ກັກຕົວທຸລະກິດ

ການກັກຕົວກັນລະບາດໄວຣັດໂຄວິດ ທີ່ໃຫຍ່ທີ່ສຸດໃນໂລກຊ່ວຍຊີວິດ ຄົນອິນເດຍ, ແຕ່ກໍ່ເຮັດໃຫ້ທຸລະກິດຂອງພວກເຮົາເຈັບປວດໜັກຫຼາຍ. ຍ້ອນວ່າຄົນຕິດໂຄວິດ, ເພີ່ມຂື້ນໃນປະເທດອິນເດຍ ແລະ ການປິດປະເທດຖືກຂະຫຍາຍອອກໄປຫຼາຍອາທິດ, ເຮັດໃຫ້ຫຼາຍຄົສົງໃສວ່າ ແມ່ນຫຍັງຈະເກີດຂື້ນກັບທຸລະກິດ?

ຊອກຄົນຮັບຜິດ

ມີການຕູ່ ແລະ ກ່າວຫາກັນ ລະຫວ່າງປະເທດມະຫາອຳນາດ, ໂດຍສະເພາະແມ່ນ ຈີນ ແລະ ອາເມລິກາ. ຍັງເປັນການກ່າວຫາທີ່ຍັງບໍ່ມີຫຼັກຖານວ່າ ມີຄົນສ້າງໄວຣັດນີ້ຂື້ນແທ້ບໍ່? ແລ້ວປ່ອຍໃສ່ທຳຮ້າຍກັນ? ຫຼື ມັນມາຈາກການກິນສັດປ່າ?

ສັດຕູບໍ່ມີຕົວ

ອີກໜຶ່ງໄພອັນຕະລາຍຮ້າຍແຮງປານສົງຄາມ. ວັນໜຶ່ງ ໂຄວິດໄດ້ພາກຊີວິດຄົນ, ທຳລາຍເສດຖະກິດ ແລະ ການຜະລິດທາງອ້ອມ. ມັນນຳເອົາຜົນເສຍມາທຸກໆຄົນໃນໂລກ, ໃນທຸກໆຂົງເຂດອາຊີບ ແລະ ເຊື້ອຊາດ. ເພື່ອກັ້ນການລະບາດ, ຫຼາຍປະເທດໃຊ້ມາດຕະການກັກຕົວ. ນະໂຍບາຍກັກຕົວຄົນກັບທີ່, ໄກ້ກັກການຂະຫຍາຍຕົວເສດຖະກິດ.

ອາການນາຍົກ

ຫຼັງງທີ່ຕ້ອງໄດ້ເຂົ້າຫ້ອງ ໄອຊີຢູ ແລະ ຢູ່ໃນການໃສ່ໃຈຂອງແພດມາຫຼາຍວັນ, ອາການຕິດເຊື້ອຂອງ ນາຍົກ ປະເທດອັງກິດ ແມ່ນສາມາດຄຸມສະຖານະການໄດ້. ມີອາການຄົງທີ່ໃນທ່າດີຂື້ນ.

ບໍ່ຢູ່ເຮືອນຕົກຕຳແໜ່ງ

ການບໍ່ປະຕິບັດຄຳສັ່ງໃຫ້ຢູ່ເຮືອນ, ຕ້ອງເຮັດໃຫ້ ລັດຖະມົນຕີກະຊວງສາທາລະນະສຸກ ປະເທດນິວຊີແລນ ເສຍສິດໃນການບໍລິຫານຕຳແໜ່ງ.ນາຍົກລັດຖະມົນຕີ ໃສ່ລະບຽບ ພາຍຫຼັງທີ່ພົບວ່າ ລັດຖະມົນຕີກະຊວງສາທາ ຂັບລົດອອກຈາກບ້ານ ປະມານ 2 ກິໂລແມດກວ່າໆ ໄປທີ່ຫາດຊາຍ ພ້ອມດ້ວຍຄອບຄົວ.

ຜູ້ນຳໂລກຄົນໃໝ່

ຜູ້ນຳຕ້ານໂຄວິດກາຍເປັນຈຸດສຸມຂອງຄົນພາຍໃນປະເທດ ແລະ ສາກົນ. ສົງຄາມແມ່ນການສູນເສຍສັບສິນ ແລະ ຊີວິດ. ໂຄວິດ19 ປຽບສະເໜືອນ ສັດຕູຕົວຮ້າຍກາດ ທີ່ມີສະກາຍຍະພາບ ຮ້າຍແຮງທີ່ເກີດຂື້ນຫຼັງສົ່ງຄວາມໂລກຄັ້ງທີ່ II. ອາດເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການພັດທະນາສັງຄົມຊັກຊ້າ.

ບໍ່ໃສ່ໜ້າກາກ

ເຖິງຈະມີຄົນເສຍຊີວິດເກີນ 7000 ຄົນ ແລະ ຕິດເຊື້ອ ເກີນ 3 ເທົ່າ ຂອງຄົນຕິດເຊື້ອທີ່ ຈີນ, ປະທານາທິບໍດີອາ ເມລິກາ, ທ່ານ ທຼໍາ ກ່າວວ່າ: ຈະບໍ່ຍອມໃຊ້ຜ້າອັດປາກໃນທີ່ສາທາ. ແນວໃດກໍ່ຕາມ, ກໍ່ໄດ້ອະນຸຍາດໃຫ້ມີການ ແຈ້ງເຕືອນປະຊາຊົນ ແລະ ສັ່ງມາດຕະການຢຸດການສົ່ງອອກຫນ້າກາກ ແລະ ຖົງມືທາງການແພດ.

ໂຄວິດສ້າງມິດ

ທີ່ສະຫະລັດອາເມລິກາ, ໄດ້ຊື່ວ່າເປັນແຫຼ່ງທີ່ມີການແພດ ແລະ ຂະແໜງສາທາ ທີ່ກ້າວໜ້າ. ນັກວິທະຍາສາດ ການແພດເປັນທີ່ລື່ຊື່ໃນຫຼາກຫຼາຍຂະແໜງການ. ໂຄວິດ, ເປັນເຄື່ອງພິສູດ ຄວາມສາມາດຂອງນັກ ວິທະຍາ ສາດດັ່ງກ່າວ. ປະຈຸບັນ, ເບິ່ງຄືວ່າສະຖານະການຍັງໜ້າເປັນຫ່ວງ.

ນະໂຍບາຍປີ້ນລ້ອມ

ບໍແມ່ນແຕກຕື່ນ ຫຼື ຢ້ານກົວ, ຫາກເປັນການປ້ອງກັນທີ່ໄດ້ຜົນ. ດັ່ງນັ້ນ, ຫຼາຍໆປະເທດຈິ່ງໄດ້ນຳໃຊ້ມາດຕະການ ຈຳກັດການເຄື່ອນຍ້າຍປະຊາກອນໃຫ້ຢູ່ໃນບ້ານ. ເພື່ອເອົາຊະນະສັດຕູທີ່ບໍ່ມີຕົວຕົນ.

ເສດຖະກິດຕິດເຊື້ອ

ການຄໍ້າຈຸນເສດຖະກິດເປັນອີກວຽກຮີບດ່ວນໃນຊ່ວງນີ້. ການບໍ່ໃຫ້ຄົນອອກໄປທີ່ສາທະລະນະ, ເປັນການຫຼຸດກຳລັງການຊື້ຂອງຄົນ. ທັງການບໍລິການຮ້ານອາຫານ, ແລະ ທຸລະກິດທີ່ມີການໂຮມຕົວຄົນຖືກສັ່ງໂຈະ. ງານມະຫາກຳຕ່າງໆກະຖືກໂຈະ. ເຮັດໃຫ້ທຸລະກິດຂາດ ໂອກາດໃນ ການເຮັດທຸລະກິດ. ລັດຖະບານຕ່າງພາກັນຊອກວິທີກອບກູ້ເສດຖະກິດ ບໍ່ໄໃຫ້ຕາຍໄປກັບເຊື້ອພະຍາດໂຄວິດ19.

Copy Protected by Chetan's WP-Copyprotect.