ຄົນລາວເຮົາສາມາດເຂົ້າໄດ້ທຸກໆວັດຖະນະທຳ ແລະ ສົນໃຈການປະຕິບັດສາດສະໜາຂອງຫຼາຍໆປະເທດ ຕາບໃດທີ່ບໍ່ມີການບຽດບຽນ. ໃນເທດສະການ “ຄີດສມາດສ” ເປັນການສະຫຼອງຂອງ ຄົນທີ່ຖືສາດສະໜາຄີດສ, ແລະ ແນ່ນອນ ເດັກນ້ອຍລາວກໍ່ມ່ວນກັບເທດສະການດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ.
Tag Archives: ພະນັກງານ
ຊີວິດບໍ່ມີຂອບເຂດ
ເບິ່ງນັກກິລາລາ ສຳລັບຄົນພິການ ແລ້ວມີແຮ່ງບັນດານໃຈຫຼາຍ. ເພາະເຫັນເຂົາເຈົ້າໄດ້ສະແດງ ຄວາມສາມາດໃນກິລາຕ່າງໆ ເຖິງວ່າຈະມີຮ່າງກາຍບໍ່ສົມບູນແບບ.
ງົດສ້າງບາບ
ຜ່ານຊີວິດມາພໍສົມຄວນ. ເຖິງຈະຍັງບໍ່ທັນໄດ້ພົບພໍ້ທຸກໆປະສົບການ ແຕ່ໜັ້ນໃຈຢ່າງແນ່ນອນ ແລະ ລະດົມໃຫ້ຄົນລຸ້ນໄໝ່ ກໍ່ຄືທຸກໆໄວໄດ້ຮັບຮູ້ວ່າ “ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ”. ມີຄົນບາງກຸ່ມມັກເວົ້າຄ້ານກັບຄຳເວົ້ານີ້ດ້ວຍຄຳເວົ້າວ່າ “ເຮັດດີໄດ້ດີມີຢູ່ໃສ, ເຮັດຊົ່ວໄດ້ດີມີຫຼາຍ”.
ຂອງຝາກຈາກຍີ່ປຸນ
ນັບແຕ່ລົງຍົນ ເປັນຊ່ວງເວລາທີ່ເມື່ອຍຫຼາຍ ຍ້ອນການເດີນທາງທີ່ໃຊ້ເວລານັບສິບຊົວໂມງ ແຕ່ບໍ່ຢາກພັບສາຍຕາເພາະຢ້ານຈະພາດໂອກາດເຫັນຄວາມງົດງາມ, ມີລະບຽບ ແລະ ຫົນທາງການຮຽນຮູ້ສິ່ງຕ່າງໆຈາກສັງຄົມຄົນຍີ່ປຸ່ນ ທີ່ຖືວ່າຈະເລີນທີ່ສຸດໃນຍຸກປະຈຸບັນ.
ຄ່າຂອງຊາຍ
ທ່ານຄຸ້ນກັບເພັງນີ້ບໍ່? “…ທັງໃຫຍ່ ທັງຍາວ ທັງຂາວ ທັງເທ້ ໂອ້ຍຈັ່ງແມ່ນເດ ຈັ່ງແມ່ນເດ່ຖືກໃຈ…” ປີ ໃໝ່ ລາວ 2015 ເປັນຊ່ວງເວລາທີ່ຂ້າພະເຈົ້າ ຂຸ້ນຂ້ຽວກັບການຂຽນ ແລະ ສະສາງວຽກຄ້າງຫຼາຍອັນ. ແຕ່ສຽຍສະມາທິ ແລະ ໃຈຮ້າຍຍ້ອນເພັງນີ້ຫຼາຍ.
ຫຼົງທາງ
ມີມື້ໜຶ່ງໄດ້ຫຼົງເຂົ້າງານຈັດຂື້ນໂດຍປະເທດເກົາຫຼີໃຕ້. ບັດເຊິນ ບອກລາຍລະອຽດຂອງງານ ຈັດພົບປະທຸລະກິດ ລາວ-ເກົາຫຼີໃຕ້ ຂື້ນທີ່ໂຮງແຮມແຫ່ງໜຶ່ງ. ແຕ່ຍ້ອນຊື່ໂຮງແຮມຄ້າຍຄືກັນ ຈິ່ງຫຼົງເຂົ້າງານປະເທດດຽວກັນຈັດຂື້ນຄົນລະບອນ. ຮູ້ສຶກຕົວກໍ່ຕອນກາງງານ.
ເຫັນໃຈນາງ
ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ.
“ຄູບາ” ນອກເຄື່ອງແບບ
ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ.
6,9 ລ້ານຝັນ
ນັບເປັນເວລາຫຼາຍຮ້ອຍປີ, ອິດສະຫຼະພາບເປັນສິ່ງທີ່ຄົນລາວທັງຊາດຕ້ອງການ. ຄົນທີ່ເປັນກຳລັງແຮງຂອງຊາດບໍ່ວ່າຈະເປັນຍິງຫຼືຊາຍ ຕ່າງກໍ່ຕ້ອງໄດ້ອອກໄປສູ່ສະໜາມຮົບ ໂດຍບໍ່ຮູ້ວ່າຈະມີວັນກັບໄດ້ເມື່ອໃດ? ການຕໍ່ສູ້ເສຍສະຫຼະໄດ້ຈາລຶກໄວ້ໃນປະຫວັດສາດ.
ຄົນລາວ = ຄົນຈິງໃຈ
ເຈົ້າມາແຕ່ໃສ? ເປັນຄຳຖາມທີຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໜາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ.