ທຸກໆບັນຫາເປັນໂອກາດໃນການຮຽນຮູ້. ທ່ານຈະໄດ້ພົບວ່າທ່ານເຂັ້ມແຂງ ແລະ ມີຄວາມສາມາດຫຼາຍຂື້ນໃນຍາມທີ່ທ່ານຜ່ານຜ່າມາໄດ້. ທີ່ແນ່ນອນແຮງບັນດານໃຈພາຍຕົວ ແລະ ຄົນອ້ອມຂ້າງມີອິດທິພົນຫຼາຍໃນຄວາມສຳເລັດ.
Category Archives: ຜູ້ປະກອບການ
ງົດສ້າງບາບ
ຜ່ານຊີວິດມາພໍສົມຄວນ. ເຖິງຈະຍັງບໍ່ທັນໄດ້ພົບພໍ້ທຸກໆປະສົບການ ແຕ່ໜັ້ນໃຈຢ່າງແນ່ນອນ ແລະ ລະດົມໃຫ້ຄົນລຸ້ນໄໝ່ ກໍ່ຄືທຸກໆໄວໄດ້ຮັບຮູ້ວ່າ “ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ”. ມີຄົນບາງກຸ່ມມັກເວົ້າຄ້ານກັບຄຳເວົ້ານີ້ດ້ວຍຄຳເວົ້າວ່າ “ເຮັດດີໄດ້ດີມີຢູ່ໃສ, ເຮັດຊົ່ວໄດ້ດີມີຫຼາຍ”.
ຂອງຝາກຈາກຍີ່ປຸນ
ນັບແຕ່ລົງຍົນ ເປັນຊ່ວງເວລາທີ່ເມື່ອຍຫຼາຍ ຍ້ອນການເດີນທາງທີ່ໃຊ້ເວລານັບສິບຊົວໂມງ ແຕ່ບໍ່ຢາກພັບສາຍຕາເພາະຢ້ານຈະພາດໂອກາດເຫັນຄວາມງົດງາມ, ມີລະບຽບ ແລະ ຫົນທາງການຮຽນຮູ້ສິ່ງຕ່າງໆຈາກສັງຄົມຄົນຍີ່ປຸ່ນ ທີ່ຖືວ່າຈະເລີນທີ່ສຸດໃນຍຸກປະຈຸບັນ.
ຄ່າຂອງຊາຍ
ທ່ານຄຸ້ນກັບເພັງນີ້ບໍ່? “…ທັງໃຫຍ່ ທັງຍາວ ທັງຂາວ ທັງເທ້ ໂອ້ຍຈັ່ງແມ່ນເດ ຈັ່ງແມ່ນເດ່ຖືກໃຈ…” ປີ ໃໝ່ ລາວ 2015 ເປັນຊ່ວງເວລາທີ່ຂ້າພະເຈົ້າ ຂຸ້ນຂ້ຽວກັບການຂຽນ ແລະ ສະສາງວຽກຄ້າງຫຼາຍອັນ. ແຕ່ສຽຍສະມາທິ ແລະ ໃຈຮ້າຍຍ້ອນເພັງນີ້ຫຼາຍ.
ຫຼົງໃຊ້ຂອງປອມ
ທົ່ວໂລກມີສິນຄ້າປອມອອກສູ່ຕະຫຼາດເປັນປະຈຳ, ປະມານ 5-7% ຂອງສິນຄ້າທັງໝົດ. ປະເທດຈະເລີນເຊິ່ງມີການພັດທະນາດ້ານກົດໝາຍຍັງຮັບມືກັບບັນຫານີ້ບໍ່ແມ່ນງ່າຍ. ແນ່ນອນຜູ້ຊົມໃຊ້ກາຍເປັນເຍືອບໍລິສຸດ ແລະ ທ່ານເອງຄວນພັດທະນາທັກສະພິຈະລະນາຂອງແທ້ ຫຼື ປອມ.
ບົດຮຽນທີ່ບໍ່ມີສອນ ໃນໂຮງຮຽນ
ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ
ສູ່ຈຸດສຸດຍອດ
ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ່. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂື້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳ ໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ.
ຄົນລາວ = ຄົນຈິງໃຈ
ເຈົ້າມາແຕ່ໃສ? ເປັນຄຳຖາມທີຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໜາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ.
ຂໍທາງແດ່
ຄົນກະລຸນາເປັນລັກສະນະຂອງຄົນກ້າວໜ້າ ແລະ ພັດທະນາ. ການໃຫ້ເປັນລັດສະນະການມີລົ້ນເຫຼືອ, ຖ້າໃຫ້ເປັນ ແມ່ນວ່າ ທ່ານສາມາດສ້າງສະພາບການເຮັດວຽກທີ່ເປັນຜົນດີ ໃນການພັດທະນາບໍລິສັດໄລຍະຍາວ.
ຄວາມຢ້ານຂອງແມ່ຍິງ
ແມ່ຍິງທີ່ກາຍເປັນຜູ້ປະກອບການ ແລະ ການນຳຂອງອົງການທຸລະກິດ ຫຼື ການເມືອງຕ່າງໆ ສິ່ງໜຶ່ງທີ່ ສະແດງ ອອກໃນສາຍຕາຂອງສັງຄົມ ແມ່ນການຊະນະຄວາມແຕກໂຕນທາງເພດ.