ຮູ້ຈັກຄວາມເຈັບປວດ

“ໃຫ້ທຸກໆມື້ເປັນໂອກາດຂອງການຮຽນຮູ້, ແກ້ໄຂ ແລະ ຫາປະສົບການ. ຖ້າເຈີ້ແນວບໍ່ຫວັງ ກໍ່ບໍ່ໝາຍວ່າໂຊກ ຮ້າຍຕະຫຼອດໄປ ຫຼື ຖ້າພົບແນວດີກໍ່ບໍ່ໝາຍວ່າໂຊກດີຕະຫຼອດໄປ. ຊີວິດມັນກໍ່ເປັນແນວນີ້ແຫຼ້, ຊີວິດມັນປຽບ ກັບການເດີນທາງ”

ຂ້ອຍ…ຫຼົງຮັກລາວ

ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນຫວ່າງເວ່. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູກສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນຳ້ຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ ມາຢູ່ນີ້ຕັ້ງ 6 ປີ.

ສ້າງໂອກາດແກ່ການສົ່ງອອກ

ການຕັດສິນໃຈສົ່ງອອກ ເປັນຄວາມກ້າຂອງຜູ້ປະກອບການໜ້າສັນເສີນ. ການສົ່ງອອກເປັນການສະແດງຄວາມສາມາດການຜະລິດຂອງ ປະຊາຊົນລາວ. ທັງຍັງເປັນການເປີດໂອກາດເຂົ້າຫາ ຕະຫຼາດ ແລະ ລູກຄ້າຈາກຕ່າງແດນ.

ການງານ ແລະ ຊີວິດສ່ວນຕົວ

ຄວາມສົມດູນເປັນສິ່ງທີ່ບໍ່ມີກົດເກນກຳນົດ.​ບາງຄັ້ງຄົນກໍ່ຫາຈຸດທີ່ເອີ້ນວ່າສົມດູນ ກັບຊີວິດໄດ້ ຍາກໂດຍສະເພາະຄວາມ ສົມດູນລະຫວ່າງການເຮັດວຽກ ກັບຊີວິດຄອບຄົວ. ບາງຄັ້ງຫຼາຍໆ ຄົນອາດໃຊ້ເວລາກັບການເຮັດວຽກເພື່ອຜົນກຳໄລທາງ ການເງິນ ແລະ ຄວາມກ້າວໜ້າທາງ ໜ້າທີ່ຕຳແໜ່ງ ຈົນລື່ມໃຫ້ເວລາກັບຊີວິດ ສ່ວນຕົວ ແລະ ຄອບຄົວ.

ສ້າງຄວາມກ້າ ໃນການເຮັດທຸລະກິດ

ຂາດເງິນທຶນ, ຂາດທັກສະພິເສດ ຫຼື ຂາດຄົນຮູ້ຈັກ? ມັນເປັນພຽງຄວາມຢ້ານໃນການ ລົງມື ເຮັດທຸລະກິດ. ໃນເວລາສ້າງຕັ້ງທຸລະກິດໄໝ່ ຫຼາຍໆຄົນຈະຮັບຮູ້ວ່າ ມັນມີຄວາມສ່ຽງຫຼາຍທີ່ ຈະລົ້ມລະລາຍ ແລະ ມີຫຼາຍອັນຍັງຂາດເຂີນໂດຍສະເພາະເງິນທຶນ. ຈະສຳເລັດຫຼື ບໍ່ແນ່ນອນ ການເງິນກໍ່ເປັນປັດໃຈ ແຕ່ສິ່ງທີ່ຕັດສິນ ແມ່ນຄວາມຕັ້ງໃຈຫຼາຍເທົ່າໃດທີ່ຈະຜ່ານຜ່າ.

ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ

ສະຖານະການທີ່ຫຍຸ້ງຍາກ ເປັນເຫດຜົນຫຼັກທີ່ເຮັດໃຫ້ ຄົນຢຸດສ້າງຄວາມຝັນໃຫ້ເປັນຈິງ. ມັນ ເປັນຂໍ້ອ້າງຂອງຄົນຫຼາຍໆຄົນ ທີ່ມັກຕຳນິສະຖານນະການທີ່ບໍ່ດີວ່າ ເປັນສາເຫດ ທີ່ເຮັດໃຫ້ຕົນ ເອງ ບໍ່ສາມາດດຳເນີນງານ ຫຼື ສ້າງສິ່ງໃດໜຶ່ງຂື້ນມາໄດ້ ຫຼື ສານຝັນໃຫ້ເປັນຈິງ.

Copy Protected by Chetan's WP-Copyprotect.