ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ

ທ່ານອາດຈະເຫັນການປະກົດຕົວຂື້ນຂອງຫຼາຍໆທຸລະກິດຜ່ານທາງອິນເຕີເນັດ. ມີຫຼາຍໆພາກສ່ວນ ໄດ້ໃຫ້ການສະໜັບສະໜູນ ທັງລະ ດັບລັດຖະບານ ແລະ ພາກສ່ວນທຸລະກິດເອງ. ເຊັ່ນການນຳອິນເຕີເນັດຄວາມໄວສູງມາສູ່ປະເທດ ເປີດໄອກາດໃຫ້ການສົ່ງຂ່າວສານໄວ ຂື້ນ.

ຄຸນ “ພໍ່”

ຕາມທຳມະຊາດແລ້ວ, ຍິງ ແລະ ຊາຍສາມາດ ໃຫ້ກຳເນີດຊີວິດໃໝ່ໄດ້ເລີ່ມແຕ່ຕອນອາຍຸ 13 ປີ. ເວົ້າໄດ້ວ່າໃຜໆກໍ່ເປັນພໍ່ໄດ້ແຕ່ອາຍຸຍັງນ້ອຍ ແຕ່ຄວາມເປັນພໍ່ຄົນນັ້ນຕ້ອງໄດ້ເຝິກຝົນ. ຂ້າພະເຈົ້າເປັນຄົນໜຶ່ງຕິດຕາມ ແລະ ພະຍາຍາມດັດຕົນເອງ ຈາກຊີວິດໂສດໃຫ້ກາຍເປັນພໍ່ທີ່ດີໄດ້.

ຄືນກ່ອນ ນອນຫຼັບດີບໍ່?

ການນອນຫຼັບດີໃນຕອນເດິກ ຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນເຕັມທີ່. ເຊິ່ງຈະເພີ່ມ ພະລັງໃນວັນຕໍ່ໄປ. ຖ້ານອນບໍ່ຫຼັບນັບເປັນຫຼາຍ ວັນ ຫຼື ທິດຕິດຕໍ່ກັນ ຈະເຮັດໃຫ້ຮ່າງ ກາຍອ່ອນເພຍ ແລະ ພະຍາດຈະແຊກແຊງງ່າຍ. ທ່ານຄວນໃສໃຈກັບເຕັກນິກການນອນຫຼັບ.

ໜູ່…ຜູ້ພາສູ່ຄວາມສຳເລັດ

ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໜູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ.

ຂໍທາງແດ່

ຄົນກະລຸນາເປັນລັກສະນະຂອງຄົນກ້າວໜ້າ ແລະ ພັດທະນາ. ການໃຫ້ເປັນລັດສະນະການມີລົ້ນເຫຼືອ, ຖ້າໃຫ້ເປັນ ແມ່ນວ່າ ທ່ານສາມາດສ້າງສະພາບການເຮັດວຽກທີ່ເປັນຜົນດີ ໃນການພັດທະນາບໍລິສັດໄລຍະຍາວ.

ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ

“ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,​ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ”

ເຈົ້ານາຍທີ່ບໍ່ມີໃຜລືມໄດ້

ນາຍຫຼາຍຄົນຜ່ານມາແລ້ວຢາກໃຫ້ໄປໄວໆ, ບາງຄົນຜ່ານມາບໍ່ຢາກໃຫ້ຈາກ ແຕ່ເວລາຈາກແລ້ວບໍ່ມີໃຜເລີ່ມ ຄຸນງານຄວາມດີ. ນີ້ຄືບາງຄຸນລັກສະນະຂອງເຈົ້ານາຍທີ່ຫຼາຍຄົນບໍ່ມີວັນລືມຄວາມດີ.  ຂ້າພະເຈົ້າຈື່ໄດ້ນາຍທຸກໆຄົນ. ບາງຄົນນິດໃສດີໜ້ອຍ ແລະ ບາງຄົນນິດໃສດີຫຼາຍ. ແຕ່ມີຄົນໆດຽວເຊິ່ງອາດຈະ ເວົ້າໄດ້ວ່າເປັນເຈົ້ານາຍທີ່ດີທີ່ສຸດ, ແລະ ໜ້າຈົດຈຳທີ່ສຸດ.

ຕ້ອງມີຄວາມເຊື່ອໜັ້ນໃນຕົນເອງ

ການເຮັດທຸລະກິດມັນແມ່ນການເດີນທາງເຂົ້າໄປສູ່ແຫ່ງມະຫັດສະຈັນ ຫຼື ມັນອາດຈະເປັນການພະຈົນໄພ ໃນດິນ ແດນທີ່ບໍ່ເຄີຍໄປມາກ່ອນ ທີ່ມີຫຼາຍສີສັນໃຫ້ເບິ່ງໃຫ້ຊົມ. ການເຮັດທຸລະກິດ ບໍ່ວ່າຈະຂະໜາດໃດ ເຈົ້າຂອງ ກິດຈະການ ມັກຈະຕ້ອງໄດ້ຄົ້ນຄຶດຕຶກຕອງສະເໜີ. ມີຫຼາຍໆຄັ້ງ ຂ້າພະເຈົ້າກໍ່ມີຄວາມບໍ່ແນ່ໃຈວ່າ ສິ່ງທີ່ກຳ ລັງເຮັດນີ້ ເປັນສິ່ງທີ່ ຖືກແທ້ບໍ່ ຫຼື ເມື່ອເບິ່ງຜົນຂອງການປະຕິບັດກົດລະຍຸດການໂຄສະນາ ໃດໜຶ່ງແລະມັກຈະ ຮູ້ສຶກວ່າມັນບໍ່ເປັນຄືດັ່ງຄິດ.

ການກົດຂີ່ຈິດໃຈ ໃນຫ້ອງການ

ມີໂອກາດເປັນໄປໄດ້ສູງ ວ່າທ່ານອາດຖືກການກົດຂີ່ທາງດ້ານຈິດໃຈ ໃນຫ້ອງການເຮັດວຽກ. ຖ້າຫາກທ່ານ ເຮັດວຽກຮ່ວມກັບຄົນອື່ນ ທ່ານຈະຕ້ອງພົບກັບບັນຫານີ້ ບໍ່ວ່າຫຼາຍກໍ່ໜ້ອຍ ຕະຫຼອດ ໄລຍະການເຮັດວຽກ ຂອງທ່ານ.

Copy Protected by Chetan's WP-Copyprotect.