ສິ່ງຄວນເຮັດ

ການຄ້າ ຜ່ານທາງເອເລັກໂທຼນິກ ໃນພາກປະຕິບັດຕົວຈິງ ນອກຈາກທ່ານຈະຕ້ອງນຳໃຫ້ທັນ ການປ່ຽນແປງ ຂອງເຕັກນິກໃໝ່ໆທັນສະໃໝ, ທ່ານຍັງຕ້ອງໄດ້ເຮັດສິ່ງທີ່ຈະກ່າວຕໍ່ໄປນີ້ເປັນປະຈຳ.

8 “ຢ່າ” ເຮັດເດັດຂາດ

ເຖິງຈະມີແນວດີຫຼາຍອັນ, ການຄ້າທາງອອນໄລ ມີສິ່ງທີ່ຕ້ອງໄດ້ໃສ່ໃຈ. ບາງຢ່າງໃນນີ້ ແມ່ນສິ່ງທີ່ບໍ່ຄວນເຮັດ. ໄດ້ຍົກເອົາ 8 “ຢ່າ” ມາສົນທະນານຳກັນ ເພື່ອພະຍາຍາມຫຼີກລ່ຽງສິ່ງທີ່ຈະເປັນຜົນລົບແກ່ທຸລະກິດ.

ໃຊ້ເສີມຍອດຂາຍ

ດຽວນີ້, ແມ່ນແຕ່ທຸລະກິດ ຍູ້ລໍ້ກາເຟ ທີ່ຕ່າງປະເທດ ກະນຳໃຊ້ການ ໂຄສະນາ ແລະ ຮັບການສັ່ງຊື້ຈາກລູກຄ້າໄດ້. ວິສາຫະກິດນີ້, ເຮັດການອົບ, ປຸງແຕ່ງ ແລະ ຫຸ້ມຫ່ໍ ຜະລິດຕະພັນການເຟ. ໂດຍລວມ, ບໍລິສັດ ແລະ ມີລູກຈ້າງ ນັບແຕ່ 2 ຄົນຂື້ນໄປ ກໍ່ນຳໃຊ້ເຕັກນິກການຄ້າທາງອອນໄລ.

ນັບມື້ນັບເພີ່ມການໃຊ້

ປະຕິເສດບໍ່ໄດ້. ທຸກໆຢ່າງຈະຫັນເປັນການຄ້າຜ່ານທາງດິຈິຕໍຫຼາຍຂື້ນປີຕໍ່ປີ. ການ​ຂາຍຍ່ອຍ ຜ່ານທາງ​ອອນ​ລາຍ  ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ ຢ່າງໂດດເດັ່ນ. ໃຜຫັນບໍ່ທັນ, ອາດຕ້ອງພົບບັນຫາການດຳເນີນທຸລະກິດ ແລະ ຂາດໂອກາດ ນຳໃຊ້ເຕັກນິກໃໝ່ໆ ອັນຈະເສີມສ້າງຂີດຄວາມສາມາດໃນການແຂ່ງຂັນ.

ຍິ່ງນ້ອຍຍິ່ງຈຳເປັນ

ຍິ່ງນ້ອຍເທົ່າໃດ, ການຄ້າທາງ E-Business/E-Commerce  ຍິ່ງມີຄວາມສຳຄັນ ແກ່ທຸລະກິດ. ​ກວ່າ 95% ບໍລິສັດ,  ຈັດເປັນປະເພດ ຂະໜາດນ້ອຍ ແລະ ກາງ (SMEs). ສະ​ແດງ​ວ່າ (SMEs) ມີ​ຄວາມ​ສຳຄັນ​ຕໍ່ກັບ​ເສດຖະກິດ ​ແລະ ການ​ຈ້າງ​ງານ, ການ​ເພີ່ມ​ການ​ແຂ່ງຂັນ​ໂດຍ​ການ​ພັດທະນາ E-Business  ເປັນ​ສິ່ງ​ທີ່​ຈຳ​ເປັນ.

ຮູບແບບການຄ້າທາງອອນໄລ

ຮູບແບບຂອງ E-​Business ໄດ້ຖືກກຳນົດ ແລະ ຈັດປະເພດດ້ວຍຫຼາກຫຼາຍວິທີ. ໃນການ ຈັດຕັ້ງປະຕິບັດ, ທຸລະກິດສາມາດປະສົມປະສານກັບຫຼາຍຮູບແບບທີ່ແຕກຕ່າງກັນ ຕາມຍຸດທະສາດທຸລະກິດຂອງທ່ານ.

ຄາດຫວັງການຄ້າອອນໄລ

ການ​ຊື້ ແລະ ການ​ຂາຍ​ ທາງອອນໄລ ​​​ປະກອບ​ມີ​ສອງ​ພາກ​ສ່ວນ​ ຫຼື ຫຼາຍກວ່າ​ນັ້ນ​ເຂົ້າມາ​ມີ​ສ່ວນຮ່ວມ​ໃນ​ການ​ຊື້ຂາຍ. ແຕ່​ລະພາກສ່ວນ, ມີ​​ບົດບາດ ແລະ ມີ​ກົດ​ເກນ​ຂອງ​ຕົນ​ເອງ. ເວລາມີບັນຫາ, ຫຼາຍຝ່າຍ​ຕ້ອງການຮ່ວມມືກັນ​ຊອກ​ຫາ ທາງ​ແກ້ໄຂບັນຫາຮ່ວມກັນ ເພື່ອອຳນວຍຄວາມສະດວກ ໃນການຄ້າ.

ປະເພດຂອງ E-Business

ປະ​ເພດ​ຂອງ E-Business ມັກ​ຈະ​ລວມ​ເອົາ ການ​ພົວພັນ​ທາງ​ທຸລະ​ກິດ ຫຼື ການ​ແລກປ່ຽນຂໍ້ມູນ​ຂ່າວສານ​ທາງ​ທຸລະ​ກິດດ້ວຍກັນເອງ. ມາເບິ່ງຮູບແບບການພົວພັນທາງທຸລະກິດທາງອອນໄລ.

ດີຕໍ່ຂະໜາດນ້ອຍແນວໃດ?

ການ​ປັບປຸງ​ຄວາມໄວຂອງ​ອິນ​ເຕີ​ເນັດ ແລະ ເຕັກ​ໂນ​ໂລ​ຢີ່ E-​Commerce  ເປີດໂອກາດ​ໂອ​ກາດທີ່ດີຂື້ນ ໃຫ້ແກ່(SMEs) ໃຫ້ສາມາດນຳໃຊ້ໃຫ້ເກີດຜົນ​ປະ​ໂຫຍ​ດຈາກ​ການຈັດຕັ້ງປະຕິບັດ ຍຸດທະສາດການຄ້າທາງອອນໄລ.

ປັບທັກສະ

ການນຳໃຊ້ເຄື່ອງມືສົ່ງເສີມການຄ້າຂາຍທາງອອໄລ ເປັນພຽງຮູບແບບເສີ່ມທຸລະກິດທີ່ມີຢູ່ແລ້ວ. ເຄື່ອງມືທາງອອນໄລ ຈະມີປະສິດທິຜົນດີກໍ່ຍັງຕ້ອງໄດ້ຂື້ນກັບລະບົບທຸລະກິດທີ່ທ່ານກຳລັງດຳເນີນໃນບໍລິສັດ.

Copy Protected by Chetan's WP-Copyprotect.