດໃຈ. ​ຄວາມ​ສຸກ​ທີ່​ເຄີຍ​ຄິດ​ຫາ​ ແລະ ​ຄາດ​ຫວັງ​ວ່າ​ຈະ​ເດີນ​ຄຽງ​ຂ້າງ​ໄປ​ນຳ​ກັນ ​ຈຶ່ງ​ຫລຸດ​ລອຍ​ໄປ​. ແຖມ​ເຮັດໃຫ້​ເຮົາ​ຍ່າງ​ໄປ​ຕາມ​ຫົນ​ທາງ​ຊີ​ວິດ​ທີ່​ຫງອມເຫົງາ ​ທີ່​ບໍ່​ມີ​ເຍື້ອ​ໃຍ.

ເຄີຍຖາມບໍ່ວ່າ: ເປັນ​ຫ​ຍັງ​ຄວາມ​ສຸກ​ທີ່​ຄວນ​ຈະ​ປະ​ທັບ​ຮອຍ​ຂອງ​ຄວາມ​ຮູ້ສຶກ​ດີ ​ໃນ​ຊີ​ວິດ​ນີ້​ຈຶ່ງ​ຫລົນ​ຫາຍ​ໄປ​ຈາກ​ໃຈ​ຂອງ​ເຮົາ? ຄຳ​ຕອບ​ຄື “ເພາະ​ເຮົາ​ນຳ​ສິ່ງ​ເນົ່າ​ເຫມັ​ນ​ຄື​ອາ​ລົມ​ທີ່​ຊົ່ວ​ຮ້າຍ​ມາບັນ​ຈຸ​ໄວ້​ໃນ​ໃຈ​ ຫລາຍ​ເກີນ​ໄປ​. ເນື້ອ​ທີ່​ໃນ​ການ​ຮັບ​ຮອງ​ຄວາມ​ສຸກ​ຈຶ່ງ​ຫ​ນ້ອຍ​ລົງ” ຫາກ​ສັງ​ເກດ​ຊີ​ວິດ​ຈິດ​ໃຈ​ຂອງ​ເຮົາ​ ກຳ​ລັງ​ຢຽບ​ຍ່າງ​ໄປ​ທຸກ​ການ​ເຄື່ອນ​ໄຫວ​ບົນ​ຄວາມ​ຄາດ​ຫວັງ​ວ່າ:​ ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ແທນ​ທີ່​ຈະ​ຮູ້​ຈັກ​ນຳ​ສິ່ງ​ດີ​ມາ​ໃຫ້​ຊີ​ວິດ​ໄດ້​ຮຽນ​ຮູ້​ ແລະ ​ເຮັດ​ໃຫ້​ຈິດ​ໃຈ​ຊຶມ​ຊັບ​ຄວາມ​ຮູ້​ສຶກ​ດີ​ນັ້ນ​ໄວ້.

ເຮົາ​ມັກ​ທີ່​ຈະ​ເກັບ​ເອົ​າ​ຄວາມ​ຮູ້​ສຶກ​ທີ່​ເປັນ​ລົບ ເຂົ້າ​ມາ​ກົບ​ຈິດ​ໃຈ​ໃຫ້​​ເສົ້າ​ແທນ ​ບໍ່​ວ່າ​ຈະ​ເປັນ​ຄວາມ​ຮູ້​ສຶກ​ຢາກ​ໄດ້​ຈົນ​ເກີນ​ຄວາມ​ກຽດ​ຊັງ​ ເມື່ອ​ບໍ່​ໄດ້​ດັ່ງ​ຫວັງ. ​ຕະ​ຫລອດ​ເຖິງ​ຄວາມ​ຫລຸ່ມ​ຫລົງ​ອາ​ລົມ​ທີ່​ຮຸກ​ຮານ​ຂຶ້ນ​ມາ​ໃນ​ໃຈ. ສິ່ງ​ເຫລົ່າ​ນີ້​ລ້ວນ​ເປັນ​ຄວາມ​ຮູ້​ສຶກ​ທີ່​ເຮົາ​ຄິດ​ວ່າ​ ດີທີ່​ມີການ​ເລີມ​ຕົ້ນ​. ແຕ່​ທ້າຍ​ທີ່​ສຸດ​ກັບ​ເປັນ​ສິ່ງ​ທີ່​ໂນ້ມ​ມາ​ເພື່ອ “ເປັນ​ສິ່ງ​ຫມົ່ນ​ຫມອງ​ໃນ​ໃຈ​ຂອງ​ເຮົາ” ຈຶ່ງ​ເຮັດ​ໃຫ້​ເນື້ອທີ່​ຂອງ​ຄວາມ​ສຸກ​ອັນ​ເກີດ​ຈາກ ​ຄວາມ​ສະ​ຫງົບ​ງຽບ​ຮົ່ມ​ເຢັ​ນ​ໃນ​ເຮືອນ​ໃຈ   ​ຫ​າຍ​ວັບ​ໄປ​ກັບ​ຕາ.

ຕົ້ນ​ໄມ້​ເຖິງວ່າ​ຈະ​ພົ່​ນ ກາ​ສ​ຄາ​ບອນ​ໄດ​ອ​ອອກ​ໄສ ແລ້ວ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ອຶດ​ອັດ ​ໃນ​ເວ​ລາ​ກາງ​ຄືນ, ​ແຕ່​ຕອນ​ກາງ​ເວັນ​ວຽນ​ມາຮອດ, ​ຕົ້ນ​ໄມ້​ຕົ້ນດຽວກັນພັດ ປັບ​ປຸງ​ບັນ​ຍາ​ກາດ​ດ້ວຍ​ກາ​ສ​ອອກ​ຊີ​ເຈນ​ ເພື່ອ​ໃຫ​ທຳ​ມະ​ຊາດ​ຮອບ​ຂ້າງ​ໄດ້​ມີສິ່ງ​ດີ​ດີ​ຮ່ວມ​ກັນ​ໄດ້. ​ແຕ່​ບາງ​ຄົນ​ກັບ​ບໍ່​ຮູ້ຈັກ​ໃຫ້​ແຕ່​ຄວາມ​ທຸກ​ຄາຍ​ຕົວ ​ຫລື ​ວາງ​ຄວາມ​ຮູ້​ສຶກ​ທີ່​ມາ​ທຳ​ຮ້າຍ​ໃຈ​ໃຫ້​ຜ່ອນ​ຄາຍ​. ກັບ​ມີ​ແຕ່​ດຶງ​ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ແຕ່​ຄວາມ​ຫມອງ​ເສົ້າ​ມາ​ເກັບ​ໄວ້​ເຮັກໃຫ້​ຮູ້​ສຶກ​ອຶດ​ອັດ​ຈົນ​ບໍ່​ສາ​ມາດ​ຕອບ​ໄດ້​ວ່າ “ຄວາມ​ສຸກ​ນັ້ນ​ມີ​ຫ​ນ້າ​ຕາ​ເປັນ​ແບບ​ໃດ” ຊີ​ວິດ​ເປັນ​ສິ່ງ​ທີ່​ລະ​ອຽດ​ອ່ອນ​ ແລະ​ ມີ​ຄວາມ​ຊັບ​ຊ້ອນ​ຢູ່​ຕັ້ງ​ແຕ່​ຕອນ​ເກີດ​. ເຖິງວ່າ​ອາດ​ຈະ​ບອບ​ບາງ ​ແລະ ​ຕ້ອງ​ລະ​ວັງ​ຮັກ​ສາ ​ແຕ່​ເຮົາ​ກໍ​ບໍ່​ຄວນ​ໃຫ້​ຄວາມບອບ​ບາງ​ນັ້ນ​ຕ້ອງ​ຫມູນ​ໄປ​ສູ່​ສິ່ງ​ທີ່​ເຮັດ​ໃຫ້​ຊີ​ວິດ​ຊົ່ວ​ຮ້າຍ​ຝ່າຍ​ດຽວ.

ເຮົາ​ຄວນ​ຮູ້​ຈັກ​ທີ່​ຈະ​ດູ​ແລ​ຄວາມບອບ​ບາງ​ໂດຍ​ມີ​ຈິດ​ໃຈ​ທີ່​ມີ​ຄວາມ​ຮົ່ມ​ເຢັນ​ຄອຍ​ເປັນ​ມິດ ​ແລະ ​ຄອຍ​ໃຫ້​ກຳ​ລັງ​ໃຈ​ຢ່າງ​ໃກ້​ຊິດ​ເພື່​ອ​ການ​ເດີນ​ທາງ​ໄປ​ສູ່​ວັນ​ຂ້າງ​ຫ​ນ້າ​ທີ່​ແສນ​ສຸກ​. ພ້ອມ​ກັບ​ໃຫ້​ເຮົາກ້າທີ່​ຈະ​ເຕີບ​ໃຫ່​ຍ​ໃນ​ທຸກວິ​ທີ. ​ການ​ຮູ້​ຈັກ​ທະ​ນຸ​ທະ​ຫນອມ​ດ້ວຍ​ຄວາມ​ໃສ່​ໃຈ, ​ຄວາມ​ສຸກ​ທີ່​ເກີດ​ຂຶ້ນ​ກໍ​ພ້ອມ​ຈະ​ເຂົ້າ​ໄປ​ຢືນ​ຢູ່​ໃນ​ໃຈ​ຂອງ​ເຮົາ. ກໍ​ໃຫ້​ເກີດ​ຄວາມ​ໃກ້​ຊິດ​ທີ່​ຈະ​ຄຽງ​ຄູ່​ ເຖິງ​ຈະ​ຕ້ອງ​ພົບ​ບັນ​ຫ​າ​ຫລາກ​ຫລາຍ​ພຽງ​ໃດ ​ເຮົາ​ກໍ​ສາ​ມາດ​ທີ່​ຈະ​ເລືອກຄວາມ​ສຸກ​ໄດ້.

ເມື່ອ​ຄວາມ​ງຽບ​ເຫງົາ​ເຂົ້າ​ໄປ​ແນບ​ຊິດ​ຈິດ​ໃຈ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນ​ກໍ​ພ້ອມ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກຊີ​ວິ​ດ. ການ​ຮູ້​ຈັກ​ເຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ​ ແລະ ​ພ້ອມ​ທີ່​ຈະ​ເຊີນ​ຊວນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ທີ່​ເຄີຍ​ມີ​ ໃຫ້​ກາຍ​ເປັນ​ສິ່ງ​ທີ່​ມີ​ມິດ​ຕະ​ພາບມອບ​ແທນ, ​ເຮັ​ດ​ໃຫ້​ສິ່ງ​ທີ່​ດີ​ທີ່​ເຄີຍ​ເຮັດ​ເລັກ​ນ້ອຍ​ໄດ້​ມີ​ໂອ​ກາ​ດ​ເຕີບ​ໃຫ່​ຍ ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ ແລ້ວ​ໃຈ​ທີ່​ເຄີຍ​ຖາມ​ຫາ​ຄວາມ​ສຸກ​ ເມື່ອ​ຄັ້ງ​ຍັງ​ນ້ອ​ຍ ​ແລະ ​ເອີ້ນ​ຫາ​ຄ​ວາມ​ຢູ່​ເຢັນ​ເປັນ​ສຸກ​ໃນ​ວັນ​ທີ່​ຊີ​ວິດ​ເຕີບ​ໃຫຍ່​​ກໍ​ພ້ອມ​ຈະ​ມອບ​ເນື້ອທີ່​ຂອງ​ຄວາມ​ສຸກ ​ທີ່​ມີ​ຄວາມ​ສະ​ອາດ​ ແລະ ສະ​ຫວ່າງ ​ເປັນ​ລ​າງວັນ​ຕອບ​ແທນແກ່ຊີວິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.