ຄົນລາວຍຸກໃໝ່

ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ຂວາຍ, ໄພບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ.

ທ່ານຄືຜູ້ສ້າງ

ບັນຫາສັງຄົມເກີດຈາກສິ່ງເລັກໆນ້ອຍທີ່ເຮົາອາດເບິ່ງບໍ່ເຫັນ. ສາຍສຳພັນຄູ່ບ່າວສາວ ຫຼື ຄອບ ຄົວຫຼັງແຕ່ງງານ ເປັນຈຸດສະນວນໃນການສ້າງມະນຸດໃຫ້ມີພຶດຕິກຳທີ່ແຕກຕ່າງ.

ຜູ້ໃຫຍ່ດີ

“ເດັກດີໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ” ຫຼາຍທ່ານມັກໄດ້ຍິນຄຳນີ້ເປັນປະຈຳ. ການສ້າງຜູ້ໃຫຍ່ໃຫ້ມີຄວາມສາມາດ, ສິນທຳ, ລະບຽບ ແລະ ການປະພຶດທີ່ດີ ກໍ່ມາຈາກໃນໄວເດັກ. ຄອບຄົວ ແລະ ຜູ້ປົກຄອງເດັກໃນເປັນບຸກຄົນສຳຄັນ.

ເພື່ອນແທ້ແກ້ບັນຫາ

ນັບເປັນເວລາໜຶ່ງທີ່ທີ່ໄດ້ອຸດທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ.

ເບື້ອງຫຼັງ “ນໍຄຳ”

ຂ້າພະເຈົ້າເກີດໃນຄອບຄົວສາມັນຊົນ ທີ່ນະຄອນຫຼວງວຽງຈັນ. ເຊິ່ງພໍ່ແລະແມ່ ບໍ່ມີໃບປະລິນຍາ ມາຮອງຮັບຄວາມສາມາດ. ອັນໜຶ່ງກໍ່ແມ່ນຍ້ອນເສິກສົງຄາມທີ່ກີດກັ້ນການເຂົ້າໂຮງຮຽນ. ແຕ່ທັງ ສອງກໍ່ສາມາດຂຽນ ແລະ ອ່ານພາສາລາວ ແລະ ພາສາຕ່າງປະເທດໄດ້ໃນລະດັບໜຶ່ງ.

ພິທັກ ”ອ້າຍສັງສິນໄຊ”

ນິທານເລື່ອງ “ສັງສິນໄຊ” ອາດເວົ້າໄດ້ວ່າ ເປັນໜຶ່ງຄວາມສຸດຍອດວັນນະຄະດີຂອງລາວທີ່ເຄີຍມີມາ. ຄວາມຄິດສ້າງສັນດ້ານສິນລະປະນັບພັນປີນີ້ ອາດສູນຫາຍຫາກຄົນລາວເຮົາບໍ່ຮ່ວມກັນພິທັກຮັກສາ ແລະ ເສີມຂະຫຍາຍ.

ເຈີ້ກັນເທິງສະຫວັນ

ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສີ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີດມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸກຂະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ.

ຄືນສິດສູ່ມານດາ

ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ່ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່​ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາ​ດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ.

ຮັກບໍ່ຈຳກັດ

ຂື້ນຊື່ວ່າຄົນແລ້ວ ສຽງຫົວ, ໃຫ້ ແລະ ຄວາມຕ້ອງການນັ້ນ ກໍ່ມີຄືໆກັນ. ບໍ່ວ່າຈະແມ່ນສີຜິວໃດ, ຊົນຊາດ ໃດ, ພາສາໃດ, ຄວາມຮູ້ສຶກຮັກ, ຫວງ, ຊັງ ແລະ ເສຍໃຈ ເປັນຕົ້ນ ກໍ່ຈະມີການສະແດງ ຫຼື ປະສາດສຳ ພັດທີ່ຄ້າຍໆກັນ ແຕ່ບາງຄັ້ງການສະແດງອອກບາງວັດຖະນະທຳ ນັ້ນອາດແຕກຕ່າງ.

ນາງຟ້າເທິງໜ້າດິນ

ນິທານໂບຮານມັກຈະມີ ເລື່ອງເລົ່າກ່ຽວກັບນາງຟ້າ ຫຼື ເທວະດາມາຊ່ວຍໃນຍາມຍາກ. ໃນຕົວຈິ່ງທີ່ເກີດຂື້ນກັບທ້າວນ້ອຍ ໃນປະເທດໄນຈີເລຍ ກໍ່ອາດເປັນຄືໃນນະວະນິຍາຍທີ່ຫຼາຍທ່ານອາດໄດ້ຝັງມາ.

Copy Protected by Chetan's WP-Copyprotect.