ຈຳໃຈຢູ່

ຈະເຮັດແນວໃດຖ້າຕ້ອງໄດ້ຢູ່ກັບຄົນບໍ່ຖືກກັນ? ໂຄວິດ19, ເຮັດໃຫ້ລັດຖະບານຕ້ອງໃຊ້ມາດຕະການສັ່ງໃຫ້ຄົນຢູ່ ເຮືອນ. ຜົວເມຍທີ່ພະຍາຍາມບໍ່ເຫັນໜ້າກັນໃນແຕ່ລະວັນຕ້ອງມາເບິ່ງໜ້າກັນທຸກໆວັນ ແລະ ມີເລື່ອງຂັດກັນສະເໜີ.

ບໍ່ຢູ່ເຮືອນຕົກຕຳແໜ່ງ

ການບໍ່ປະຕິບັດຄຳສັ່ງໃຫ້ຢູ່ເຮືອນ, ຕ້ອງເຮັດໃຫ້ ລັດຖະມົນຕີກະຊວງສາທາລະນະສຸກ ປະເທດນິວຊີແລນ ເສຍສິດໃນການບໍລິຫານຕຳແໜ່ງ.ນາຍົກລັດຖະມົນຕີ ໃສ່ລະບຽບ ພາຍຫຼັງທີ່ພົບວ່າ ລັດຖະມົນຕີກະຊວງສາທາ ຂັບລົດອອກຈາກບ້ານ ປະມານ 2 ກິໂລແມດກວ່າໆ ໄປທີ່ຫາດຊາຍ ພ້ອມດ້ວຍຄອບຄົວ.

ຮ່ວມນາຍົກຕ້ານ

ນາຍົກປະເທດອິນເດຍ ຮຽກຮ້ອງໃຫ້ມີຄວາມສາມັກຄີຮ່ວມກັນຕ້ານໂຄວິດ19. ແປວໄຟຈາກທຽນ ແລະ ໂຄມໄຟແບບດັ້ງເດີມ ກາຍເປັນແສງສະຫວ່າງໃນຕອນກາງຄືນ ເພື່ອເປັນການສະແດງນໍ້າໃຈຮ່ວມກັນ ຕໍ່ສູ້ກັບພະຍາດລະບາດ.

ຜູ້ນຳໂລກຄົນໃໝ່

ຜູ້ນຳຕ້ານໂຄວິດກາຍເປັນຈຸດສຸມຂອງຄົນພາຍໃນປະເທດ ແລະ ສາກົນ. ສົງຄາມແມ່ນການສູນເສຍສັບສິນ ແລະ ຊີວິດ. ໂຄວິດ19 ປຽບສະເໜືອນ ສັດຕູຕົວຮ້າຍກາດ ທີ່ມີສະກາຍຍະພາບ ຮ້າຍແຮງທີ່ເກີດຂື້ນຫຼັງສົ່ງຄວາມໂລກຄັ້ງທີ່ II. ອາດເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການພັດທະນາສັງຄົມຊັກຊ້າ.

ບໍ່ໃສ່ໜ້າກາກ

ເຖິງຈະມີຄົນເສຍຊີວິດເກີນ 7000 ຄົນ ແລະ ຕິດເຊື້ອ ເກີນ 3 ເທົ່າ ຂອງຄົນຕິດເຊື້ອທີ່ ຈີນ, ປະທານາທິບໍດີອາ ເມລິກາ, ທ່ານ ທຼໍາ ກ່າວວ່າ: ຈະບໍ່ຍອມໃຊ້ຜ້າອັດປາກໃນທີ່ສາທາ. ແນວໃດກໍ່ຕາມ, ກໍ່ໄດ້ອະນຸຍາດໃຫ້ມີການ ແຈ້ງເຕືອນປະຊາຊົນ ແລະ ສັ່ງມາດຕະການຢຸດການສົ່ງອອກຫນ້າກາກ ແລະ ຖົງມືທາງການແພດ.

ໂຄວິດສ້າງມິດ

ທີ່ສະຫະລັດອາເມລິກາ, ໄດ້ຊື່ວ່າເປັນແຫຼ່ງທີ່ມີການແພດ ແລະ ຂະແໜງສາທາ ທີ່ກ້າວໜ້າ. ນັກວິທະຍາສາດ ການແພດເປັນທີ່ລື່ຊື່ໃນຫຼາກຫຼາຍຂະແໜງການ. ໂຄວິດ, ເປັນເຄື່ອງພິສູດ ຄວາມສາມາດຂອງນັກ ວິທະຍາ ສາດດັ່ງກ່າວ. ປະຈຸບັນ, ເບິ່ງຄືວ່າສະຖານະການຍັງໜ້າເປັນຫ່ວງ.

ບິນມາຊ່ວຍເຈົ້າ

ນັບມື້ນັບຮ້າຍແຮງຂື້ນ. ຫົວໜ້າອົງການສະຫະປະຊາຊາດປະກາດວ່າ ໂຄວິດ19 ຮ້າຍແຮງກວ່າສົງຄາມໂລກຄັ້ງທີ່ 2.  ຜູ້ເສຍຊີວິດຂອງສະຫະລັດແມ່ນເກີນປະເທດຈີນ ແລະ ມີຄົນຕິດເຊື້ອ ອາດເພີ່ມເປັນ 3 ເທົ່າຂອງປະເທດ ຈີນໃນໄວໆນີ້. ຄົນຕິດເຊື້ອທົ່ວໂລກ ປະມານ 860,000 ຄົນທົ່ວໂລກ ໄດ້ຮັບການຢືນຢັນວ່າເປັນພະຍາດດັ່ງກ່າວ.

ເລີ່ມອອກອາການ

ຄົນອາເມລິກາເລີ່ມມີການລະບາດ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍ. ທັງໆທີ່ເຫັນການລະບາດທີ່ ຈີນມາ ກ່ອນໜ້ານີ້, ແຕ່ການຮັບມືຍັງໜ້າເປັນຫ່ວງ ເພາະມີຄົນຕິດເຊື້ອ ແລະ ເສຍຊີວິດນັບມື້ນັບຫຼາຍຂື້ນ. ປະທານາທິບໍດີສະຫະລັດອາເມລິກາ ຕ້ອງໃຊ້ມາດຕະການ ໃຫ້ປະຊາຊົນກັກຕົວ ແລະ ອອກຫ່າງຈາກຊຸມຊົນ.

ເສດຖະກິດຕິດເຊື້ອ

ການຄໍ້າຈຸນເສດຖະກິດເປັນອີກວຽກຮີບດ່ວນໃນຊ່ວງນີ້. ການບໍ່ໃຫ້ຄົນອອກໄປທີ່ສາທະລະນະ, ເປັນການຫຼຸດກຳລັງການຊື້ຂອງຄົນ. ທັງການບໍລິການຮ້ານອາຫານ, ແລະ ທຸລະກິດທີ່ມີການໂຮມຕົວຄົນຖືກສັ່ງໂຈະ. ງານມະຫາກຳຕ່າງໆກະຖືກໂຈະ. ເຮັດໃຫ້ທຸລະກິດຂາດ ໂອກາດໃນ ການເຮັດທຸລະກິດ. ລັດຖະບານຕ່າງພາກັນຊອກວິທີກອບກູ້ເສດຖະກິດ ບໍ່ໄໃຫ້ຕາຍໄປກັບເຊື້ອພະຍາດໂຄວິດ19.

ປົກປ້ອງທຸກຊີວິດ

ການລະບາດຂອງໂຄວິດ19, ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊີວິດຊຸມຊົນ, ແລະ ເສດຖະກິດ ໃນທົ່ວທຸກມູມໂລກ. ບັນດາອົງການຈັດຕັ້ງໃນທົ່ວໂລກ, ກຳລັງພ້ອມກັນຊອກຫາວິທີການ ເພື່ອຫຼຸດຜ່ອນຜົນກະທົບ ບໍ່ສະເພາະແຕ່ ຊີວິດມະນຸດ, ຫາກທັງຍັງລວມເອົາ ຜົນກະທົບຕໍ່ຕໍ່ເສດຖະກິດ.

Copy Protected by Chetan's WP-Copyprotect.