Norkhame
ຟັງຈິດໃຕ້ສຳນຶກ
ຫຼາຍຄົນທີ່ປະສົບຜົນສຳເລັດຕ່າງພາກັນເວົ້າວ່າ: ສິ່ງໃດທີ່ທ່ານຄິດຢາກເຮັດ ແມ່ນເປັນໜ້າທີ່ທີ່ໄດ້ຮັບການ ມອບ ໝາຍ ມາໃຫ້ປະຕິບັດ ໃນຊ່ວງການມີຊີວິດ. ຖ້າຕັ້ງໃຈເຮັດ,  ຖອດຖອນບົດຮຽນ ແລະ ໜັ່ນປ່ຽນແປງຍຸດທະວິທີ, ວັນໜຶ່ງ ທ່ານຈະສຳເລັດ. ອ່ານເພີ່ມ
ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້. ອ່ານເພີ່ມ
500 ເປັນ 55000
ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍປັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໜັ້ນຄົງທາງດ້ານການເມື່ອງ ແລະ ເສດຖະກິດທີ່ເຂັ້ມແຂງ.  ອ່ານເພີ່ມ
ເຮັດກັນໄດ້ລົງ
ນອກຈາກສາຍສຳພັນຮັກແລ້ວ, ສາຍສຳພັນມິດສະຫາຍ ເປັນສິ່ງອີກການພົວພັນພິເສດຂອງມະນຸດ. ເນື່ອງຈາກຄົນເຮົາມັກຈະມີໜ້າທີ່ໃນແຕ່ລະວັນ. ການມີສ່ວນຮ່ວມພົວພັນກັບເພື່ອນ ມິດທີ່ມີອຸດົມ ການຄ້າຍໆກັນ, ຈະຊ່ວຍພາໃຫ້ທີມງານບັນລຸຜົນ. ອ່ານເພີ່ມ
ໂດຍຂ້ານ້ອຍ
“ເສນາໝາກຂີ້ກາ” ເປັນໜຶ່ງຄຳສຸພາສິດສອນຄົນລາວມາຫຼາຍຍຸກສະໃໝ. ຄວາມໝາຍຂອງເສນາໝາກຂີ້ກາຄືການຈັດກຸ່ມ ລູກນ້ອງ, ຜູ້ຢູ່ໃຕ້ບັງຄັບບັນຊາ, ຜູ້ເພີ່ງບາລະມີ ຕ່າງພາກັນເຮັດທຸກໆຢ່າງໃຫ້ນາຍພໍໃຈ. ບັນດາພະນັກງານລູກນ້ອງເຫຼົ່ານັ້ນເປັນຫຍັງຈິ່ງຍອມເຮັດທຸກໆຢ່າງເພື່ອບູຊານາຍຕົນເອງ? ເຮົາຈະມາຄົ້ນຫານຳກັນ. ອ່ານເພີ່ມ
ຢຸດຮຽນຢຸດສະຫຼາດ
ຄວາມ​ສາມາດ​ລູກຫຼານຂື້ນກັບ​ຄູ​ສອນ​ເປັນ​ສ່ວນ​ໜຶ່ງ, ອີກ​ສ່ວນໜຶ່ງ​ແມ່ນ​ຄວາມ​ສາມາດ​ໃນ​ການ​ຮໍ່າຮຽນຂອງ​ຕົວ​ນັກຮຽນ​ເອງ. ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ສຶກສາ​ເອງ​ເປັນ​ສິ່ງ​ທີ່​ພໍ່​ແມ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ພັກ​ດັນ. ອ່ານເພີ່ມ
ຮ່ວມຝັນ
ຫາກ​ຊີວິດ​ຄົນ​ເຮົາໜູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອາ​ດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປີ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່​ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ. ອ່ານເພີ່ມ
ເພື່ອນແທ້ແກ້ບັນຫາ
ນັບເປັນເວລາໜຶ່ງທີ່ທີ່ໄດ້ອຸດທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ. ອ່ານເພີ່ມ
ຮູ້ວາງ, ແລ້ວຮູ້ສຸກ
ຫຼາຍຄົນຄິດວ່າການມີ ຫຼື ການຄອບຄອງ ເປັນຫົນທາງຂອງຄວາມສຸກ. ພະພຸດທະເຈົ້າ ໄດ້ສະ ແດງໃຫ້ເຫັນວ່າ: ຄວາມສາມາດໃນການປ່ອຍວາງເປັນຫົນທາງທີ່ຈະເຮັດໃຫ້ຄົນເຮົາພົບຄວາມສຸກທີ່ ແທ້ຈິງ. ອ່ານເພີ່ມ
ອ້າຍ​ “ຊານ​ຕ້າ” ຜູ້​ໃຫ້
ຄົນ​ລາວ​ເຮົາ​ສາມາດ​ເຂົ້າ​ໄດ້​ທຸກໆວັດ​ຖະນະ​ທຳ ​ແລະ ສົນ​ໃຈການ​ປະຕິບັດ​ສາດສະໜາຂອງຫຼາຍໆປະ​ເທດ ຕາບ​ໃດ​ທີ່​ບໍ່ມີ​ການບຽດບຽນ. ​ໃນ​ເທດສະການ “ຄີ​ດສມາດສ” ​ເປັນ​​ການສະຫຼອງຂອງ​ ຄົນ​ທີ່​ຖື​ສາດສະໜາຄີ​ດສ, ​ແລະ ​ແນ່ນອນ ​ເດັກນ້ອຍ​ລາວ​ກໍ່ມ່ວນ​ກັບ​ເທດສະການ​ດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.