Norkhame
ເຮັດວຽກກັບເຈົ້ານາຍ ທີ່ກຳລັງມີອາລົມເສຍ
ພະນັກງານຈະມີວິທີການເຮັດວຽກກັບເຈົ້ານາຍທີ່ກຳລັງມີອາລົມເສຍແນວໄດ້ແນວໃດ? ຫຼາຍໆທ່ານຄິດບໍ່ວ່າ ອາລົມຂອງ ຫົວໜ້ານັ້ນ ມັກແປປວນໄດ້ທຸກຂະນະ. ສະເພາະຕົນເອງເຂົ້າໃຈ ຄວາມຮູ້ສຶກຂອງ ເພີ່ນດີວ່າ ພວກທີ່ເປັນຫົວໜ້າ ຕ່າງກໍ່ ປະເຊີນກັບຫຼາຍໆບັນຫາ ເຊັ່ນ: ຮອດທ້າຍເດືອນ ເພີ່ນກໍ່ຈະກັງວົນວ່າເຮັດແນວ ໃດ ຈະມີເງິນຈ່າຍໃຫ້ແກ່ພະນັກງານ, ຈະ ເຮັດໃຫ້ຍອດຂາຍ ໄດ້ດີກວ່າເດືອນທີ່ຜ່ານມາໄດ້ຈັງໃດ, ຫຼື ຈະເຮັດແນວໃດ ໃຫ້ມີຕົ້ນທຶນການຜະລິດຫຼຸດລົງ, ຫຼື ມີກຳໄລ ຫຼາຍໆ. ນອກນັ້ນ ພວກທີ່ເປັນຫົວໜ້າຍັງອາດເຈັບຫົວກັບພະນັກງານ ທີ່ບໍ່ປະຕິບັດລະບຽບ, ຫຼື ບໍ່ຕັ້ງໃຈເຮັດວຽກສົມກັບ ເງິນເດືອນ ທີ່ ຈ້າງມາຈົນເປັນເຫດໃຫ້ບໍ່ສາມາດສຳເລັດ ວຽກງານ ຫຼືໂຄງ ການຕາມທີ່ໄດ້ວາງແຜນໄວ້……..ຕ່າງໆນາໆ. ການຜິດພາດເຮັດໃຫ້ທຸລະກິດອາດພົບກັບການລົ້ມລະລາຍ. ນາຍບາງຄົນມີຄວາມກົດດັນຫຼາຍ ຈົນກາຍເປັນຄົນປວຍ ທາງຈິດກໍ່ເປັນໄດ້. ອ່ານເພີ່ມ
ໃນຍາມຮູ້ສຶກໂດດດຽວ
ສຳລັບຫຼາຍໆທ່ານການເຮັດທຸລະກິດ ເປັນການເຂົ້າໄປຢູ່ໃນມ່ວນຊົນ ເປັນຈຳນວນຫຼວງຫຼາຍ. ຄວາມຮູ້ສຶກໂດດດ່ຽວ ມັນບໍ່ໄດ້ເກີດຂື້ນກັບ ການໃຊ້ເວລາຢູ່ຄົນດຽວ ແຕ່ມັນເປັນຊ່ວງທີ່ບາງຄັ້ງ ອາດບໍ່ມີໃຜສະໜັບສະໜູນ ຫຼື ເຂົ້າໃຈແນວທາງທຸລະກິດ ທີ່ຕົນເອງຕ້ອງການ ຫຼື ຊອກຫາ ຫົນ ທາງຮ່ວມງານກັນ ໃນວິກິດໃດໆໜຶ່ງ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.