ຄວາມສາມາດລູກຫຼານຂື້ນກັບຄູສອນເປັນສ່ວນໜຶ່ງ, ອີກສ່ວນໜຶ່ງແມ່ນຄວາມສາມາດໃນການຮໍ່າຮຽນຂອງຕົວນັກຮຽນເອງ. ການພັດທະນາຄວາມສາມາດໃນການສຶກສາເອງເປັນສິ່ງທີ່ພໍ່ແມ່ຈະຕ້ອງໄດ້ເອົາໃຈໃສ່ພັກດັນ.
Tag Archives: ພະນັກງານ
ຄູແຫ່ງຊາດ
ໃຜໆກໍ່ຮູ້ວ່າຊີວິດຄູນັ້ນລຳບາກ. ໂດຍສະເພາະໃນເຂດນອກ. ແລ້ວມີໃຜແດ່ຈະຮູ້ສຶກເຖິງຄວາມສຸກຂອງການເປັນຄູ? ຜູ້ທີ່ເປັນຫວ່າງເປັນໄຍນຳນັກຮຽນໃນຫ້ອງ. ຈິ່ງຕ້ອງຫາທຸກໆວິທີໄດ້ເປັນຄູ ແລະ ເຮັດໜ້າທີ່ສຸດຂີດ.
ນາຍຮັກ
“ຈົ່ມຂັວນນາຍ, ພາຍຖົງໜີ” ເປັນຄຳເວົ້າບູຮານທີ່ໜ້າຄິດ ແລະ ໃຊ້ໄດ້ກັບສະພາບການຕົວຈິງ. ນາຍກັບ ລູກນ້ອງກໍ່ບໍ່ຕ່າງຫຍັງກັບຄູ່ຜົວເມຍ ຫຼື ອາດຈະຫຼາຍກວ່າ. ແຕ່ລະວັນຕ້ອງພົບກັນ ຢ່າງນ້ອຍ 8 ຊົວໂມງ, ຈະເຮັດແນວໃດໃຫ້ນາຍມີຄວາມພໍໃຈ ກັບສິ່ງທີ່ຕົນເອງເຮັດລົງໄປ.
ຮ່ວມຝັນ
ຫາກຊີວິດຄົນເຮົາໜູນວຽນໄປເລື້ອຍໆ, ພວກເຮົາຕ້ອງເມື່ອຍລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງປີໃໝ່ ເປັນໂອກາດໄດ້ທົບທວນ ແລະ ປ່ອຍວາງອາດີດ ທີ່ບໍ່ດີໄວ້ຂ້າງຫຼັງ. ປີ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອເລີ່ມຕົ້ນໃສ່ສິ່ງໃໝ່ແລະດີໆໃນອີກ 365 ວັນຂ້າງໜ້າ.
ຄົນລາວຍຸກໃໝ່
ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ຂວາຍ, ໄພບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ.
ເພື່ອນແທ້ແກ້ບັນຫາ
ນັບເປັນເວລາໜຶ່ງທີ່ທີ່ໄດ້ອຸດທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ.
ເບື້ອງຫຼັງ “ນໍຄຳ”
ຂ້າພະເຈົ້າເກີດໃນຄອບຄົວສາມັນຊົນ ທີ່ນະຄອນຫຼວງວຽງຈັນ. ເຊິ່ງພໍ່ແລະແມ່ ບໍ່ມີໃບປະລິນຍາ ມາຮອງຮັບຄວາມສາມາດ. ອັນໜຶ່ງກໍ່ແມ່ນຍ້ອນເສິກສົງຄາມທີ່ກີດກັ້ນການເຂົ້າໂຮງຮຽນ. ແຕ່ທັງ ສອງກໍ່ສາມາດຂຽນ ແລະ ອ່ານພາສາລາວ ແລະ ພາສາຕ່າງປະເທດໄດ້ໃນລະດັບໜຶ່ງ.
ຄົນຈົນ, ແຕ່ບໍ່ຈົນຫົນທາງ
ມັກສຸພາສິດສອງປະໂຫຍກທີ່ວ່າ “ເລືອກເກີດບໍ່ໄດ້, ແຕ່ເລືອກທາງເດີນໄດ້” ແລະ “ເຮັດໃນ ສິ່ງທີ່ຮັກ, ແລ້ວຈະຮັກໃນສິ່ງທີ່ເຮັດ”. ສອງຢ່າງນີ້ເຮັດໃຫ້ຂ້າພະເຈົ້າໄດ້ຮຽນພາສາ ແລະ ສາມາດນຳໃຊ້ພາສາຕ່າງປະເທດລະດັບໃດໜຶ່ງ.
ຂ້ອຍມາຕາມຝັນ
ທຸກໆບັນຫາເປັນໂອກາດໃນການຮຽນຮູ້. ທ່ານຈະໄດ້ພົບວ່າທ່ານເຂັ້ມແຂງ ແລະ ມີຄວາມສາມາດຫຼາຍຂື້ນໃນຍາມທີ່ທ່ານຜ່ານຜ່າມາໄດ້. ທີ່ແນ່ນອນແຮງບັນດານໃຈພາຍຕົວ ແລະ ຄົນອ້ອມຂ້າງມີອິດທິພົນຫຼາຍໃນຄວາມສຳເລັດ.
ຮູ້ວາງ, ແລ້ວຮູ້ສຸກ
ຫຼາຍຄົນຄິດວ່າການມີ ຫຼື ການຄອບຄອງ ເປັນຫົນທາງຂອງຄວາມສຸກ. ພະພຸດທະເຈົ້າ ໄດ້ສະ ແດງໃຫ້ເຫັນວ່າ: ຄວາມສາມາດໃນການປ່ອຍວາງເປັນຫົນທາງທີ່ຈະເຮັດໃຫ້ຄົນເຮົາພົບຄວາມສຸກທີ່ ແທ້ຈິງ.