“ເດັກດີໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ” ຫຼາຍທ່ານມັກໄດ້ຍິນຄຳນີ້ເປັນປະຈຳ. ການສ້າງຜູ້ໃຫຍ່ໃຫ້ມີຄວາມສາມາດ, ສິນທຳ, ລະບຽບ ແລະ ການປະພຶດທີ່ດີ ກໍ່ມາຈາກໃນໄວເດັກ. ຄອບຄົວ ແລະ ຜູ້ປົກຄອງເດັກໃນເປັນບຸກຄົນສຳຄັນ.
Category Archives: ສຸກກາຍ
ຊີວິດບໍ່ຄາດຫວັງ
“ໃນທາມກາງຊີວິດອັນມືດມິດ, ຈະມີແສງສະຫວ່າງ” ແຕ່ກໍລະນີການຖືພາແບບບໍ່ໄດ້ຕັ້ງໃຈນັ້ນ ເປັນຄວາມມືດມົນທີ່ສຸດອັນໜຶ່ງ. ທຸກໆການຕັດສິນໃຈ ຊີ້ບອກອານາຄົດຂອງຄົນທີ່ມີບັນຫາ ແລະ ຕັດສິນຊີວິດຂອງຄົນທີ່ຍັງບໍ່ທັນເຫັນໂລກ.
ເຈີ້ກັນເທິງສະຫວັນ
ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສີ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີດມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸກຂະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ.
ນາງຟ້າເທິງໜ້າດິນ
ນິທານໂບຮານມັກຈະມີ ເລື່ອງເລົ່າກ່ຽວກັບນາງຟ້າ ຫຼື ເທວະດາມາຊ່ວຍໃນຍາມຍາກ. ໃນຕົວຈິ່ງທີ່ເກີດຂື້ນກັບທ້າວນ້ອຍ ໃນປະເທດໄນຈີເລຍ ກໍ່ອາດເປັນຄືໃນນະວະນິຍາຍທີ່ຫຼາຍທ່ານອາດໄດ້ຝັງມາ.
ຮູ້ວາງ, ແລ້ວຮູ້ສຸກ
ຫຼາຍຄົນຄິດວ່າການມີ ຫຼື ການຄອບຄອງ ເປັນຫົນທາງຂອງຄວາມສຸກ. ພະພຸດທະເຈົ້າ ໄດ້ສະ ແດງໃຫ້ເຫັນວ່າ: ຄວາມສາມາດໃນການປ່ອຍວາງເປັນຫົນທາງທີ່ຈະເຮັດໃຫ້ຄົນເຮົາພົບຄວາມສຸກທີ່ ແທ້ຈິງ.
ກະບອງຍອດເພັດ
ຄວາມຮັກເຮັດໃຫ້ຄົນຕາບອດ. ໄດ້ຍິນຄຳນີ້ມານັບບໍ່ຖ້ວນ. ນິຍາມຂອງຄວາມຮັກນັ້ນມີຫຼາຍ ແລະ ສາເຫດຂອງການຕົກຫຼຸມຮັບກໍ່ມີຫຼາຍໆນັກວິໄຈໄດ້ເຮັດມາ. ຈຸດເລີ່ມຕົ້ນຂອງຄວາມຮັກສອງຄົນ ໜ້າຈະແມ່ນຕອນແຕ່ງດອງ.
ເຫັນໃຈອ້າຍແດ່
ໃນນາມທັດສະນະສ່ວນຕົວແລ້ວບໍ່ໄດ້ເຂົ້າຂ້າງຝ່າຍໃດ ແລະ ກໍ່ບໍ່ໄດ້ໃສ່ຮ້າຍໃຜ ແຕ່ການໃຫ້ຂໍ້ຄິດຂອງຂ້າພະເຈົ້າເນັ້ນທີ່ ການສ້າງສັງຄົມແບບເປັນສຸກ. ມີຫຼາຍໆຂໍ້ຄວາມໃນສອງທິດຜ່ານມາ ຜູ້ຊາຍຫຼາຍຄົນທີ່ເປັນຄົນຮູ້ຈັກມັກເຂົ້າມາລົມ ຫຼື ຂຽນມາຫາທາງສື່ອອນໄລວ່າ: ເປັນຫຍັງ ຄືສົ່ງເສີມແຕ່ແມ່ຍິງແທ້? ເຊັ່ນຫົວຂໍ້: ເຫັນໃຈນາງ. ເມື່ອຕົ້ນອາທິດກໍ່ຂຽນ ຄ່າຂອງຊາຍ ແຕ່ຍັງມີຜູ້ຊາຍຫຼາຍຄົນຕໍ່ວ່າ ເບິ່ງແຕ່ດ້ານດຽວ.
ຮູ້ຈັກຄວາມເຈັບປວດ
“ໃຫ້ທຸກໆມື້ເປັນໂອກາດຂອງການຮຽນຮູ້, ແກ້ໄຂ ແລະ ຫາປະສົບການ. ຖ້າເຈີ້ແນວບໍ່ຫວັງ ກໍ່ບໍ່ໝາຍວ່າໂຊກ ຮ້າຍຕະຫຼອດໄປ ຫຼື ຖ້າພົບແນວດີກໍ່ບໍ່ໝາຍວ່າໂຊກດີຕະຫຼອດໄປ. ຊີວິດມັນກໍ່ເປັນແນວນີ້ແຫຼ້, ຊີວິດມັນປຽບ ກັບການເດີນທາງ”
ຮັກພໍ່ຫຼາຍໆ ແຕ່ຍັງໜ້ອຍກວ່າແມ່
ສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ສຶກສາຈາກປື້ມ ແມ່ ແລະ ເດັກ ຫົວໜຶ່ງ ທີ່ເວົ້າກ່ຽວກັບການກິນແລະ ເບິ່ງແຍງຮ່າງ ການຂອງແມ່ແລະເດັກໃນ ຕອນຖືພານັ້ນ ເຮັດໃຫ້ແມ່ມີໂອກາດສ້າງສາຍພົວພັນ ແລະ ສະແດງຄວາມຮັກ ແບບຕົວຕໍ່ຕົວໄດ້ດີກວ່າພໍ່.
ຄຸນ “ພໍ່”
ຕາມທຳມະຊາດແລ້ວ, ຍິງ ແລະ ຊາຍສາມາດ ໃຫ້ກຳເນີດຊີວິດໃໝ່ໄດ້ເລີ່ມແຕ່ຕອນອາຍຸ 13 ປີ. ເວົ້າໄດ້ວ່າໃຜໆກໍ່ເປັນພໍ່ໄດ້ແຕ່ອາຍຸຍັງນ້ອຍ ແຕ່ຄວາມເປັນພໍ່ຄົນນັ້ນຕ້ອງໄດ້ເຝິກຝົນ. ຂ້າພະເຈົ້າເປັນຄົນໜຶ່ງຕິດຕາມ ແລະ ພະຍາຍາມດັດຕົນເອງ ຈາກຊີວິດໂສດໃຫ້ກາຍເປັນພໍ່ທີ່ດີໄດ້.