Norkhame
ໂຮມກັນເຮົາຕາຍ
ໃນຂະນະທີ່ຍັງບໍ່ມີຢາປົວແນ່ນອນ ແລະ ວັກຊີນກັນ, ການກັກຕົວອອກຫ່າງກັນ ເປັນວິທີທີ່ໄດ້ຜົນທີ່ສຸດ ໃນການສະກັດກັ້ນການລະບາດ ແລະ ປົກປ້ອງຊີວິດສັບສິນ. ທີ່ອາເມລິກາ ພັດຍັງມີກຸ່ມຄົນທີ່ບໍ່ເຫັນດ້ວຍກັບມາດຕະການກັກຕົວ ແລະ ອອກມາປະທ້ວງ. ອ່ານເພີ່ມ
ຍອດພຸ້ງສູງ
ວັນນີ້, ປະເທດຣັດເຊຍ ສ້າງສະຖິຕິ ການຕິດເຊື້ອສູງເປັນປະຫວັດສາດ ຄືມີຄົນຕິດເຊື້ອໂຄວິດເກີນ 10 ພັນຄົນ ຕໍ່ວັນ. ມອດໂກ ແລະ ຂົງເຂດອ້ອມຂ້າງຍັງຄົງເປັນ ເຂດລະບາດທີ່ສຸດຂອງປະເທດ.  ເປັນເຄື່ອງທົດສອບປະທານາທິບໍດີຣັດເຊຍ. ອ່ານເພີ່ມ
ປະກົດກາຍ
ໃນທ່າມກາງຊ່າວລືວ່າ ທ່ານ ຄີມ, ປະທານປະເທດເກົາຫຼີເໜືອ ເສຍຊີວິດ, ລາວໄດ້ປະກົດກາຍເປັນຄັ້ງທຳອິດໃນອາທິດ. ລາຍງານສື່ມວນຊົນຂອງລັດ  ໄດ້ເຂົ້າຮ່ວມການກໍ່ສ້າງໂຮງງານປຸຍ ຫຼັງຈາກມີການຄາດເດົາຫຼາຍອາທິດກ່ຽວກັບສຸຂະພາບຂອງລາວ. ອ່ານເພີ່ມ
ໝໍອົດພັກ
ເນື່ອງໃນວັນ ກຳມະກອນສາກົນ, ໄດ້ເກັບກຳ ການເຮັດວຽກຂອງນາຍໝໍ ແລະ ພະຍາບານທົ່ວໂລກ ທີ່ເຮັດວຽກບໍ່ຢຸດຢອນ ໃນການປີ່ນປົວ ແລະ ຮັກສາ ຄົນຕິດເຊື້ອຈາກພະຍາດໂຄວິດ. ນອກນັ້ນຍັງພະນັກງານອານາໄມ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງອອກເຮັດວຽກບໍ່ຢຸດຢ່ອນ. ອ່ານເພີ່ມ
ໂລກຫີວມາຢາມ
ອີກສິ່ງໜຶ່ງທີ່ໜ້າຢ້ານກົວກວ່າໂຄວິດແມ່ນການອຶດຫີວ. ການກັກຕົວໃນປະເທດໂຄລົມເບຍກໍ່ບໍ່ຕ່າງຫຍັງກັບຄົນທຸກຈົນທີ່ປະເທດອື່ນໆ ຊຳກັບການຕັດລາຍຮັບ.. ການຢຸດງານເຮັດໃຫ້ ບໍ່ມີວຽກເຮັດເຮັດໃຫ້ ຄົນຕ້ອງໄດ້ໃຊ້ສັບເກົ່າທີ່ສະສົມມາລ້ຽງຊີບ. ອ່ານເພີ່ມ
ອາເມລິກາ 1 ໃນ 3
ບໍ່ເປັນຕາເຊື່ອ, ປະຈຸບັນ ຄົນອາເມລິກາຕິດເຊື້ອ ໂຄວິດຫຼາຍເປັນທີ່ 1 ໃນໂລກ. ທຸກໆ 3 ຄົນຕິດເຊື້ອໃນໂລກ, ມີ 1 ຄົນອາເມລິກາໃນນັ້ນ, ລວມມີ 1 ລ້ານຄົນຕິດເຊື້ອ. ງານໜັກແກ່ປະທານາທິບໍດີ ໃນການປົກປ້ອງຊີວິດປະຊາຊົນ. ການສູນເສຍຂອງປະຊາຊົນຈາກໂຄວິດ19 ຫຼາຍກວ່າສົງຄາມອິນດູຈີນ ແລະ ຄາດວ່າຈະຍັງເພີ່ມຕົວເລກຂື້ນອີກ. ອ່ານເພີ່ມ
ຕາຍຍ້ອນຂ່າວປອມ
ຍ້ອນຄົນບໍ່ດີ. ແຜ່ຂ່າວເຮັດໃຫ້ຄົນຫຼົງເຊື່ອ. ທີ່ປະເທດອີຣ່ານ ມີຜູ້ເສຍຊີວິດຫລາຍກວ່າ 700 ຄົນຫລັງຈາກດື່ມເຫຼົ້າເພື່ອຮັກສາໂຣກ ໂຄວິດ19. ຕາມຄວາມເຊື່ອໃນແຫຼ່ງຂ່າວໜຶ່ງ. ເຫຼົາທີ່ວ່າແມ່ນທາດ ເມຕາໂນ (methanol) ທີ່ເປັນສານພິດ ທີ່ຫຼາຍຄົນຖືກຫຼອກໃຫ້ເຊື່ອ ວ່າມັນສາມາດຊ່ວຍຕ້ານໂຄວິດ. ອ່ານເພີ່ມ
ຍັງຢູ່ຍັງດີ
ມີຫຼາຍແຫຼ່ງຂ່າວປອມ ແລະ ການສົງໃສຂອງທາງການສາກົນ ກ່ຽວກັບການເສີຍຊີວິດຂອງ ປະທານປະເທດ ເກົາຫຼີ ເໜື່ອ. ເມື່ອໝໍ່ໆມານີ້, ທ່ານ ຄີມ ຈອງອຸງ ພ້ອມດ້ວຍພັນລະຍາ ໄດ້ອອກມາປະກົດຕົວ ແລະ ສະແດງໃຫ້ສື່ມວນຊົນເຫັນວ່າ ຍັງມີຊີວິດ ແລະ ສຸກກະພາບຍັງດີ ບໍ່ຄືກັບຂ່າວລືກ່ຽວກັບຄິມຈອງອຶນ ກ່ອນໜ້ານີ້. ອ່ານເພີ່ມ
ຈີນໃຈໃຫຍ່
ຈີນ ກຳລັງອັດສີດ ເງິນຫລາຍລ້ານ ເຂົ້າໄປໃນອົງການ ອານາໄມໂລກ (WHO) ໃນຂະນະທີ່ສະຫະລັດຕັດງົບປະມານ. ຜູ້ຊ່ຽວຊານກ່າວວ່າ ປັກກິ່ງ ກຳລັງພະຍາຍາມ ຊອກອິດທິພົນ ຕໍ່ອົງການດັ່ງກ່າວ. ໃນມູມມອງ ມະນຸດສະທຳ ຈີນ ກຳລັງປົກປ້ອງປະຊາກອນທັງໂລກ ຮ່ວມກັບອົງການຈັດຕັ້ງສາກົນ ໃນຍາມລຳບາກ. ອ່ານເພີ່ມ
ຜູ້ນໍາໂລກລົມກັນ
ນຳໂດຍອົງການສະຫະປະຊາຊາດ, ໄດ້ຊຸກຍູ້ໃຫ້ຜູ້ນຳທົ່ວໂລກ ເລັ່ງໃສ່ວຽກງານການປິ່ນປົວ. ບັນດາຜູ້ນຳໂລກ ໄດເໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງພັດທະນາຢາ ແລະ ການຮັກສາທີ່ມີປະສິດຕິຜົນ. ລວມທັງການກວດກາເຊື້ອ ທີ່ວ່ອງໄວ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.