Norkhame
ຖິ້ມຂີ້ເຫຍືອໃຈ
ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ. ອ່ານເພີ່ມ
ທຸກວັນເປັນວັນສຸກ
ສິ່ງ​ຫ​ນຶ່ງ​ທີ່​ຄົນເຮົາ​ຄວນ​ເຝົ້າ​ຖາມ​ມາ​ຕະ​ຫລອດ​ ຕັ້ງ​ແຕ່​ເລີ່ມ​ຈື່​ຄວາມ​ໄດ້​ໃນ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ​ນັ້ນ​ກໍ​ຄື ຄວາມ​ສຸກ​ແລະ​ຄວາມ​ສຳ​ເລັດ. ແຕ່​ຖ້າ​ຖາມ​ເຖິງ​ຊີ​ວິດ​ທີ່​ໃຊ້​ໃນ​ແຕ່​ລະ​ວັນ​ເຮົາ​ສົມ​ຫວັງ​ໄດ້​ຄົບ​ສົມ​ບູນ​ໃນ​ທຸກໆ​ເລື່ອງ​ຫລື​ບໍ່? ອ່ານເພີ່ມ
ຄົ້ນຫາຕົນເອງ
ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ. ອ່ານເພີ່ມ
ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້. ອ່ານເພີ່ມ
ເຫັນຕົນເອງສຳຄັນ
ກ້າ​ພໍ​ຫລື​ຍັງ​ທີ່​ຈະ​ເລືອກ​ຊີວິດ​ຕາມ​ທີ່​​ທ່ານຕ້ອງ​ການ. ມັນ​ບໍ່​ໄດ້​ເປັນ​ການ​ເຫັນ​ແກ່​ຕົວ​ທີ່​ເຈົ້າ​ຈະ​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ຂຶ້ນ ເບິ່ງແຍງຕົວ​ເອງ​ໃຫ້​ດີກວ່າ​ທີ່​ເຄີຍ​ເປັນ ແລະ ​ຖືເອົາການເຮັດ​ໃຫ້​ຕົນເອງມີຄວາມ​ສຸກ​ ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ໃນຊີວິດປະຈຳວັນ. ການເຮັດແນວນັ້ນ, ບໍ່ໄດ້ໝາຍວ່າຕ້ອງໄປບຽດບຽນຄົນອື່ນໃຫ້ເປັນທຸກ. ອ່ານເພີ່ມ
ສັງຄົມຊັ້ນສູງ
ສັງຄົມ “ໄຮໂຊ” ຫຼື ສັງຄົມຊັ້ນສູງ ມາຈາກຊື່ເຕັມພາສາອັງກິດ “High Society” ເປັນຮູບແບບການຈັດລະດັບຊົນຊັ້ນ ອີງຕາມບົດດບາດທາງສັງຄົມ ແລະ ການເງິນ. ຮູບແບບການມີໄດ້ມາແນວໃດນັ້ນ ບໍ່ເປັນທີ່ກ່າວເຖິງ.  ອ່ານເພີ່ມ
ນາງເມຍ
ສິ່ງທີ່ຜູ້ຊາຍຢ້ານທີ່ສຸດເມື່ອ ເມຍກາຍເປັນ ແມ່ ແລະ ມານ. ແຕ່ງງານເປັນການສ້າງສະຖາບັນຊີວິດ. ຄ້າຍໆກັບວ່າເປັນການຄົ້ນພົບຄົນທີ່ຈະຮ່ວມເດີນທາງກັບຊີວິດທີ່ເຫຼືອ. ຄຸນນະ ພາບຍິງທີ່ຈະມາຄອງເຮືອນ ຫຼື ເຈົ້າຊີວິດຂອງຊາຍ ກໍ່ຕ້ອງໄດ້ມີການຄັດເລືອກເປັນຢ່າງດີ. ອ່ານເພີ່ມ
ຄຸນເຈົ້າ
ຫຼັງອອກພັນສາ. ຫຼາຍຄູ່ຮັກກໍ່ບໍ່ສາມາດຢູ່ໂດດດ່ຽວຈົນຕ້ອງໄດ້ຕັດສິນໃຈແຈກຊອງຫາເພື່ອນມິດເພື່ອຈັດງານສະຫຼອງ ວັນວິວາ. ພໍວັນແຕ່ງ ກໍ່ມັກໄດ້ຍິນຄຳອວຍພອນເກົ່າໆດີໆເປັນຕົ້ນແມ່ນ: ຂໍໃຫ້ມີລູກເຕັມບ້ານຫຼານເຕັມເມືອງ. ອ່ານເພີ່ມ
ຜູ້ໃຫຍ່ດີ
“ເດັກດີໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ” ຫຼາຍທ່ານມັກໄດ້ຍິນຄຳນີ້ເປັນປະຈຳ. ການສ້າງຜູ້ໃຫຍ່ໃຫ້ມີຄວາມສາມາດ, ສິນທຳ, ລະບຽບ ແລະ ການປະພຶດທີ່ດີ ກໍ່ມາຈາກໃນໄວເດັກ. ຄອບຄົວ ແລະ ຜູ້ປົກຄອງເດັກໃນເປັນບຸກຄົນສຳຄັນ. ອ່ານເພີ່ມ
ເຈີ້ກັນເທິງສະຫວັນ
ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສີ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີດມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸກຂະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.