Norkhame
“ຄູບາ” ນອກເຄື່ອງແບບ
ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ. ອ່ານເພີ່ມ
6,9 ລ້ານຝັນ
ນັບເປັນເວລາຫຼາຍຮ້ອຍປີ, ອິດສະຫຼະພາບເປັນສິ່ງທີ່ຄົນລາວທັງຊາດຕ້ອງການ. ຄົນທີ່ເປັນກຳລັງແຮງຂອງຊາດບໍ່ວ່າຈະເປັນຍິງຫຼືຊາຍ ຕ່າງກໍ່ຕ້ອງໄດ້ອອກໄປສູ່ສະໜາມຮົບ ໂດຍບໍ່ຮູ້ວ່າຈະມີວັນກັບໄດ້ເມື່ອໃດ? ການຕໍ່ສູ້ເສຍສະຫຼະໄດ້ຈາລຶກໄວ້ໃນປະຫວັດສາດ. ອ່ານເພີ່ມ
ຮຽນຮູ້ຈາກຜູ້ນຳໃນອະດີດ
ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ການນຳບັນຈຸ ອົງປະກອບສຳຄັນແນວໃດແດ່? ຈຳເປັນຕ້ອງໄດ້ ວິໃຈເບິ່ງຄົນ ທີ່ມີປະສົບການການ ນຳພາມາກ່ອນ. ເຊິ່ງບັນຈຸທັງກຸ່ມທີ່ສ້າງຕົນເອງຈາກແຕ່ລະຈຸດ ແລະ ຄຸນລັກສະນະພື້ນຖານ ຂອງການນຳທີ່ແຕ່ລະຄົນມີໃນຕົວ. ອ່ານເພີ່ມ
ຄວາມຢ້ານຂອງແມ່ຍິງ
ແມ່ຍິງທີ່ກາຍເປັນຜູ້ປະກອບການ ແລະ ການນຳຂອງອົງການທຸລະກິດ ຫຼື ການເມືອງຕ່າງໆ ສິ່ງໜຶ່ງທີ່ ສະແດງ ອອກໃນສາຍຕາຂອງສັງຄົມ ແມ່ນການຊະນະຄວາມແຕກໂຕນທາງເພດ. ອ່ານເພີ່ມ
ຈົ່ງຢ່າຢຸດບໍລິການແກ່ສັງຄົມ
ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ອ່ານເພີ່ມ
ທ່ານ ເກີດມາເພື່ອເປັນຜູ້ນຳ
ອິດສະຫຼະທີ່ແທ້ຈິງ ຈະກີດຂື້ນໃນເວລາທີ່ບຸກຄົນໆນັ້ນຮັບຮູ້ວ່າ ຕົນເອງເປັນຜູ້ນຳພາຊີວິດຂອງຕົນເອງ. ທ່ານອາດຈະ ບໍ່ຮູ້ດອກວ່າ ທ່ານເກີດມາເປັນຜູ້ນຳ. ລອງພິຈາລະນາເບິ່ງແມ ທ່ານເປັນພຽງຄົນໆດຽວທີ່ສາມາດຕັດສິນ ໃຈວ່າຊີວິດ ຈະເດີນໄປທາງໃດ. ອ່ານເພີ່ມ
ເຈົ້ານາຍທີ່ບໍ່ມີໃຜລືມໄດ້
ນາຍຫຼາຍຄົນຜ່ານມາແລ້ວຢາກໃຫ້ໄປໄວໆ, ບາງຄົນຜ່ານມາບໍ່ຢາກໃຫ້ຈາກ ແຕ່ເວລາຈາກແລ້ວບໍ່ມີໃຜເລີ່ມ ຄຸນງານຄວາມດີ. ນີ້ຄືບາງຄຸນລັກສະນະຂອງເຈົ້ານາຍທີ່ຫຼາຍຄົນບໍ່ມີວັນລືມຄວາມດີ.  ຂ້າພະເຈົ້າຈື່ໄດ້ນາຍທຸກໆຄົນ. ບາງຄົນນິດໃສດີໜ້ອຍ ແລະ ບາງຄົນນິດໃສດີຫຼາຍ. ແຕ່ມີຄົນໆດຽວເຊິ່ງອາດຈະ ເວົ້າໄດ້ວ່າເປັນເຈົ້ານາຍທີ່ດີທີ່ສຸດ, ແລະ ໜ້າຈົດຈຳທີ່ສຸດ. ອ່ານເພີ່ມ
ວິທີຫາຄະນະບໍລິຫານບໍລິສັດ
ຈະຫາຄະນະບໍລິຫານງານທີ່ມີຄວາມສາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານນະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ.​  ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິ ຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.​ ອ່ານເພີ່ມ
ຕ້ອງມີຄວາມເຊື່ອໜັ້ນໃນຕົນເອງ
ການເຮັດທຸລະກິດມັນແມ່ນການເດີນທາງເຂົ້າໄປສູ່ແຫ່ງມະຫັດສະຈັນ ຫຼື ມັນອາດຈະເປັນການພະຈົນໄພ ໃນດິນ ແດນທີ່ບໍ່ເຄີຍໄປມາກ່ອນ ທີ່ມີຫຼາຍສີສັນໃຫ້ເບິ່ງໃຫ້ຊົມ. ການເຮັດທຸລະກິດ ບໍ່ວ່າຈະຂະໜາດໃດ ເຈົ້າຂອງ ກິດຈະການ ມັກຈະຕ້ອງໄດ້ຄົ້ນຄຶດຕຶກຕອງສະເໜີ. ມີຫຼາຍໆຄັ້ງ ຂ້າພະເຈົ້າກໍ່ມີຄວາມບໍ່ແນ່ໃຈວ່າ ສິ່ງທີ່ກຳ ລັງເຮັດນີ້ ເປັນສິ່ງທີ່ ຖືກແທ້ບໍ່ ຫຼື ເມື່ອເບິ່ງຜົນຂອງການປະຕິບັດກົດລະຍຸດການໂຄສະນາ ໃດໜຶ່ງແລະມັກຈະ ຮູ້ສຶກວ່າມັນບໍ່ເປັນຄືດັ່ງຄິດ. ອ່ານເພີ່ມ
ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ
ການກະທຳທີ່ຊ່ວຍໃຫ້ທ່ານພັດທະນາຕົນເອງກາຍເປັນຜູ້ນຳທີ່ດີເລີດ ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະ ນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ, ພຶດຕິກຳຂອງຄົນ ແລະ ແນວຄວາມຄິດ ຈະພັກດັນໃຫ້ພວກເພີ່ນພັດທະນາທັກສະມາຕັ້ງແຕ່ເກີດ. ແຕ່ບໍ່ວ່າຈະເກີດ ໃນສະຖານທີ່ໃດ ການ ເຂົ້າຫາແຫຼ່ງຄວາມຮູ້ ແລະ ຮັບຝັງສິ່ງດີໆ ເພື່ອເປັນບ່ອນອີງໃນການຮຽນຮູ້ ຈະເຮັດໃຫ້ຄົນໃນ ທີ່ສຸດສາມາດ ພັດທະນາຕົນເອງໄດ້. ອ່ານເພີ່ມ
Copy Protected by Chetan's WP-Copyprotect.