ຄົນລາວເຮົາສາມາດເຂົ້າໄດ້ທຸກໆວັດຖະນະທຳ ແລະ ສົນໃຈການປະຕິບັດສາດສະໜາຂອງຫຼາຍໆປະເທດ ຕາບໃດທີ່ບໍ່ມີການບຽດບຽນ. ໃນເທດສະການ “ຄີດສມາດສ” ເປັນການສະຫຼອງຂອງ ຄົນທີ່ຖືສາດສະໜາຄີດສ, ແລະ ແນ່ນອນ ເດັກນ້ອຍລາວກໍ່ມ່ວນກັບເທດສະການດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ.
Tag Archives: ສັງຄົມ
ຜູ້ພັກດີ
ການນຳທີ່ມີລູກນ້ອງຈົງຮັກພັກດີ ເປັນເງື່ອນໄຂໜຶ່ງເຮັດໃຫ້ປະເທດຊາດມີການພັດທະນາຢ່າງບໍ່ຢຸດຢັ້ງ. ໃນວັນທີ່ 2 ທັນວາ ປີ 2015, ຄົນລາວຈະສະແດງຄວາມຈົງຮັກພັກດີ, ອວຍພອນ ແລະ ສະຫຼອງຜົນສຳເລັດການນຳ 40 ປີ ຢ່າງຍິງໃຫຍ່, ສົມກຽດ ແລະ ສະງ່າງາມ.
ກະບອງຍອດເພັດ
ຄວາມຮັກເຮັດໃຫ້ຄົນຕາບອດ. ໄດ້ຍິນຄຳນີ້ມານັບບໍ່ຖ້ວນ. ນິຍາມຂອງຄວາມຮັກນັ້ນມີຫຼາຍ ແລະ ສາເຫດຂອງການຕົກຫຼຸມຮັບກໍ່ມີຫຼາຍໆນັກວິໄຈໄດ້ເຮັດມາ. ຈຸດເລີ່ມຕົ້ນຂອງຄວາມຮັກສອງຄົນ ໜ້າຈະແມ່ນຕອນແຕ່ງດອງ.
ເຫັນໃຈອ້າຍແດ່
ໃນນາມທັດສະນະສ່ວນຕົວແລ້ວບໍ່ໄດ້ເຂົ້າຂ້າງຝ່າຍໃດ ແລະ ກໍ່ບໍ່ໄດ້ໃສ່ຮ້າຍໃຜ ແຕ່ການໃຫ້ຂໍ້ຄິດຂອງຂ້າພະເຈົ້າເນັ້ນທີ່ ການສ້າງສັງຄົມແບບເປັນສຸກ. ມີຫຼາຍໆຂໍ້ຄວາມໃນສອງທິດຜ່ານມາ ຜູ້ຊາຍຫຼາຍຄົນທີ່ເປັນຄົນຮູ້ຈັກມັກເຂົ້າມາລົມ ຫຼື ຂຽນມາຫາທາງສື່ອອນໄລວ່າ: ເປັນຫຍັງ ຄືສົ່ງເສີມແຕ່ແມ່ຍິງແທ້? ເຊັ່ນຫົວຂໍ້: ເຫັນໃຈນາງ. ເມື່ອຕົ້ນອາທິດກໍ່ຂຽນ ຄ່າຂອງຊາຍ ແຕ່ຍັງມີຜູ້ຊາຍຫຼາຍຄົນຕໍ່ວ່າ ເບິ່ງແຕ່ດ້ານດຽວ.
ຫຼົງໃຊ້ຂອງປອມ
ທົ່ວໂລກມີສິນຄ້າປອມອອກສູ່ຕະຫຼາດເປັນປະຈຳ, ປະມານ 5-7% ຂອງສິນຄ້າທັງໝົດ. ປະເທດຈະເລີນເຊິ່ງມີການພັດທະນາດ້ານກົດໝາຍຍັງຮັບມືກັບບັນຫານີ້ບໍ່ແມ່ນງ່າຍ. ແນ່ນອນຜູ້ຊົມໃຊ້ກາຍເປັນເຍືອບໍລິສຸດ ແລະ ທ່ານເອງຄວນພັດທະນາທັກສະພິຈະລະນາຂອງແທ້ ຫຼື ປອມ.
ເຫັນໃຈນາງ
ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ.
ຮູ້ຈັກຄວາມເຈັບປວດ
“ໃຫ້ທຸກໆມື້ເປັນໂອກາດຂອງການຮຽນຮູ້, ແກ້ໄຂ ແລະ ຫາປະສົບການ. ຖ້າເຈີ້ແນວບໍ່ຫວັງ ກໍ່ບໍ່ໝາຍວ່າໂຊກ ຮ້າຍຕະຫຼອດໄປ ຫຼື ຖ້າພົບແນວດີກໍ່ບໍ່ໝາຍວ່າໂຊກດີຕະຫຼອດໄປ. ຊີວິດມັນກໍ່ເປັນແນວນີ້ແຫຼ້, ຊີວິດມັນປຽບ ກັບການເດີນທາງ”
ຮັກພໍ່ຫຼາຍໆ ແຕ່ຍັງໜ້ອຍກວ່າແມ່
ສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ສຶກສາຈາກປື້ມ ແມ່ ແລະ ເດັກ ຫົວໜຶ່ງ ທີ່ເວົ້າກ່ຽວກັບການກິນແລະ ເບິ່ງແຍງຮ່າງ ການຂອງແມ່ແລະເດັກໃນ ຕອນຖືພານັ້ນ ເຮັດໃຫ້ແມ່ມີໂອກາດສ້າງສາຍພົວພັນ ແລະ ສະແດງຄວາມຮັກ ແບບຕົວຕໍ່ຕົວໄດ້ດີກວ່າພໍ່.
ການງານ ແລະ ຊີວິດສ່ວນຕົວ
ຄວາມສົມດູນເປັນສິ່ງທີ່ບໍ່ມີກົດເກນກຳນົດ.ບາງຄັ້ງຄົນກໍ່ຫາຈຸດທີ່ເອີ້ນວ່າສົມດູນ ກັບຊີວິດໄດ້ ຍາກໂດຍສະເພາະຄວາມ ສົມດູນລະຫວ່າງການເຮັດວຽກ ກັບຊີວິດຄອບຄົວ. ບາງຄັ້ງຫຼາຍໆ ຄົນອາດໃຊ້ເວລາກັບການເຮັດວຽກເພື່ອຜົນກຳໄລທາງ ການເງິນ ແລະ ຄວາມກ້າວໜ້າທາງ ໜ້າທີ່ຕຳແໜ່ງ ຈົນລື່ມໃຫ້ເວລາກັບຊີວິດ ສ່ວນຕົວ ແລະ ຄອບຄົວ.
ຄ່າຂອງເງິນ, ຄົນ ແລະ ງານ
ໃຜແດ່ວ່າເງິນບໍ່ສຳຄັນ. ຂ້າພະເຈົ້າ ເປັນຄົນໜຶ່ງທີ່ເຫັນວ່າເງິນມີຄວາມສຳຄັນຫຼາຍກັບການດຳລົງຊີວິດ. ຄົນຕ້ອງ ການເງິນເພື່ອຊື້ການ ບໍລິການ ແລະ ສິນຄ້າເພື່ອນຳໃຊ້ເຂົ້າໃນ ການດຳລົງຊີວິດ.