ປັບທັກສະ

ການນຳໃຊ້ເຄື່ອງມືສົ່ງເສີມການຄ້າຂາຍທາງອອໄລ ເປັນພຽງຮູບແບບເສີ່ມທຸລະກິດທີ່ມີຢູ່ແລ້ວ. ເຄື່ອງມືທາງອອນໄລ ຈະມີປະສິດທິຜົນດີກໍ່ຍັງຕ້ອງໄດ້ຂື້ນກັບລະບົບທຸລະກິດທີ່ທ່ານກຳລັງດຳເນີນໃນບໍລິສັດ.

ການຄ້າທາງອອນໄລແມ່ນຫຍັງ?

ແນວ​ຄວາມ​ຄິດ​ພື້ນຖານ​ກ່ຽວກັບ ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E-Business) ​ແລະ ສິ່ງ​ທີ່​ກ່ຽວຂ້ອງ ກັບການ​ຄ້າ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E​-Commerce) ເຊິ່ງ ລວມເອົາບັນດາ​ນິຍາມ ແລະ ຕົວຢ່າງ ເພື່ອໃຫ້ທ່ານສາມາດເຂົ້າໃຈຮູບແບບການຄ້າທາງອອນໄລໄດ້ດີຂື້ນ.

ໃຜຄ້າທາງອອນໄລ?

ການຄ້າທາງອອນໄລຕ້ອງການສິ່ງອຳນວຍຄວາມສະດວກຂັ້ນມະຫາພາກ ແລະ ການຕື່ນຕົວຂອງບໍລິສັດ, ອົງກອນ ລວມທັງສ່ວນບຸກຄົນ. ໃຜໆກະເບິ່ງໜ້າຈໍ. ທ່ານຕ້ອງນຳເອົາທຸລະກິດຂື້ນໜ້າຈໍເຊັ່ນດຽວກັນ.

ເຂົ້າຫາລູກຄ້າເປົ້າໝາຍ

ຕະຫຼາດກາ​ເຟຍີ່ປຸ່ນມີຫຼາຍລະດັບ. ສຳ​ລັບ​ກາ​ເຟຄຸນ​ນະພາ​ບດີ, ລາຄາ​ກາ​ເຟກໍ່ສູງ ​ແຕ່​ຂະໜາດຕະຫຼາດມີ​ຈຳກັດ. ຜູ້​ຜະລິດ​ຕ້ອງ​​ເນັ້ນ​ໃສ່​ຄວາມ​ສາມາດ​ຂອງ​ຕົນ​ເອງ​ໃນ​ການ​ພັດທະນາ​ກາ​ເຟຄຸນ​ນະພາບ​ໃຫ້​ແທດ​ເໜາະກັບ​ຕະຫຼາດ. ບໍ່ວ່າຈະເປັນກາເຟໃນລະດັບໃດ, ຄວາມປອດໄພຂອງກາເຟ​ເປັນ​ຂໍ້​ບັງຄັບ​ເບື້ອງຕົ້ນທີ່​ຕ້ອງ​ປະຕິບັດ.

ຄວາມຍືນຍົງຂອງກາເຟ

ປະ​ເທດ​ຜະລິດ​ກາ​ເຟມີ​ຄວາມ​ສຳຄັນ​ໃນ​ບັນດາ​ປະ​ເທດ​ນຊົມ​ໃຊ້. ​ເພາະ​ບັນດາ​ປະ​ເທດ​ເຫຼົ່ານັ້ນ ກໍ່​ໄດ້​ລົງທຶນ​ໃສ່​ເຄື່ອງ​ຈັກ ​ເພື່ອ​ປຸງ​ແຕ່ງ ​ແລະ ມີ​ການ​ຈ້າງ​ງານ​ເປັນ​ຈຳນວນ​ຫຼວງຫຼາຍ ​ໃນ​ຂະ​ແໜງອຸດສາຫະກຳ​ກາ​ເຟຕົນ​ເອງ.

ກາເຟປະເທດ ໂຄລົມເບຽ

ກາ​ເຟ​ມີ​​ເປັນໜຶ່ງສິນຄ້າ​ຍຸດ​ທະ​ສາດ​ຂອງ​ປະ​ເທດ ​ໂຄ​ລົມ​ເບຽ. ​ເຖິງ​ປະຈຸ​ບັນ, ກາ​ເຟບໍ່​ແມ່ນ​ສິນຄ້າ​ສ​້າງລາຍ​ຮັບ​ຫຼັກ​ໃຫ້​ແກ່​ປະ​ເທດ, ​ແຕ່​ມີ​ປະຊາຊົນ​ເປັນ​ຈຳນວນ​ຫຼວງຫຼາຍ ຕາມ​ເຂດ​ພູ​ສູງ, ຫ່າງ​ໄກ​ຊອກ​ຫຼີກ ທີ່​ເຮັດ​ການ​ຜະລິດ​ກາ​ເຟ.

ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ

ທ່ານອາດຈະເຫັນການປະກົດຕົວຂື້ນຂອງຫຼາຍໆທຸລະກິດຜ່ານທາງອິນເຕີເນັດ. ມີຫຼາຍໆພາກສ່ວນ ໄດ້ໃຫ້ການສະໜັບສະໜູນ ທັງລະ ດັບລັດຖະບານ ແລະ ພາກສ່ວນທຸລະກິດເອງ. ເຊັ່ນການນຳອິນເຕີເນັດຄວາມໄວສູງມາສູ່ປະເທດ ເປີດໄອກາດໃຫ້ການສົ່ງຂ່າວສານໄວ ຂື້ນ.

ເພື່ອຊີວິດທີ່ດີຂື້ນ

ຄຳຄົມຈາກຜູ້ປະສົບຜົນສຳເລັດໃນຂະແໜງເຕັກໂນໂລຍີ ທ່ານ ອາລັນ ເຄ ໄດ້ແນະນຳໃຫ້ຜູ້ປະກອບການທຸກ ຄົນໃຫ້ຈົດຈຳ ໄວ້ ວ່າ: “ສິ່ງດີທີ່ສຸດໃນການຄາດກະອານາຄົດ ກໍ່ຄືຕ້ອງໄດ້ສ້າງສັນມັນຂື້ນມາ”

ຫຼັກການພື້ນຖານ ສ້າງຍີ່ຫໍ້ສິນຄ້າ

ຍີ່ຫໍ້ຈະຕ້ອງໄດ້ຮັບການເບິ່ງແຍງຕະຫຼອດ. ຕ້ອງໃຊ້ເວລາ, ແນວຄວາມຄິດ ແລະ ຄວາມສະໜໍ່າສະເໜີ ເຂົ້າໃນການ ສ້າງຍີ່ຫໍ້. ແຕ່ວ່າກໍ່ບໍ່ຈຳ ເປັນຈະຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼວງຫຼາຍ. ສິ່ງສຳຄັນຄື  ຈິດມຸ້ງໜັ້ນຂອງຜູ້ປະກອບການທີ່ຕ້ອງໄດ້ມີທັງລະບຽບ ແລະ ແຮງບັນດານໃຈ.

ໂຄສະນາລັກສະນະເດັ່ນຂອງສິນຄ້າ

ສິ່ງສຳຄັນອັນໜຶ່ງຂອງການກຳນົດທີ່ຕັ້ງຂອງຍີ່ຫໍ້ສິນຄ້າ ໃນຕະຫຼາດແມ່ນຕ້ອງມີຄວາມເຂົ້າໃຈ ໜ້າທີ່ ແລະ ຜົນປະ ໂຫຍດຂອງການໃຊ້ງານຂອງສິນຄ້າຂອງທ່ານ ທີ່ກຳລັງສະໜອງໃຫ້ແກ່ລູກ ຄ້າ.​  ທ່ານເຮັດສິ່ງ ໃດເພື່ອກຸ່ມລູກຄ້າເປົ້າ ໝາຍ? ສິ່ງທີ່ທ່ານເວົ້າ ກ່ຽວກັບຜະລິດຕະພັນຂອງທ່ານ ເປັນການສະແດງຈຸດຢືນ ກ່ຽວກັບການໃຫ້ບໍລິ ການລູກຄ້າ.

Copy Protected by Chetan's WP-Copyprotect.