Norkhame
ຕາຍຍ້ອນຂ່າວປອມ
ຍ້ອນຄົນບໍ່ດີ. ແຜ່ຂ່າວເຮັດໃຫ້ຄົນຫຼົງເຊື່ອ. ທີ່ປະເທດອີຣ່ານ ມີຜູ້ເສຍຊີວິດຫລາຍກວ່າ 700 ຄົນຫລັງຈາກດື່ມເຫຼົ້າເພື່ອຮັກສາໂຣກ ໂຄວິດ19. ຕາມຄວາມເຊື່ອໃນແຫຼ່ງຂ່າວໜຶ່ງ. ເຫຼົາທີ່ວ່າແມ່ນທາດ ເມຕາໂນ (methanol) ທີ່ເປັນສານພິດ ທີ່ຫຼາຍຄົນຖືກຫຼອກໃຫ້ເຊື່ອ ວ່າມັນສາມາດຊ່ວຍຕ້ານໂຄວິດ. ອ່ານເພີ່ມ
ຍັງຢູ່ຍັງດີ
ມີຫຼາຍແຫຼ່ງຂ່າວປອມ ແລະ ການສົງໃສຂອງທາງການສາກົນ ກ່ຽວກັບການເສີຍຊີວິດຂອງ ປະທານປະເທດ ເກົາຫຼີ ເໜື່ອ. ເມື່ອໝໍ່ໆມານີ້, ທ່ານ ຄີມ ຈອງອຸງ ພ້ອມດ້ວຍພັນລະຍາ ໄດ້ອອກມາປະກົດຕົວ ແລະ ສະແດງໃຫ້ສື່ມວນຊົນເຫັນວ່າ ຍັງມີຊີວິດ ແລະ ສຸກກະພາບຍັງດີ ບໍ່ຄືກັບຂ່າວລືກ່ຽວກັບຄິມຈອງອຶນ ກ່ອນໜ້ານີ້. ອ່ານເພີ່ມ
ຈີນໃຈໃຫຍ່
ຈີນ ກຳລັງອັດສີດ ເງິນຫລາຍລ້ານ ເຂົ້າໄປໃນອົງການ ອານາໄມໂລກ (WHO) ໃນຂະນະທີ່ສະຫະລັດຕັດງົບປະມານ. ຜູ້ຊ່ຽວຊານກ່າວວ່າ ປັກກິ່ງ ກຳລັງພະຍາຍາມ ຊອກອິດທິພົນ ຕໍ່ອົງການດັ່ງກ່າວ. ໃນມູມມອງ ມະນຸດສະທຳ ຈີນ ກຳລັງປົກປ້ອງປະຊາກອນທັງໂລກ ຮ່ວມກັບອົງການຈັດຕັ້ງສາກົນ ໃນຍາມລຳບາກ. ອ່ານເພີ່ມ
ຍົນຕົກງານ
ອຸດສາຫະກຳການບິນໄດ້ເປັນໜຶ່ງໃນຂະແໜງທຸລະກິດ ທີ່ກຳລັງໄດ້ຮັບຜົນກະທົບຈາກໂຄວິດຢ່າງໜັກ. ບໍ່ວ່າຈະໃຫຍ່ຊໍາໃດ, ໂຄວິດກະບໍ່ໃຫ້ບິນຂື້ນໜ່ານຟ້າໄດ້. ເນື່ອງຈາກ ຄົນເດີນທາງທີ່ບໍ່ມີການກວດສອບ ສາມາດແຜ່ພະຍາດໃນປະເທດທີ່ຍົນໄປຮອດ. ມາເບິ່ງນຳກັນວ່າທຸລະກິດການບິນໃດແດ່ກຳລັງຈອດຍົນຄ້າງສາງ. ອ່ານເພີ່ມ
ສັດຕູບໍ່ມີປືນ
ຣັດເຊຍ, ກໍ່ເປັນປະເທດໜຶ່ງທີ່ກຳລັງຕໍ່ສູ້ກັບ ໂຄວິດ19 ຫຼື ອີກຊື່ໜຶ່ງແມ່ນ ສັດຕູບໍ່ມີອາວຸດປືນໃນສົງຄາມ. ແຕ່ມັນໜ້າຢ້ານຫຼາຍ. ແພດກຳລັງເຮັດໜ້າທີ່ປຽບສະເໜືອນທະຫານທີ່ບໍ່ໄດ້ນຳໃຊ້ອາວຸດໃນການປາບ ແຕ່ຫາກແມ່ນຢາ ແລະ ການປ້ອງກັນບໍ່ໃຫ້ປະຊາຊົນຕິດເພີ່ມ. ການລະບາດ ມັນເຮັດໃຫ້ເສດຖະກິດ ແລະ ຊີວິດກຳລັງລຳບາກ. ອ່ານເພີ່ມ
ກັກຕົວທຸລະກິດ
ການກັກຕົວກັນລະບາດໄວຣັດໂຄວິດ ທີ່ໃຫຍ່ທີ່ສຸດໃນໂລກຊ່ວຍຊີວິດ ຄົນອິນເດຍ, ແຕ່ກໍ່ເຮັດໃຫ້ທຸລະກິດຂອງພວກເຮົາເຈັບປວດໜັກຫຼາຍ. ຍ້ອນວ່າຄົນຕິດໂຄວິດ, ເພີ່ມຂື້ນໃນປະເທດອິນເດຍ ແລະ ການປິດປະເທດຖືກຂະຫຍາຍອອກໄປຫຼາຍອາທິດ, ເຮັດໃຫ້ຫຼາຍຄົສົງໃສວ່າ ແມ່ນຫຍັງຈະເກີດຂື້ນກັບທຸລະກິດ? ອ່ານເພີ່ມ
ເປີດບໍ່ເປີດ
ເມື່ອຄົນອາເມລິກາບໍ່ຍອມຢູ່ເຮືອນ, ປະຊາກອນພາກັນອອກມາ ເດີນຂະບວນປະທ້ວງ ແນວທາງ ການຢູ່ບ້ານ. ເປັນຕາໜ້າສຽງຫຼາຍຂື້ນ ທີ່ຈະມີການຕິດໂຣກ ແລະ ສູນເສຍຊີວິດຄົນອາເມລິກາ ຖ້າຫາກບໍ່ໄດ້ຮັບການຮ່ວມມື. ອ່ານເພີ່ມ
ຢາແກ້ທຸລະກິດ
ນັກເສດຖະສາດຈີນ ແລະ ສາກົນ ບໍ່ອາດຕີລາຄາສະພາບເສດຖະກິດດີເກີນຄວາມເປັນຈິງ. ນັກວິຄາະຕ່າງ ອອກເປັນສຽງດຽວກັນວ່າ: ເສດຖະກິດ ປະຈຳໄຕມາດທຳອິດ ຂອງຈີນມີການຂະຫຍາຍຕົວນ້ອຍກວ່າທີ່ເປັນ. ອ່ານເພີ່ມ
ເອົາ 400 ລ້ານຄືນມາ
ລາວສືບຕໍ່ຕ້ານ. ທາງການລາວຈະຂະຫຍາຍມາດຕະການກັກຕົວໃນເຮືອນອີກ 14 ວັນ, ຈົນຮອດ 3 ພຶດສະພາ, 2020. ການສະ ກັດກັ້ນຄາດວ່າຈະເຮັດໃຫ້ລາວເຮົາຫ່າງໃກຈາກການລະບາດ. ໃນອີກມູມໂລກໜຶ່ງ, ທີ່ສະຫະລັດອາເມລິກາ ກຳລັງຈະມີການຢຸດການສະກັດກັ້ນໃນຂະນະທີ່ຍັງມີການລະບາດສູງຫຼາຍທີ່ສຸດໃນໂລກ. ອ່ານເພີ່ມ
ຍິງນອກລະບົບ
ແມ່ຍິງຫາເງິນທາງເພດ ທີ່ປະເທດອິນເດຍ ກຳລັງຕໍ່ສູ້ເພື່ອຄວາມຢູ່ລອດ ທ່າມກາງການປິດລ້ອມໂຣກໂຄວິດ19. ການສູນເສຍລາຍໄດ້ໃນຊ່ວງຈຳກັດການເຄື່ອນຍ້າຍມາຫຼາຍຄືນ ໄດ້ເຮັດໃຫ້ກຸ່ມຄົນນີ້ ເກີດຄວາມກັງວົນໃຈ ແລະຂາດເຂີນລາຍຮັບ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.